ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ນະຄອນຫຼວງພະບາງ

 

 

2022 6 27 HE3

2022 6 27 HE1

 

ໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຫງວຽນ ດັງ ຮຸງ, ກົງສຸນໃຫຍ່ ເເຫ່ງ ສສ ຫວຽດນາມ ປະຈຳ ນະຄອນຫຼວງພະບາງ, ໃນໂອກາດສຳເລັດການປະຕິບັດໜ້າທີ່ກົງສຸນໃຫຍ່ ຢູ່ ສປປ ລາວ.

 

 

ໃນໂອກາດດັ່ງກ່າວ, ທ່ານຮອງລັດ​ຖະ​ມົນ​ຕີ​ ຕິ່ງ ສຸກສັນ ໄດ້ສະເເດງຄວາມຊົມເຊີຍທີ່ ທ່ານ ຫງວຽນ ດັງ ຮຸງ ໄດ້ສຳເລັດການປະຕິບັດໜ້າທີ່ເປັນ ກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ປະຈຳ ນະຄອນຫຼວງພະບາງ ດ້ວຍຜົນສຳເລັດອັນຈົບງາມ ໃນຕະຫຼອດໄລຍະເວລາ 3 ປີ ຜ່ານມາ ແລະ ຊົມເຊີຍຕໍ່ຜົນງານໃນການປະກອບສ່ວນຢ່າງຕັ້ງໜ້າໃນການເສີມຂະຫຍາຍຮັດເເໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ເເລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ເເລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍ່ຄື ການເປັນຂົວຕໍ່ໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ບັນດາແຂວງພາກເໜືອຂອງລາວ ແລະ ບັນດາແຂວງຂອງຫວຽດນາມ ໃນການຈັດຕັ້ງປະຕິບັດບັນດາຂອບການຮ່ວມມືໃນດ້ານຕ່າງໆ. ພ້ອມດຽວກັນນີ້, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມເຊື່ອຫມັ້ນຢ່າງໜັກແໜ້ນວ່າ ພາຍຫຼັງກັບຄືນປະເທດ, ທ່ານ ຫງວຽນ ດັງ ຮຸງ ຈະສືບຕໍ່ນຳໃຊ້ປະສົບການ ແລະ ຄວາມສາມັກຄີຮັກແພງ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ. ພ້ອມນີ້, ທ່ານ ຮອງ​ລັດຖະມົນຕີ ກໍ​ໄດ້​ລາຍ​ງານ​ຫຍໍ້​ກ່ຽວກັບການ​ສ້າງ​ຂະ​ບວນການສໍາລັບ​​ກິດຈະ​ກໍາທີ່ສອງ​ຊາດ​ເຫັນ​ດີ​ຮ່ວມ​ກັນຈັດ ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ ເພື່ອສະ​ເຫລີ​ມສະຫລອງ​ປີ​ສາມັກຄີ​ມິດ​ຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ​ເພື່ອລະນຶກ​ເຖິງ​ສອງ​ວັນ​ປະຫວັດສາດອັນ​ສໍາຄັນ​ຂອງ​ສອງຊາດ​ ຄື: ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຄົບຮອບ 45 ປີ (18/7/1977 - 18/7/2022) ​ແລະ ວັນ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962 – 5/9/2022) ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ ​ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ອັນ​ອົບ​ອຸ່ນ. ສຸດ​ທ້າຍ​ນີ້, ທ່ານ ຮອງລັດຖະມົນຕີ ໄດ້ອວຍພອນໃຫ້ ທ່ານ ຫງວຽນ ດັງ ຮຸງ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.

 

ໃນຂະນະດຽວກັນ, ທ່ານ ຫງວຽນ ດັງ ຮຸງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ກົງສຸນໃຫຍ່ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ. ພ້ອມດຽວກັນນີ້, ທ່ານ ຫງວຽນ ດັງ ຮຸງ ກໍ່ໄດ້ສະແດງຄວາມຍິນດີ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດໃຫ້ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485306
ມື້ນີ້7
ມື້ວານ227
ອາທິດນີ້342
ເດືອນນີ້4611