ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມພົບປະຂອງຜູ້ຕາງໜ້າອົງການ ສປຊ ກອງທຶນສໍາລັບເດັກ (UNICEF) ປະຈໍາ ສປປ ລາວ

 

 

2022 7 6 HE Phoxay Unicef 1

2022 7 6 HE Phoxay Unicef 4

 

ໃນວັນທີ 06 ກໍລະກົດ 2022 ທີ່ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າພົບປະ ຂອງ ທ່ານ ນ. ດຣ.ເພຍ ຣີເບວໂຣ ບຼິດໂຕ (Dr. Pia Rebello Brittto), ຜູ້ຕາງໜ້າອົງການ ສປຊ ກອງທຶນສໍາລັບເດັກ (UNICEF) ປະຈໍາ ສປປ ລາວ. ຈຸດປະສົງຂອງການພົບປະດັ່ງກ່າວແມ່ນເພື່ອປຶກສາຫາລື ແລະ ທົບທວນຄືນ ກ່ຽວກັບການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNICEF. ໃນໄລຍະຜ່ານມາ, ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ UNICEF ມີການຮ່ວມມືທີ່ດີຕໍ່ກັນ ແລະ ໄດ້ຮ່ວມກັນຈັດຕັ້ງປະຕິບັດແຜນງານການຮ່ວມມືຫລາຍສະບັບ ເຊິ່ງສາມາດບັນລຸໄດ້ຜົນສຳເລັດ ແລະ ຄວາມຄືບຫນ້າທີ່ສຳຄັນໃນຫລາຍດ້ານກ່ຽວກັບເດັກນ້ອຍເຊັ່ນ: ການສຶກສາ, ສາທາລະນະສຸກ, ການປົກປ້ອງສິດທິເດັກ, ໂພຊະນາການ, ສະຫວັດດີການຂອງແມ່ ແລະ ເດັກ ແລະ ສຸຂະພິບານເປັນຕົ້ນ. ປະຈຸບັນ, ສປປ ລາວ ແລະ ອົງການ UNICEF ກໍາລັງຮ່ວມກັນຈັດຕັ້ງປະຕິບັດແຜນງານຮ່ວມມື ໄລຍະປີ 2022-2026 ຄາດຄະເນງົບປະມານທີ່ອົງການຈະໄປລະດົມທຶນ ເພື່ອມານໍາໃຊ້ໃນແຜນງານດັ່ງກ່າວແມ່ນປະມານ 100 ລ້ານ ໂດລາສະຫະລັດ.

 

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ອົງການ UNICEF ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ເຮັດວຽກຮ່ວມກັບ ລັດຖະບານ ສປປ ລາວ ໃນການສົ່ງເສີມການປົກປ້ອງສິດຂອງເດັກ ແລະ ພັດທະນາເດັກນ້ອຍໃນ ສປປ ລາວ, ລວມທັງການລະດົມຂົນຂວາຍການຊ່ວຍເຫລືອວັກຊີນຕ້ານພະຍາດໂຄວິດ 19 ແລະ ເຄື່ອງຊ່ວຍເຫລືອອຸປະກອນການແພດຕ່າງໆ ໃນໄລຍະ 2 ປີທີ່ຜ່ານໃຫ້ແກ່ ສປປ ລາວ, ພ້ອມທັງໄດ້ຊ່ວຍປະສານງານການມອບ-ຮັບເຄື່ອງຊ່ວຍເຫລືອ ແລະ ວັກຊີນດັ່ງກ່າວ ທັງໃນຂອບຫລາຍຝ່າຍ (COVAX) ແລະ ຂອບສອງຝ່າຍ.

 

ພ້ອມດຽວກັນນີ້, ທັງສອງຝ່າຍກໍ່ຍັງໄດ້ປຶກສາຫາລືກ່ຽວກັບການກະກຽມເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ (HLPF) ທີ່ຈະຈັດຂື້ນໃນລະຫວ່າງວັນທີ 13 – 18 ກໍລະກົດ 2022 ທີ່ນິວຢອກ, ສະຫະລັດອາເມລິກາ ເຊິ່ງແມ່ນທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຈະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມ. ຈຸດປະສົງເປົ້າໝາຍໃນການເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ເພື່ອລາຍງານສະພາບການຈັດຕັ້ງປະຕິບັດ ປພຍ ຂອງ ສປປ ລາວ ໃນໄລຍະປີທີ່ຜ່ານມາ ແລະ ທັດສະນະຂອງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ນອກຈາກນີ້, ກໍ່ເພື່ອເປັນການແລກປ່ຽນບົດຮຽນອັນດີກັບບັນດາປະເທດຕ່າງໆ ເພື່ອກະກຽມໃຫ້ແກ່ການຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ສະບັບທີ 3 ຂອງ ສປປ ລາວ ໃນປີ 2024.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487291
ມື້ນີ້126
ມື້ວານ191
ອາທິດນີ້953
ເດືອນນີ້684