ໃນວັນທີ 06 ຕຸລາ 2022 ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ກ່ຽວກັບການສະໝັກເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ ຄັ້ງທີ 13 (13th ASEAN Coordinating Council Working Group (ACCWG) on Timor-Leste’s Application for ASEAN Membership), ກອງປະຊຸມໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 9 (9th ASEAN Coordinating Council Working Group on Public Health Emergencies (ACCWG-PHE)), ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (ASEAN Plus Three Preparatory Senior Officials’ Meeting (APT Prep-SOM) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (East Asia Summit Preparatory Senior Officials’ Meeting (EAS Prep-SOM) ພາຍໃຕ້ການເປັນປະທານຂອງກໍາປູເຈຍ ໃນຖານະປະທານອາຊຽນສົກປີ 2022.
ໃນວັນທີ 05 ຕຸລາ 2022 ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting-SOM) ແລະ ກອງປະຊຸມປຶກສາຫາລືຮ່ວມເຈົ້າໜ້າທີ່ອາວຸໂສສາມເສົາຄໍ້າປະຊາຄົມອາຊຽນ (Joint Consultative Meeting-JCM) ພາຍໃຕ້ການເປັນປະທານຂອງກໍາປູເຈຍ ໃນຖານະປະທານອາຊຽນສົກປີ 2022.
ໃນວັນທີ 28 ກັນຍາ 2022, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ໄພວັນ ພູມິນພົນເສນາ, ຄົນເຊື້ອຊາດລາວ, ສັນຊາດ ອົດສະຕຣາລີ, ກໍາມະການສູນກາງແນວລາວສ້າງຊາດ ຢູ່ປະເທດ ອົດສະຕຣາລີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.