ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່, ການຈັດຕັ້ງປະຕິບັດວຽກງານພົວພັນຄົນເຊື້ອຊາດລາວຢູ່ຕາ່ງປະເທດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ ສຳລັບ 04 ແຂວງພາກໃຕ້ ແຂວງ ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

 

2022 9 22 PLT2

2022 9 22 PLT

2022 9 22 PLT1

 

 

ໃນວັນທີ 21 ກັນຍາ 2022, ທີ່ ນະຄອນປາກເຊ, ແຂວງ ຈໍາປາສັກ, ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່, ການຈັດຕັ້ງປະຕິບັດວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ສຳລັບ 04 ແຂວງພາກໃຕ້ ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ຢູ່ທີ່ ຫ້ອງວ່າການປົກຄອງແຂວງຈໍາປາສັກ. ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ໂສມ ບຸດຕະກຸນ, ຮອງເຈົ້າແຂວງຈໍາປາສັກ. ຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວມີບັນດາຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກການຕ່າງປະເທດ, ກອງບັນຊາການ ປກສ, ພະແນກຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກແຜນການ ແລະ ການລົງທຶນ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງລວມທັງໝົດ 85 ທ່ານ.

    

ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່, ການຈັດຕັ້ງປະຕິບັດວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ບັນດານິຕິກໍາຕ່າງໆທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ຄົນເຊື້ອຊາດລາວຢູ່ຕ່າງປະເທດ. ​​​ໂດຍ​ສະ​ເພາະ​ບັນດາ​ແຂວງ​ພາກ​ໃຕ້ເພື່ອແນ່ໃສ່ໃຫ້ທຸກຂະແໜງການທີ່ກ່ຽວຂ້ອງແຕ່ສູນກາງ ເຖິງທ້ອງຖິ່ນໃນຂອບເຂດທົ່ວປະເທດ, ໃຫ້ມີຄວາມເຂົ້າໃຈຕໍ່ກັບແນວທາງອັນສະເໝີຕົ້ນສະເໝີປາຍຂອງພັກ-ລັດເຮົາ, ຕໍ່ວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ. ພ້ອມ​ດຽວ​ກັນ​ນີ້, ກອງ​ປະຊຸມຍັງເຜີຍແຜ່ດໍາລັດວ່າດ້ວຍ ການອອກວີຊາ ແລະ ການກໍານົດເວລາພັກເຊົາ ຢູ່ ສປປ ລາວ, ໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ດໍາລັດວ່າດ້ວຍການຂໍຢູ່ ສປປ ລາວ ຢ່າງຖາວອນຂອງຄົນຕ່າງປະເທດ, ຄົນເຊື້ອຊາດລາວ ແລະ ຄົນບໍ່ມີສັນຊາດ, ດໍາລັດວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຍົກໃຫ້ເຫັນພາລະບົດບາດຂອງຄະນະກໍາມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ນໍາອີກດ້ວຍ.

 

ກອງປະຊຸມ​ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ​ແລະ ສ້າງສັນ,  ບັນດານັກວິທະຍາກອນ ແລະ ສໍາມະນາກອນ ຈາກຂະແໜງການກ່ຽວຂ້ອງໄດ້ມີການແລກປ່ຽນປະກອບຄໍາຄິດເຫັນບົດຮຽນ ແລະ ປະສົບການຕົວ​ຈິງ, ກ່ຽວກັບການ ຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ. ກ່ອນຈະປິດກອງປະຊຸມ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະ ເທດກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວສະຫຼຸບຜົນສໍາເລັດຂອງກອງປະຊຸມ. ຈາກນັ້ນ, ທ່ານ ໂສມ ບຸດຕະກຸນ, ຮອງເຈົ້າແຂວງ ຈໍາປາສັກ ກໍ່ກ່າວປະກອບຄໍາເຫັນ ແລະ ກອງປະຊຸມໄດ້ດໍາເນີນເປັນເວລາ 01 ວັນ ແລະ ມີຜົນສໍາເລັດອັນຈົບງາມ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486519
ມື້ນີ້73
ມື້ວານ142
ອາທິດນີ້181
ເດືອນນີ້5824