ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເວທີພົບປະພາກທຸລະກິດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 10

 

2022 9 14 MEKONG ROK 2

2022 9 14 MEKONG ROK 3

2022 9 14 MEKONG ROK 4

 

ໃນວັນທີ 14 ກັນຍາ 2022, ສປປ ລາວ ແລະ ສ. ເກົາຫລີ ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມເວທີພົບປະພາກທຸລະກິດແມ່ນໍ້າຂອງ-ສ.ເກົາຫລີິ ຄັ້ງທີ 10 ຂຶ້ນທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້:   “ປັດໄຈຂອງການປ່ຽນແປງຕ່ອງໂສ້ມູນຄ່າເພີ່ມສາກົນ ແລະ ການຫັນປ່ຽນສູ່ດີຈີຕອນ: ຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າຂອງ-ສ.ເກົາຫລີ” ຫຼື “Impacts of Global Value Chain Reorganization and Digital Transformation: Strategies for Mekong-Korea Economic Cooperation” ໂດຍການເປັນປະທານຮ່ວມກ່າວເປີດກອງປະຊຸມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Choi Youngsam, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ, ມີບັນດາຕາງໜ້າຈາກພາກລັດ ແລະ ພາກເອກະຊົນ ຈາກບັນດາປະເທດແມ່ນໍ້າຂອງ ແລະ ສ.ເກົາຫລີ ເຂົ້າຮ່ວມທັງໝົດ ຈຳນວນ 150 ທ່ານ.

 

ກອງປະຊຸມເວທີພົບປະພາກທຸລະກິດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງນີ້ ຖືກຈັດຂຶ້ນທ່າມກາງການສະເຫລີມ ສະຫລອງການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ຂອງບັນດາປະເທດແມ່ນໍ້າຂອງ ແລະ ສ.ເກົາຫລີ ຄົບຮອບ 10 ປີ ໂດຍມີຈຸດປະສົງເພື່ອບັນລຸເປົ້າໝາຍຂອງການຮັດແໜ້ນການຮ່ວມມື ລະຫວ່າງ ພາກລັດ ແລະ ພາກເອກະຊົນ ໃນພາກພື້ນແມ່ນໍ້າຂອງ ແລະ ສ.ເກົາຫລີ, ທັງເປັນເວທີທີ່ສ້າງໂອກາດໃຫ້ບັນດາຜູ້ປະກອບການ ກໍຄືພາກທຸລະກິດ ໄດ້ພົບປະກັບຜູ້ປະກອບການຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ສ.ເກົາຫລີ ເຊິ່ງເປັນໂອກາດອັນດີທີ່ຈະໄດ້ຂະຫຍາຍຕະຫລາດຂອງ ສປປ ລາວ ອອກສູ່ພາກພື້ນ. ພ້ອມນີ້, ກໍເພື່ອຮັດແໜ້ນການຮ່ວມມືເພື່ອເປີດໂອກາດໃຫ້ແກ່ພາກລັດ ແລະ ພາກເອກະຊົນ ໄດ້ພົບປະ ແລະ ແລກປ່ຽນ ຂໍ້ມູນຂ່າວສານ ເພື່ອຮ່ວມກັນວາງທິດທາງຍຸດທະສາດຮັບມືກັບການປ່ຽນແປງຕ່ອງໂສ້ມູນຄ່າເພີ່ມສາກົນ ແລະ ການຫັນປ່ຽນສູ່ດີຈີຕອນ ເຂົ້າໃນການພັດທະນາເສດຖະກິດໃນຍຸກສະໄໝໃໝ່. ກອງປະຊຸມຄັ້ງນີ້ ໄດ້ແບ່ງວາລະປຶກສາຫາລືອອກເປັນ 2 ຫົວຂໍ້ສຳຄັນ: 1) ບົດບາດຄວາມສໍາຄັນຂອງຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ທ່າມກາງການປ່ຽນແປງຕ່ອງໂສ້ມູນຄ່າເພີ່ມສາກົນ ແລະ ການຫັນປ່ຽນສູ່ດີຈີຕອນ ແລະ 2) ອານາຄົດການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ແລະ ຍຸດທະສາດການເຂົ້າເຖິງຕະຫຼາດ. ຄ່ຽງຄູ່ກັບພາກປຶກສາຫາລືດ້ານວິຊາການ, ໃນຕອນບ່າຍຂອງວັນດຽວກັນ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສ. ເກົາຫລີ ໄດ້ຮ່ວມກັນຈັດການພົບປະພາກທຸລະກິດ (1:1 Business Meeting) ເພື່ອເປີດໂອກາດໃຫ້ບັນດາຫົວໜ່ວຍວິສາຫະກິດຈາກທຸກປະເທດສະມາຊິກ ໄດ້ຊອກຫາຊ່ອງທາງຮ່ວມທຸລະກິດ ໂດຍສະເພາະການນຳເຂົ້າ ແລະ ສົ່ງອອກສິນຄ້າ ກໍຄື ການຂະຫຍາຍຕະຫຼາດໃນພາກພື້ນ. ນອກຈາກນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງຈະໄດ້ເດີນທາງໄປຢ້ຽມຢາມບໍລິສັດວຽງຈັນໂລຈິດຊະຕິກທ່າບົກ-ທ່ານາແລ້ງ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວພາຍໃນນະຄອນຫຼວງວຽງຈັນ.

