ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ອິນເດຍ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

 

LaoIndiaBilateral1

LaoIndiaBilateral2

LaoIndiaBilateral3

LaoIndiaBilateral4

 

ໃນລະຫວ່າງວັນທີ 22-26 ມິຖຸນາ 2022, ທ່ານ ຣາຈ໌ກູມາ ຣານຈັ່ນ ຊິ່ງ (Rajkumar Ranjan Singh), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສ. ອິິນເດຍ.

 

ໃນໂອກາດການຢ້ຽມຢາມຄັ້ງນີ້, ໃນວັນທີ 23 ມິຖຸນາ 2022 ໄດ້ມີກອງປະຊຸມພົບປະ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສ. ອິນເດຍ, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຣາຈ໌ກູມາ ຣານຈັ່ນ ຊິ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອິນເດຍ.

 

ໃນການພົບປະດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ທີ່ໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 2 ກຸມພາ 1956 ຈົນເຖິງປັດຈຸບັນ, ໃນປີ 2021 ໃນໂອກາດ ຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດ ສອງຝ່າຍໄດ້ຮ່ວມກັນຈັດຫຼາຍກິດຈະກໍາສະເຫຼີມສະຫຼອງ ຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດຢ່າງຈົບງາມ. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ທົບທວນຄືນ ກ່ຽວກັບ ການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ, ເປັນຕົ້ນແມ່ນການຊຸກຍູ້ການພົວພັນຮ່ວມມືທາງດ້ານປ້ອງກັນຊາດ, ດ້ານການສຶກສາ, ດ້ານວັດທະນະທໍາ, ດ້ານກະສິກໍາ, ດ້ານສາທາລະນະສຸກ, ດ້ານການຄ້າ ແລະ ການລົງທຶນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນຂອງແຕ່ລະປະເທດ ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

 

ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນ ສ. ອິນເດຍ ຍັງຈະໄດ້ພົບປະເຮັດວຽກກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ເຂົ້າຮ່ວມງານສໍາຄັນອື່ນໆ ເປັນຕົ້ນ: ເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງອ່າງເກັບນໍ້າ ໄຊຍະບູລີ ແບບທາງໄກ, ພິທີມອບ-ຮັບ ສູນພັດທະນາຜູ້ປະກອບການກິດຈະການ ພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານອິນເດຍ (ຫຼັກ 8). ນອກນີ້, ຄະນະຜູ້ແທນ ສ. ອິນເດຍ ຍັງຈະເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຈໍາປາສັກ ໂດຍຈະໄດ້ພົບປະກັບການນໍາແຂວງ ແລະ ຢ້ຽມຢາມບັນດາໂຄງການທີ່ ລັດຖະບານ ອິນເດຍ ໃຫ້ການຊ່ວຍເຫຼືອ ແລະ ຈັດຕັ້ງປະຕິບັດຢູ່ແຂວງດັ່ງກ່າວ, ເປັນຕົ້ນ ໂຄງການປົກປັກຮັກສາ ແລະ ປະຕິສັງຂອນ ວັດພູຈໍາປາສັກ ໄລຍະ 2, ໂຄງການຊ່ວຍເຫຼືອປູກໝາກແໜ່ງຂຽວ ແລະ ອື່ນໆ.

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484728
ມື້ນີ້39
ມື້ວານ205
ອາທິດນີ້1166
ເດືອນນີ້4033