ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ

 

2022 7 15 PX NY 2

2022 7 15 PX NY 1

2022 7 15 PX NY 3

 

ຄະນະຜູ້ແທນ ສປປ ລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຈາກກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ (2022 High-Level Political Forum on Sustainable Development) ພາຍໃຕ້ຫົວຂໍ້: ການຟື້ນຟູຄືນໃໝ່ຈາກຜົນກະທົບຂອງພະຍາດໂຄວິດ-19 ຄຽງຄູ່ກັບການຊຸກຍູ້ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຢ່າງເຕັມສ່ວນ (Building back better from the coronavirus disease/COVID-19 while advancing the full implementation of the 2030 Agenda for Sustainable Development), ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 05 - 18 ກໍລະກົດ 2022 ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ນິວຢອກ, ສ. ອາເມລິກາ. ຈຸດປະສົງຕົ້ນຕໍ ຂອງກອງປະຊຸມແມ່ນເພື່ອຕິດຕາມ ແລະ ທົບທວນຄືນການຈັດຕັ້ງປະຕິບັດວາລະ ປີ 2030 ເພື່ອການພັດທະນາແບບຍືນຍົງ (ປພຍ) ກໍຄືການທົບທວນຄືນບັນດາ 17 ເປົ້າໝາຍ, ໂດຍສະເພາະ 5 ປພຍ ຄື: ການສືກສາ​ (ປພຍ4), ຄວາມສະເໝີພາບລະຫວ່າງຍິງ-ຊາຍ (ປພຍ5), ອະນຸລັກ ແລະ ນໍາໃຊ້ສິ່ງທີ່ມີຊີວິດໃນນ້ໍາ (ປພຍ14), ອະນຸລັກ ແລະ ນໍາໃຊ້ສິ່ງທີ່ມີຊີວິດເທິງໜ້າດິນ (ປພຍ15) ແລະ ການຮ່ວມມື (ປພຍ17). ພ້ອມກັນນັ້ນ, ກອງປະຊຸມໄດ້ມີການນໍາສະເໜີບົດລາຍງານແບບສະໝັກໃຈ (VNR) ຂອງບັນດາປະເທດສະມາຊິກ,​ ຊຶ່ງປີນີ້ ມີ 45 ປະເທດ ໄດ້ຂຶ້ນນໍາສະເໜີບົດດັ່ງກ່າວ.ກອງປະຊຸມດັ່ງກ່າວ ໄດ້ແຍກອອກເປັນ 3 ພາກຄື: 1. ກອງປະຊຸມພາກທົ່ວໄປ, 2. ກອງປະຊຸມລະດັບລັດຖະມົນຕີ ແລະ 3. ກອງປະຊຸມຂັ້ນສູງ ຊຶ່ງມີບັນດາປາມຸກລັດ ແລະ ຫົວໜ້າລັດຖະບານຂອງປະເທດສະມາຊິກເຂົ້າຮ່ວມ.

 

