ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ແຕ່ງຕັ້ງຜູ້ຕາງໜ້າພິເສດ ເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕຳແໜ່ງ ຂອງປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ

 

       

20220629 DFM Phoxay visits Philippines

ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດ ແຫ່ງ ສປປ ລາວ

ເຂົ້າຢ້ຽມຂໍ່ານັບ ທ່ານ Ferdinand R. Marcos Jr., ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ຄົນໃໝ່, ໃນວັນທີ 1 ກໍລະກົດ 2022

    

ໂດຍຕອບສະໜອງຕາມການເຊື້ອເຊີນຂອງລັດຖະບານ ແຫ່ງ ສາທາລະນະລັດ ຟີລິບປິນ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃນຖານະຜູ້ຕາງໜ້າພິເສດ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕຳແໜ່ງປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ຄົນທີ 17 ຂອງ ພະນະທ່ານ Ferdinand R. Marcos Jr., ໃນລະຫວ່າງວັນທີ 29 ມິຖຸນາ - 1 ກໍລະກົດ 2022 ທີ່ ນະຄອນຫຼວງມະນີລາ, ປະເທດ ຟິລິບປິນ.

            

ໃນໂອກາດເດີນທາງເຂົ້າຮ່ວມຄັ້ງນີ້, ໃນວັນທີ 29 ມິຖຸນາ 2022 ທ່ານ ໂພໄຊ ໄຂຄຳພິທູນ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງ ຟິລິບປິນ ທ່ານ ນາງ Ma. Theresa P. Lazaro. ທັງສອງຝ່າຍໄດ້ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ອັນເປັນມູນເຊື້ອນັບແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດຮ່ວມກັນໃນວັນທີ 14 ມັງກອນ 1955 ຈົນເຖິງປະຈຸບັນ. ພ້ອມນີ້ ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວຂ້ອງກັບການຮ່ວມມືໃນອະນາຄົດ ທາງດ້ານການເມືອງ, ເສດຖະກິດ ແລະ ການໄປມາຫາສູ່ ລະຫວ່າງ ລັດຖະບານ ກໍ່ຄືປະຊາຊົນສອງຊາດ ເພື່ອໃຫ້ການຮ່ວມມື ລະຫວ່າງ ສອງປະເທດນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.

            

 

20220629 DFM Phoxay visits Philippines 2

ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ

ທ່ານ ນາງ Sara Z. Duterte, ຮອງປະທານາທິບໍດີ, ທັງເປັນລັດຖະມົນຕີກະຊວງສຶກສາທິການ ແຫ່ງ ສ. ຟິລິບປິນ, ໃນວັນທີ 29 ມິຖຸນາ 2022

           

ໃນວັນດຽວກັນ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ Sara Z. Duterte, ຮອງປະທານາທິບໍດີ ທັງເປັນລັດຖະມົນຕີກະຊວງສຶກສາທິການຟິລິບປິນ, ຊຶ່ງທ່ານໄດ້ສະແດງຄວາມຍີນດີ ແລະ ຊົມເຊີຍ ທີ່ທ່ານ ນາງ Sara Z. Duterte ໄດ້ຖືກເລືອກຕັ້ງໃຫ້ເປັນ ຮອງປະທານາທິບໍດີຂອງຟິລິບປິນ. ທ່ານ ນາງ Sara ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການເດີນທາງເຂົ້າຮ່ວມໃນພິທີຄັ້ງນີ້ ຂອງຄະນະຜູ້ແທນ ແຫ່ງ ສປປ ລາວ. ສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມກັນ ໃນການສົ່ງເສີມການຮ່ວມມື ລະຫວ່າງ ສອງປະເທດທີ່ມີຢູ່ໃຫ້ໄດ້ຮັບການພັດທະນາ ແລະ ສຶກສາຄວາມເປັນໄປໄດ້ຂະແໜງການ ທີ່ມີທ່າແຮງໃນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອຶ່ນໆ.

             

ພາຍຫຼັງເຂົ້າຮ່ວມພິທີສາບານຕົນຢ່າງເປັນທາງການ, ໃນວັນທີ 1 ກໍລະກົດ 2022 ຄະນະຜູ້ແທນຈາກ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Ferdinand R. Marcos Jr., ປະທານາທິບໍດີ ຄົນໃໝ່ ຂອງຟິລິບປິນ. ໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຝາກຄວາມຢື້ຢາມຖາມຂ່າວຈາກ ທ່ານ ປະທານປະເທດ ແລະ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງ ທ່ານ ປະທານາທິບໍດີຟີລິບປິນ ແລະ ຝາກຄວາມຊົມເຊີຍ ທີ່ທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ຄົນທີ 17 ຂອງ ຟີລິບປິນ. ສປປ ລາວ ພ້ອມທີ່ຈະເຮັດວຽກຮ່ວມກັບຟີລິບປິນ ເພື່ອເພິ່ມທະວີການຮ່ວມມື ລະຫວ່າງ ສອງປະເທດທີ່ມີມາແລ້ວນັ້ນ ໃຫ້ນັບມື້ນັບແຕກດອກ ອອກຜົນຍິ່ງໆຂຶ້ນ. ພ້ອມທັງເຊື້ອເຊີນ ທ່ານ ປະທານາທິບໍດີ ເດີນທາງຢ້ຽມຢາມ ສປປ ລາວ ໃນໂອກາດທີ່ສະດວກ. ໂອກາດນີ້, ທ່ານ ປະທານາທິບໍດີ Marcos ກໍ່ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານລາວ ແລະ ເຫັນໄດ້ເຖິງການໃຫ້ຄວາມສຳຄັນໃນການຮັດແໜ້ນການຮ່ວມມື ກໍ່ຄືຜູ້ຕາງໜ້າພິເສດທີ່ມາເຂົ້າຮ່ວມພິທີດັ່ງກ່າວ, ທ່ານ ຕີລາຄາສູງຕໍ່ການ ພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ແລະ ພ້ອມທີ່ຈະເຮັດວຽກຮ່ວມກັບຝ່າຍລາວ ທັງໃນຂອບສອງຝ່າຍກໍ່ຄືຂອບຫຼາຍຝ່າຍ ໂດຍສະເພາະການຮ່ວມມືໃນຂອບອາຊຽນ ເພື່ອເພິ່ມທະວີການຮ່ວມມືສອງປະເທດ ໃຫ້ກ້າວສູ່ລວງເລິກ ແລະ ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນໃຫ້ໄປຢ້ຽມຢາມ ສປປ ລາວ.

                 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487297
ມື້ນີ້132
ມື້ວານ191
ອາທິດນີ້959
ເດືອນນີ້690