ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີການເປີດໂຕປຶ້ມການພົວພັນການທູດ ລາວ-ອົດສະຕຣາລີ ຄົບຮອບ 70 ປີ.

2022 9 15 ifa aus book60th 16

2022 9 15 ifa aus book60th 23

2022 9 15 ifa aus book60th 26

2022 9 15 ifa aus book60th 9

 

ໃນຕອນບ່າຍຂອງ ວັນທີ 15 ກັນຍາ 2022, ສະຖາບັັນການຕ່າງປະເທດ, ກະຊວງການຕ່າງປະ ເທດ ໄດ້ຈັດພິທີເປີດຕົວປຶ້ມ “70 ປີ ການພົວພັນການທູດ ລາວ-ອົດສະຕຣາລີ” ຢ່າງເປັນທາງການ, ເພື່ອເປັນການລະນຶກເຖິງ ຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ, ໂດຍການເປັນປະທານ ແລະ ກ່າວເປີດພິທີ ຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ເຊິ່ງມີ ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນຫານຕ່າງປະເທດ, ທ່ານ Daniel Heldon, ຮອງທູດອົດສະຕຣາລີ ປະຈໍາ ສປປ ລາວ, ບັນດາທ່ານອະດີດທູດອາວຸໂສຂອງລາວ, ຜູ້ຕາງໜ້າຈາກສະຖາບັນ ລາວ-ອົດສະຕຣາລີ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຄະນະກົມພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມໃນພິທີ ຫຼາຍກວ່າ 50 ທ່ານ.

ພິທີເປີດຕົວປຶ້ມ “70 ປີ ການພົວພັນການທູດ ລາວ-ອົດສະຕຣາລີ” ແມ່ນໜຶ່ງໃນກິດຈະກໍາທີ່ສໍາຄັນ ເພື່ອປະກອບສ່ວນເຂົ້າໃນການສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ຄົບຮອບ 70 ປີ (16/01/1952-16/01/2022). ປຶ້ມເຫຼັ້ມນີ້ ໄດ້ສັງລວມເອົາປະຫວັດ ແລະ ຄວາມເປັນມາການພົວພັນຮ່ວມມື ໃນຂະແໜງການຕ່າງໆ ລະຫວ່າງ ລາວ ແລະ ອົດສະຕຣາລີ ໂດຍໄດ້ລົງເລິກການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ຢູ່ໃນພາກພື້ນ ແລະ ສາກົນ, ແລະ ການພົວພັນ ນັບແຕ່ໄລຍະກ່ອນ ແລະ ຫຼັງການສະຖາປະນາ ສປປ ລາວ ຢ່າງເປັນທາງການ ໃນປີ 1975. ພ້ອມນີ້, ອົດສະຕຣາລີ ຍັງໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂະແໜງການສຶກສາ ແລະ ພັດທະນາຢູ່ຫຼາຍຂະ       ແໜງການໃນທົ່ວປະເທດ.

ປຶ້ມ “70 ປີ ການພົວພັນການທູດ ລາວ-ອົດສະຕຣາລີ”, ສະຖາບັນການຕ່າງປະເທດ ໄດ້ມີການລິເລີ່ມແນວຄວາມຄິດ ແລະ ລົງມືຄົ້ນຄວ້າຮຽບຮຽງມາແຕ່ທ້າຍປີ 2021, ພາຍໃຕ້ຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຈາກຄະນະນໍາກະຊວງການຕ່າງປະເທດທຸກຂັ້ນ, ຄະນະບັນນາທິການອາວຸໂສ ແລະ ຄະນະສະຖາບັນການຕ່າງປະເທດ ທີ່ມີປະສົບການ ແລະ ໄດ້ເຮັດວຽກຕົວຈິງ ໃນການຮຽບຮຽງ ແລະ ກວດແກ້ເນື້ອໃນ ໃຫ້ມີຄວາມຄົບຖ້ວນສົມບູນຍິ່ງຂຶ້ນ. ນອກຈາກນັ້ນ, ຍັງໄດ້ຮັບການຮ່ວມມື ແລະ ສະໜອງຂໍ້ມູນຕ່າງໆ ທີ່ເປັນປະໂຫຍດ ຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ກະຊວງອ້ອມຂ້າງສູນກາງ ແລະ ອົງການ ຈັດຕັ້ງທີ່ກ່ຽວຂ້ອງ, ຈຶ່ງສາມາດສໍາເລັດລຸລ່ວງໄປໄດ້. ພ້ອມດຽວກັນນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ຍັງໄດ້ໃຫ້ການສະໜັບສະໜູນທາງດ້ານງົບປະມານໃນການຈັດພິມຈໍານວນໜຶ່ງ.

ຈາກຜົນສຳເລັດຢ່າງຈົບງາມຄັ້ງນີ້, ສະຖາບັນການຕ່າງປະເທດ ສາມາດຈັດພິມຄັ້ງທໍາອິດ ລວມເປັນຈໍານວນ 1.000 ຫົວ ອອກສູ່ສາຍຕາຜູ້ອ່ານ. ປຶ້ມຫົວດັ່ງກ່າວ ຈະເປັນແຫຼ່ງຂໍ້ມູນທີ່ເປັນປະໂຫຍດສໍາລັບນັກການທູດ, ນັກຄົ້ນຄວ້າ, ນັກຮຽນຮູ້ປັນຍາຊົນ ກໍຄື ຜູ້ອ່ານທົ່ວໄປທີ່ມີຄວາມສົນໃຈ ກ່ຽວກັບ ການພົວພັນຮ່ວມມື ລາວ-ອົດສະຕຣາລີ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ທີ່ພົ້ນເດັ່ນ ແນໃສ່ເປັນບ່ອນອີງທີ່ສໍາຄັນໃນການສຶກສາ ແລະ ຄົ້ນຄວ້າວິໃຈ ເພື່ອສົ່ງເສີມການພົວພັນຮ່ວມມື ລາວ-ອົດສະຕຣາລີ ໃນຕໍ່ໜ້າ. ຂໍຖືໂອກາດນີ້, ຂໍຂອບໃຈມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໃຫ້ການສະໜັບສະໜູນ ແລະ ທຸ້ມເທ ເພື່ອເຮັດໃຫ້ປຶ້ມເຫຼັ້ມດັ່ງກ່າວ ສາມາດເປີດຕົວຢ່າງເປັນທາງການ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486507
ມື້ນີ້61
ມື້ວານ142
ອາທິດນີ້169
ເດືອນນີ້5812