ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ລົງຕິດຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V.

 

2022 9 21 VM PX Bolikhamxay

2022 9 21 VM PX Bolikhamxay1

2022 9 21 VM PX Bolikhamxay2

 

ໃນວັນທີ 21 ກັນຍາ 2022, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຄະນະກໍາມະການຊີ້ນໍາລວມ ພິທີວາງສີລາລຶກເປີດການກໍ່ສ້າງໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງຂົວມິດຕະພາບ ດັ່ງກ່າວ ທີ່ ແຂວງບໍລິຄໍາໄຊ ເພື່ອກະກຽມໃຫ້ແກ່ພິທີວາງສີລາລຶກໂຄງການດັ່ງກ່າວ ທີ່ຈະມີຂຶ້ນໃນມໍ່ໆນີ້.

         

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງໂຄງການ ແລະ ການກະກຽມດ້ານຕ່າງໆ ໃນການຈັດພິທີວາງສີລາລຶກຈາກ ທ່ານ ລິດຕາ ຂັດທິຍະ, ຫົວໜ້າກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ໃນນາມຄະນະຮັບຜິດຊອບໂຄງການ, ຊຶ່ງເຫັນວ່າ ມີຄວາມຄືບໜ້າຫຼາຍສົມຄວນ ແລະ ບາງໜ້າວຽກກໍ່ເຮັດສໍາເລັດລື່ນຄາດໝາຍ. ໃນກອງປະຊຸມຄັ້ງນີ້, ຍັງມີທ່ານ ຄໍາແຫວນ ປັນຍານຸວົງ, ຮອງເຈົ້າແຂວງບໍລິຄໍາໄຊ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ສາມາດຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມຄາດໝາຍເປັນກ້າວໆມາ, ຊຶ່ງພາຍຫຼັງສໍາເລັດໂຄງການ ແລະ ເປີດການນໍາໃຊ້ຢ່າງເປັນທາງການ ກໍ່ຈະເປັນທ່າແຮງອັນໃໝ່ໃນການກະຕຸກຊຸກຍູ້ເສດຖະກິດໂດຍລວມຂອງ ສປປ ລາວ ກໍ່ຄືຊຸກຍູ້ ການຍົກລະດັບການພົວພັນ ແລະ ຮ່ວມມືເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ຂອງສອງປະເທດ ໃນໂອກາດທີ່ທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 01-02 ມິຖຸນາ 2022 ຜ່ານມາ. ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ຍັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບສືບຕໍ່ກະກຽມຄວາມພ້ອມໃນວຽກງານດ້ານຕ່າງໆ ໃຫ້ແກ່ການຈັດພິທີວາງສີລາລຶກໂຄງການດັ່ງກ່າວ ທີ່ຄາດວ່າຈະຈັດຂຶ້ນໃນທ້າຍເດືອນຕຸລາ 2022 ນີ້ ໂດຍສະເພາະແມ່ນ ວາລະຕ່າງໆຂອງພິທີ, ດ້ານພິທີການ ແລະ ສະຖານທີ່ ແລະ ການປ້ອງກັນຄວາມສະຫງົບ ເປັນຕົ້ນ. ນອກຈາກນີ້, ທ່ານຍັງໄດ້ລົງຕິດຕາມກວດກາສະຖານທີ່ກໍ່ສ້າງ ແລະ ສະຖານທີ່ຈັດພິທີວາງສີລາລຶກຕົວຈິງຕື່ມອີກ.

         

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ໄດ້ເລີ່ມດໍາເນີນການກໍ່ສ້າງນັບແຕ່ເດືອນມັງກອນ 2021 ເປັນຕົ້ນມາ ແລະ ຄາດວ່າຈະໃຫ້ສໍາເລັດ ໃນປີ 2024. ມາຮອດປັດຈຸບັນ, ການກໍ່ສ້າງໂຄງການດັ່ງກ່າວຢູ່ເບື້ອງລາວ ແມ່ນສໍາເລັດແລ້ວຫຼາຍກວ່າ 50%.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486461
ມື້ນີ້15
ມື້ວານ142
ອາທິດນີ້123
ເດືອນນີ້5766