ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ-ອັງກິດ ຄັ້ງທີ 1 ທີ່ ລອນດອນ, ສະຫະຣາຊະອານາຈັກອັງກິດ

 

ASEAN EG 8 7 22 1

ASEAN EG 8 7 22 2

ໃນວັນທີ 5-6 ກໍລະກົດ ທີ່ ລອນດອນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອັງກິດ ຄັ້ງທີ 1 (1st ASEAN-UK Senior Officials’ Meeting) ພາຍໃຕ້ການເປັນປະທານຮ່ວມຂອງ ບຣູໄນ ແລະ ອັງກິດ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ ແລະ ຮອງເລຂາທິການໃຫຍ່ອາຊຽນ.

 

ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມຄັ້ງທໍາອິດ ຂອງເຈົ້າໜ້າທີ່ອາວຸໂສອາຊຽນ-ອັງກິດ ພາຍຫຼັງທີ່ອັງກິດ ໄດ້ຖືກຮັບຮອງເປັນຄູ່ເຈລະຈາອາຊຽນ ໃນປີ 2021​. ກອງປະຊຸມໄດ້ທົບທວນຄືນການຮ່ວມມືອາຊຽນ-ອັງກິດ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູຮອບດ້ານພາຍຫຼັງການແຜ່ລະບາດ. ພ້ອມນີ້, ກໍໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການເລັ່ງລັດການຮ່າງແຜນປະຕິບັດງານ ອາຊຽນ-ອັງກິດ ສໍາລັບໄລຍະ 2022-2026 ໃຫ້ສໍາເລັດໂດຍໄວ ເພື່ອເປັນພື້ນຖານສໍາລັບການຮ່ວມມືໃນຕໍ່ໜ້າ. ອາຊຽນ ແລະ ອັງກິດ ໄດ້ເຫັນດີສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ໃນຂະແໜງເສດຖະກິດ, ການຮັບປະກັນຕ່ອງໂສ້ການຜະລິດ, ການພັດທະນາແບບຍືນຍົງ, ການສຶກສາ, ການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ, ແລະ ຂົງເຂດອື່ນໆທີ່ສອງຝ່າຍມີທ່າແຮງ. ນອກຈາກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບັນຫາຕ່າງໆທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

 

ໃນໂອກາດນີ້, ເຈົ້າໜ້າທີ່ອາວຸໂສອາຊຽນ-ອັງກິດ ຍັງໄດ້ປຶກສາຫາລືການກະກຽມຕ່າງໆ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອັງກິດ ເຊິ່ງຈະຈັດຂຶ້ນເປັນຄັ້ງທໍາອິດ ຢູ່ພະນົມເປັນ, ກໍາປູເຈຍ ໃນຕົ້ນເດືອນສິງຫາ 2022 ນີ້.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487291
ມື້ນີ້126
ມື້ວານ191
ອາທິດນີ້953
ເດືອນນີ້684