 

ຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ສ້າງຕັ້ງຂຶ້ນໃນປີ 2011 ເພື່ອຮັດແໜ້ນການຮ່ວມມືດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ລະຫວ່າງ ພາກພື້ນແມ່ນໍ້າຂອງ ແລະ ສ. ເກົາຫລີ, ໂດຍແນໃສ່ການຮ່ວມກັນສ້າງຄວາມຈະເລີນຮຸ່ງເຮືອງ ແລະ ຫຼຸດຄວາມແຕກໂຕນກັນທາງດ້ານການພັດທະນາ ລະຫວ່າງບັນດາປະເທດແມ່ນໍ້າຂອງ ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ບົນພື້ນຖານ 3 ເສົ້້າຄໍ້າເພື່ອປະຊາຊົນ,​ ເພື່ອຄວາມຈະເລີນຮຸ່ງເຮືອງ ແເລະ ເພື່ອຄວາມສະຫງົບສຸກ ແລະ 7 ຂົງເຂດບູລິມະສິດ:​ ວັດທະນະທໍາ ແລະ ການທ່ອງທ່ຽວ;​ ການພັດທະນາຊັບພະຍາກອນມະນຸດ; ກະສິກໍາ ແລະ ພັດທະນາຊົນນະບົດ; ພັດທະນາພື້ນຖານໂຄງລ່າງ; ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ; ສິ່ງແວດລ້ອມ; ແລະ ສິ່ງທ້າທາຍແບບໃໝ່.

 

2022 9 14 MEKONG ROK 1

ໃນຕອນເຊົ້າຂອງວັນດຽວກັນ, ກໍ່ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດລາວ ເເລະ ທ່ານ ຊອຍ ຍຸງ ຊຳ, ຮອງລັດຖະມົນຕີຕ່າງປະເທດ ແຫ່ງ ສ. ເກົາຫຼີ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ເເລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ສປປ ລາວ-ສ.ເກົາຫຼີ ຕະຫຼອດໄລຍະຜ່ານມາ, ໄດ້ມີການພົບປະເເລກປ່ຽນການຢ້ຽມຢາມຂອງການນຳລະດັບຕ່າງໆ ຢ່າງເປັນປົກກະຕິ, ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ລັດຖະສະພາ ແລະ ອື່ນໆ ແມ່ນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ສອງຝ່າຍ ໄດ້ເຫັນດີເປັນເອກະພາບໃຫ້ສືບຕໍ່ເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ເພື່ອໃຫ້ມີບາດກ້າວອັນໃຫມ່ ໂດຍສະເພາະໃນຂົງເຂດການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມນະໂຍບາຍການຫັນໄປສູ່ການເປັນສູນກາງເຊື່ອມຈອດດ້ານຂົນສົ່ງທາງບົກໃນພາກພື້ນ, ຊຸກຍູ້ຂົນຂວາຍ ບັນດານັກທຸລະກິດ ສ.ເກົາຫຼີ ໃຫ້ມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ, ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ແລະ ອື່ນໆ. ປະຈຸບັນ ສ.ເກົາຫຼີ ໄດ້ຖືກຈັດຢູ່ອັນດັບຕົ້ນຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ ແລະ ໄດ້ໃຫ້ການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ແກ່ ສປປ ລາວ ຕະຫຼອດມາ. ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີິ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍສະເພາະ ແມ່ນການຊ່ວຍເຫຼືອໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ, ເຊິ່ງທັງຫມົດນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ມາໂດຍຕະຫຼອດ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486523
ມື້ນີ້77
ມື້ວານ142
ອາທິດນີ້185
ເດືອນນີ້5828