ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊີຕາເວັນອອກ ຄັ້ງທີ 36 (36th NEAT Country Coordinators Meeting)

 

IFA 692022

IFA 692022 2

IFA 692022 1

IFA 692022 3

ໃນວັນທີ 06 ກັນຍາ 2022, ສະຖາບັນການຕ່າງປະເທດ ໃນນາມປະທານໝູນວຽນຂອງເຄືອຂ່າຍຄັງປັນຍາອາຊີຕາເວັນອອກ (Network of East Asia Think Tanks /NEAT) ໄດ້ຈັດກອງປະຊຸມຜູ້ປະສານງານລະຫວ່າງບັນດາປະເທດເຄືອຂ່າຍຄັງປັນຍາ ຫຼື NEAT Country Coordinator’s Meeting ຄັ້ງທີ 36, ໂດຍການເປັນປະທານກ່າວເປີດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມນີ້ຍັງມີຄະນະສະຖາບັນ, ຄະນະພະແນກ ແລະ ວິຊາການ ຈຳນວນ 12 ທ່ານ ເຂົ້າຮ່ວມ ແລະ ໄດ້ດໍາເນີນເປັນເວລາ ເຄິ່ງວັນ ໃນຮູບແບບກອງປະຊູມທາງໄກ (Zoom platform).

 

ກອງປະຊຸມຄັ້ງນີ້ ມີຈຸດປະສົງ ເພື່ອຮັບຟັງ ແລະ ທົບທວນຄືນບັນດາກິດຈະກໍາຕ່າງໆຂອງເຄື່ອຂ່າຍຄັງປັນຍາອາຊີຕາເວັນອອກ (NEAT) ເປັນຕົ້້ນຜົນຂອງກອງປະຊຸມໜ່ວຍງານວິຊາການ 06 ໜ່ວຍ (Working Groups) ຈາກ 06 ປະເທດສະມາຊິກຈັດຂຶ້ນ, ພ້ອມທັງປຶກສາຫາລື ແລະ ຮັບຮອງເອົາບົດລາຍງານຜົນກອງປະຊຸມວິຊາການ (Working Group) ດັ່ງກ່າວ. ສຳຄັນແມ່ນກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາບົດລາຍງານ ສະບັບທີ 19 ຂອງກອງປະຊຸມເຄືອຂ່າຍຄັງປັນຍາອາຊີຕາເວັນອອກ ຫຼື NEAT Memorandum No. 19 ປະຈຳປີ 2022 ເພື່ອນຳສົ່ງໃຫ້ປະທານອາຊຽນ ພິຈາລະນາເອົາເຂົ້າໃນບົດຖະແຫຼງພາກລັດຖະບານໃນກອງປະຊຸມສຸດຍອດ ອາຊຽນ+3, ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍປີ 2022.

 

ໃນພິທີເປີດກອງປະຊຸມຄັ້ງນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຊີ້ໃຫ້ເຫັນເຖິງ ສະພາບຄວາມຫຍຸ້ງຍາກ ຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນການຈັດກອງປະຊຸມວິຊາການ ຈໍານວນ 06 ຄັ້ງ ທີ່ຜ່ານມາ. ເຖິງວ່າຈະປະເຊີນກັບບັນຫາ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ແຕ່ກອງປະຊຸມແຕ່ລະຄັ້ງ ກໍໄດ້ສໍາເລັດລຸລ່ວງຕາມແຜນທີ່ໄດ້ກໍານົດໄວ້. ພ້ອມດຽວກັນນັ້ນ, ທ່ານ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ການປະກອບສ່ວນທີ່ສໍາຄັນຂອງສະມາຊິກ NEAT ໃນການແກ້ໄຂບັນຫາຕ່າງໆ, ເຊິ່ງບັນດາຂໍ້ສະເໜີແນະຈາກການຄົ້ນຄວ້າ, ວິໄຈຂອງຜູ້ຊ່ຽວຊານສະເພາະທາງ, ຜູ້ຊົງຄຸນວຸດທິຈາກປະເທດຕ່າງໆນັ້ນ ລ້ວນແຕ່ມີປະໂຫຍດແລະ ເປັນບ່ອນອີງສໍາຄັນ ໃຫ້ແກ່ການຟື້ນຟູເສດຖະກິດ-ສັງຄົມ ໃນການດໍາລົງຊີວິດຮູບແບບໃໝ່. ນອກຈາກນີ້, ທ່ານ ສອນໄຊ ວັນນະໄຊ, ຮອງຫົວໜ້າສະຖາບັນການຕ່າງປະເທດ, ຜູ້ຕາງໜ້າຈາກ NEAT ສປປ ລາວ, ກໍ່ໄດ້ລາຍງານຜົນກອງປະຊຸມໜ່ວຍງານວິຊາການ Working Group ທີ່ສະຖາບັນການຕ່າງປະເທດເປັນເຈົ້າພາບ, ຈັດຂຶ້ນໃນຄັ້ງ ວັນທີ 09 ມິຖຸນາ 2022, ພາຍໃຕ້ຫົວຂໍ້: “ ການຟື້ນຟູການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ, ຍືນຍົງ ແລະ ກວມລວມໃນທ່າມກາງການແຜ່ລະບາດຂອງພະຍາດ ໂຄວິດ-19 (Sustainable, Inclusive and resilient Socio-Economic Recovery and Growth in the Midst of Pandemic) ” ເຊິ່ງໄດ້ຮວບຮວມເອົາບັນດາຄຳຄິດຄຳເຫັນ ແລະ ຂໍ້ສະເໜີຕ່າງໆ ຈາກປະເທດສະມາຊິກ ເພື່ອປະກອບເນື້ອໃນເຂົ້າເປັນຮ່າງບົດບັນທຶກ ສະບັບທີ 19 (Memorandum No. 19).

 

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ຜູ້ນໍາພາກອງປະຊຸມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບັນດາປະເທດສະມາຊິກອາຊຽນ 06 ປະເທດຂອງເຄືອຂ່າຍ NEAT ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ເອົາໃຈໃສ່ປະກອບສ່ວນຮ່ວມກັນເປັນເຈົ້າພາບ ຈັດກອງປະຊຸມວິຊາການ 06 ຄັ້ງ ແລະ ໄດ້ຈັດຕັ້ງປະຕິບັດແຜນວຽກຕ່າງໆ ຕະຫຼອດໄລຍະການເປັນປະທານຂອງ ສປປ ລາວ ທ່າມກາງສະພາບຄວາມຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນ ໄລຍະການຟື້ນຟຸເສດຖະກິດ ພາຍຫຼັງການລະບາດຢ່າງໜັກຂອງ ໂຄວິດ-19. ພ້ອມດຽວກັນນີ້, ບັນດາກິດຈະກໍາຕ່າງໆ ທີ່ໄດ້ຕົກລົງກັນຈັດຕັ້ງປະຕິບັດ ແລະ ສຳເລັດໄປກ່ອນໜ້າແລ້ວນັ້ນ ເພື່ອຈະໄດ້ສົ່ງມອບຄວາມຮັບຜິດຊອບ ຕໍ່ໄປໃຫ້ປະເທດເຈົ້າພາບ ໃນຮອບວຽນ ປີ 2023.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489728
ມື້ນີ້47
ມື້ວານ266
ອາທິດນີ້927
ເດືອນນີ້3121