ໃນພິທີເປີດກອງປະຊຸມ ໄດ້ຮັບຟັງການປາໄສຂອງທ່ານ ແອນໂຕນີໂອ ກູເຕີເຣສ, ເລຂາທິການໃຫຍ່ ອົງການ ສປຊ ລວມທັງ ທ່ານປະທານສະພາເສດຖະກິດ-ສັງຄົມ ສປຊ ແລະ ທ່ານປະທານສະມັດຊາໃຫຍ່ອົງການ ສປຊ. ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວຫນ້າຄະນະຜູ້ແທນ ສປປ ລາວ ກໍໄດ້ຂຶ້ນກ່າວບົດປາໄສ ໃນພາກກອງປະຊຸມລະດັບລັດຖະມົນຕີ ໂດຍມີເນື້ອໃນ ເນັ້ນໜັກເຖິງບັນດາຜົນສໍາເລັດ ແລະ ສິ່ງທ້າທາຍ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ວິກິດການດ້ານການເງິນ ແລະ ໄພພິບັດທາງທໍາມະຊາດ; ເຜີຍແຜ່ນະໂຍບາຍ ແລະ ເຫັນໄດ້ເຖິງຄວາາມເອົາໃຈໃສ່ຂອງລັດຖະບານ ໃນການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.  ພ້ອມທັງສະເໜີທິດທາງການຮ່ວມມືດ້ານການພັດທະນາ ລະດັບສາກົນໃນອະນາຄົດ ທີ່ສືບຕໍ່ສຸມໃສ່ຜັນຂະຫຍາຍໝາກຜົນ ແລະ ແກ້ໄຂຂໍ້ຄົງຄ້າງ ຈາກການຈັດຕັ້ງປະຕິບັດ ເປົ້າໝາຍ ປພຍ ໂດຍເອົາໃຈໃສ່ເຖິງສະພາບຈຸດພິເສດສະເພາະ ຂອງກຸ່ມປະເທດທີ່ມີຄວາມບອບບາງ ແລະ ບັນດາປະເທດກະກຽມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ລວມທັງ ສປປ ລາວ ເພື່ອຮັບປະກັນ ເຮັດໃຫ້ ວຽກງານຮ່ວມມືເພື່ອການພັດທະນາ ຕາມວາລະ 2030 ປະກົດຜົນເປັນຈິງ ແລະ ຍືນຍົງ. ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍ ກັບ ທ່ານ Rubén Darío Molina, ທ່ານຮອງລັດຖະມົນຕີກະຊວງວຽກງານຫຼາຍຝ່າຍ, ປະເທດເວເນຊູເອລາ ເພື່ອປຶກສາຫາລືກ່ຽວກັບວຽກງານການຮ່ວມມືໃນການພັດທະນາຂອງສອງປະເທດ ໂດຍສະເພາະໃນຂົງເຂດວຽກງານຂອງອົງການ ສະຫະປະຊາຊາດ ແລະ ວາລະ 2030 ເພື່ອການພັດທະນາ.

 

ກອງປະຊຸມຄັ້ງນີ້ ໄດ້ມີການຮັບຮອງເອົາ 2 ເອກະສານສຳຄັນຂອງກອງປະຊຸມ ຄື: ຖະແຫລງການລັດຖະມົນຕີ ຂອງກອງປະຊຸມເວທີການເມືອງລະດັບສູງ (HLPF Ministrerial Declaration) ວ່າດ້ວຍການພັດທະນາແບບຍືນຍົງ ແລະ ຖະແຫຼງການລັດຖະມົນຕີ ຂອງກອງປະຊຸມລະດັບສູງ HLS. ຜົນຂອງກອງປະຊຸມໃນຄັ້ງນີ້ ທັງເປັນການປະກອບສ່ວນດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 77 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2022 ແລະ ກອງປະຊຸມສຸດຍອດເພື່ອການພັດທະນາແບບຍືນຍົງ ໃນປີ 2023. ກອງປະຊຸມ HLPF ດັ່ງກ່າວ ແມ່ນກົນໄກໜຶ່ງຂອງອົງການ ສປຊ ໃນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ປພຍ ຢູ່ໃນບັນດາປະເທດສະມາຊິກອົງການສະຫະປະຊາຊາດ 193 ປະເທດໃນທົ່ວໂລກ ນັບແຕ່ປີ 2016 ເປັນຕົ້ນມາ. ສປປ ລາວ ກໍໄດ້ປະກອບສ່ວນຢ່າງຫ້າວຫັນ ໃນກອງປະຊຸມດັ່ງກ່າວ ໂດຍໄດ້ສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ ໃນການຈັດຕັ້ງປະຕິບັດ ປພຍ ໃນປີ 2018 ແລະ ໃນປີ 2021 ທີ່ຜ່ານມາ. ນອກຈາກນີ້, ສປປ ລາວ ເຮົາ ຍັງມີແຜນທີ່ຈະນໍາສະເໜີບົດລາຍງານແບບສະໝັກໃຈ ສະບັບທີ 3 ໃນປີ 2024 ອີກດ້ວຍ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487224
ມື້ນີ້59
ມື້ວານ191
ອາທິດນີ້886
ເດືອນນີ້617