ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຄຸ້ມຄອງພະນັກງານທ້ອງຖິ່ນ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023

2022915 HS Ting

2022915 2

2022915 3

 

 

ໃນຕອນເຊົ້າຂອງ ວັນທີ 15 ກັນຍາ 2022, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ຫ້ອງການບໍລິການສະຖານທູດ (ຫບສ), ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຄຸ້ມຄອງພະນັກງານທ້ອງຖິ່ນ ທີ່ເຂົ້າເຮັດວຽກຢູ່ສຳນັກງານຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການ ໃນຕໍ່ໜ້າຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີຕົວແທນທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ ຈໍານວນຫຼາຍກວ່າ 50 ທ່ານ.

 

ທີ່ປະຊຸມ, ຫ້ອງການບໍລິການສະຖານທູດໃນຖານະເປັນໜ່ວຍງານຫຼັກໃນການປະຕິບັດໜ້າທີ່ສົ່ງເສີມ ແລະ ຄຸ້ມຄອງພະນັກງານທ້ອງຖິ່ນ ໄດ້ຜ່ານບົດສະຫຼຸບ ແລະ ຕີລາຄາການປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລື ແລະ ວາງທິດທາງແຜນການ ໃນຕໍ່ໜ້າ; ກອງປະຊຸມ ໄດ້ປຶກສາຫາລືບັນຫາຕ່າງໆຢ່າງກົງໄປກົງມາ, ໂດຍສະເພາະສຸມໃສ່ຄົ້ນຄວ້າ ແລະ ປະກອບຄວາມຄິດຄວາມເຫັນໃສ່ການປັບປຸງດຳລັດສະບັບເລກທີ 456/ນຍ, ລົງວັນທີ 01 ພະຈິກ 2010 ດ້ວຍຄວາມເອົາໃຈໃສ່ ເພື່ອໃຫ້ສອດຄ່ອງກັບສະພາບເງື່ອນໄຂໃນປະຈຸບັນ ກໍຄືແນວໂນ້ມໃນອານາຄົດ, ກົນໄກການປະສານງານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ບົນພື້ນຖານຫຼັກການປະຕູດຽວໃຫ້ມີປະສິດຕິພາບສູງຂຶ້ນກວ່າເກົ່າ ໂດຍເປັນການສົ່ງເສີມ, ຕິດຕາມ ແລະ ຄຸ້ມຄອງພະນັກງານທ້ອງຖິ່ນທີ່ເຮັດວຽກຢູ່ໃນສຳນັກງານຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ໃຫ້ເປັນລະບົບ, ບໍ່ກະແຈກກະຈາຍ.

 

ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານກອງປະຊຸມ ຍັງໄດ້ເໜັ້ນເຖິງມາດຕະການໃນການຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໃຫ້ເກີດດອກອອກຜົນເປັນຮູບປະທໍາທີ່ແທ້ຈິງ ໂດຍຖືເອົາກົນໄກການປະສານງານ ແລະ ລະບຸໜ່ວຍງານຮັບຜິດຊອບວຽກງານດັ່ງກ່າວໃຫ້ມີຄວາມກະຈ່າງແຈ້ງ ແລະ ປະຕິບັດວຽກງານຢ່າງມີປະສິດທິພາບ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486524
ມື້ນີ້78
ມື້ວານ142
ອາທິດນີ້186
ເດືອນນີ້5829