ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຮ່ວມກັບສະພາແຫ່ງຊາດ

 

1292022

1292022 1

1292022 2

ໃນຕອນເຊົ້າຂອງວັນທີ 12 ກັນຍາ 2022 ທີ່ໂຮງແຮມແລນມາກ, ນະຄອນຫລວງວຽງຈັນ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ໃນນາມເປັນກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ກອງເລຂາ ປພຍ ແຫ່ງຊາດ) ຮ່ວມກັບສະພາແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍການເປັນປະທານຮ່ວມຂອງທ່ານ ດຣ. ບຸນລ້ອມ ແກ້ວບົວໂຮມ, ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ, ສະພາແຫ່ງຊາດ ແລະ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາກະຊວງຂະແໜງການ ແລະ ບັນດາກົມກອງອ້ອມຂ້າງສະພາແຫ່ງຊາດ ຈໍານວນ 60 ທ່ານ. ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນທຶນຮອນຈາກອົງການ UNICEF ປະຈໍາ ສປປ ລາວ.

 

ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ກໍເພື່ອສືບຕໍ່ເຜີຍແຜ່ ແລະ ສົ່ງເສີມການມີສ່ວນຮ່ວມຂອງທຸກ ພາກສ່ວນໃນສັງຄົມ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໃຫ້ແກ່ພະນັກງານ ລັດຖະກອນໃນບັນດາກົມກອງຂອງສະພາແຫ່ງຊາດ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ຮັບຊາບ. ພ້ອມດຽວກັນນີ້, ກໍ່ເພື່ອສ້າງເຄືອຂ່າຍການປະສານງານ ແລະ ການຮ່ວມມືລະຫວ່າງຄະນະຈຸດປະສານງານ ປພຍ ກັບສະພາແຫ່ງຊາດ ພ້ອມທັງເປັນການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ໃນການຈັດຕັ້ງປະຕິບັດ ປພຍ ແລະ ວຽກງານການ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນຕໍ່ໜ້າ.

 

ໃນໂອກາດດັ່ງກ່າວນີ້, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານ ຮ່ວມກອງປະຊຸມໄດ້ກ່າວວ່າເປົ້າໝາຍການພັດທະນາແບບຍືນຍົງ ຫລື ປພຍ ແມ່ນຄໍາໝາຍໝັ້ນສັນຍາຂອງ ວົງຄະນາຍາດສາກົນ ສ້າງຂຶ້ນມາໂດຍການມີສ່ວນຮ່ວມຂອງບັນດາປະເທດສະມາຊິກ ແລະ ທຸກປະເທດກໍ່ໃຫ້ ການຮັບຮອງເອົາ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະພ້ອມກັນປະຕິບັດເປົ້າໝາຍດັ່ງກ່າວ ໂດຍແນໃສ່ການແກ້ໄຂບັນຫາ ຄວາມທຸກຍາກ ໄປພ້ອມໆກັບການພັດທະນາທາງດ້ານເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ. ການພັດທະນາແບບຍືນຍົງ ໄດ້ກາຍເປັນພື້ນຖານທີ່ສໍາຄັນຂອງທຸກປະເທດໃນໂລກ ເຊິ່ງການພັດທະນາ ໃນປະຈຸບັນຈະຕ້ອງບໍ່ໄປບັ່ນທອນໂອກາດ ແລະ ຄວາມສາມາດໃນການພັດທະນາຂອງຄົນລຸ້ນຫຼັງ ກໍ່ຄືລູກຫລານຂອງເຮົາໃນອະນາຄົດ. ນັບແຕ່ການປະກາດຮັບຮອງເອົາວາລະຂອງສາກົນດັ່ງກ່າວໃນປີ 2015, ສປປ ລາວ ມີຄວາມໝາຍໝັ້ນອັນແຮງກ້າໃນການຈັດຕັ້ງປະຕິບັດວາລະຂອງສາກົນດັ່ງກ່າວ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດໃນແຕ່ລະໄລຍະທີ່ມີການເຊື່ອມສານ ປພຍ ເຂົ້າໃສ່ນໍາ.

 

ພ້ອມດຽວກັນນີ້, ສະພາແຫ່ງຊາດກໍ່ເປັນອົງການຈັດຕັງລັດໜຶ່ງທີ່ສໍາຄັນໃນປະກອບສ່ວນເຂົ້າວຽກງານການ ຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ກໍ່ຄືແຜນພັດທະນາເສດຖະກິດສັງຄົມ ໃນແຕ່ລະໄລຍະ ໂດຍສະເພາະ ສະພາແຫ່ງຊາດມີບົດບາດສໍາຄັນໃນຖານະອົງການນິຕິບັນຍັດໃນການສ້າງ ແລະ ຮັບຮອງເອົາບັນດານິຕິກໍາ, ໃຫ້ສັດຕະຍາບັນ ແລະ ນະໂຍບາຍຕ່າງໆ ທີ່ຈໍາເປັນ ເພື່ອນໍາເອົາວາລະຂອງສາກົນມາຈັດຕັ້ງປະຕິບັດໃຫ້ປະກົດ ຜົນເປັນຈິງ, ພ້ອມທັງເປັນຜູ້ອະນຸມັດງົບປະມານຂອງລັດເພື່ອໃຫ້ສອດຄ່ອງກັບບູລິມະສິດການພັດທະນາ ຂອງປະເທດ. ນອກຈາກນີ້, ກໍ່ມີບົດບາດໃນການຕິດຕາມກວດກາບັນດາແຜນງານໂຄງການ ແລະ ກິດຈະກໍາຕ່າງໆ ຂອງລັດຖະບານໃນແຕ່ລະໄລຍະ.

 

ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍຜົນສໍາເລັດຕາມຄາດໝາຍ ເຊິ່ງຜູ້ເຂົ້າຮ່ວມໄດ້ປະກອບ ຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ໂດຍໄດ້ນໍາເອົາບົດຮຽນຕົວຈິງຈາກການຈັດຕັ້ງປະຕິບັດວຽກງານ ຂອງບັນດາຄະນະຈຸດປະສານງານ ປພຍ ມາແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ  ຮ່ວມກັນຊອກຊ່ອງທາງແກ້ໄຂກ່ຽວກັບສິ່ງທ້າທາຍ   ຕໍ່ການພັດທະນາໃນຂະແໜງການຕ່າງໆໃນຕໍ່ໜ້າ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486489
ມື້ນີ້43
ມື້ວານ142
ອາທິດນີ້151
ເດືອນນີ້5794