ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

 

2022 9 3 6 VM Cuba 3

2022 9 3 6 VM Cuba 4

2022 9 3 6 VM Cuba 2

2022 9 3 6 VM Cuba 5

 

ໃນລະຫວ່າງວັນທີ 3-5 ກັນຍາ 2022, ສະຫາຍ ເຮຣາຣໂດ ເປຫຍາເວນຣ ໂປຣຕານ (Gerardo Penalver Portal), ຮອງລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ,​ ເພື່ອສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ-ກູບາ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.

 

ໃນວັນທີ 5 ກັນຍາ 2022, ​ທີ່ ກະຊວງການຕ່າງປະເທດລາວ ໄດ້ມີກອງປະຊຸມປຶກສາຫາລືສອງຝ່າຍ  ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສ. ກູບາ ຄັ້ງທີ I ໄລຍະການຮ່ວມມື 2022-2025, ໂດຍການເປັນປະທານຮ່ວມຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ເຮຣາຣໂດ ເປຫຍາເວນຣ ໂປຣຕານ, ຮອງລັດຖະມົນຕີຕ່າງປະເທດ ແຫ່ງ ສ.ກູບາ. ໃນໂອກາດດັ່ງກ່າວນີ້, ສະຫາຍ ຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງສະຫາຍ ເຮຣາຣໂດ ເປຫຍາເວນຣ ໂປຣຕານ ພ້ອມດ້ວຍຄະນະ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຖານອ້າຍນ້ອງຮ່ວມອຸດົມການສັງຄົມນິຍົມ ທີ່ມີມູນເຊື້ອມາຍາວນານ ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວອັນໃຫມ່.

 

ກອງປະຊຸມປຶກສາຫາລື ໃນຄັ້ງນີ້ ຖືເປັນນິມິດໝາຍອັນສຳຄັນສຳລັບສອງຝ່າຍ ໃນການສືບຕໍ່ຮັດແໜ້ນ ແລະ ຊຸກຍຸ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງຊາດ ລາວ-ກູບາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ກູບາ ພາຍຫລັງທີ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 04 ພະຈິກ 1974 ເປັນຕົ້ນມາ, ສອງຝ່າຍ ໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນລະດັບຕ່າງໆ ທັງສາຍພັກ ແລະ ສາຍລັດ ເປັນແຕ່ລະໄລຍະ, ມີການພົວພັນຮ່ວມມື ແລະ ຈັດຕັ້ງປະຕິບັດບັນດາໂຄງການໃນຫຼາຍຂະແໜງ ການເປັນຕົ້ນແມ່ນ ດ້ານສາທາລະນະສຸກ, ການສຶກສາ-ກິລາ, ເສດຖະກິດ-ການຄ້າ, ວັດທະນະທຳ ແລະ ອື່ນໆ.ພ້ອມນີ້, ສອງຝ່າຍ ໄດ້ຮ່ວມກັນສະຫຼຸບຕີລາຄາ ແລະ ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ, ຖອດຖອນບົດຮຽນ, ປັບປຸງບັນຫາຂໍ້ຄົງຄ້າງ ແລະ ວາງທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ ເພື່ອສົ່ງເສີມການພົວພັນຮ່ວມມືໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ມີຫມາກຜົນຍິ່ງຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄື ຊຸກຍູ້ໃຫ້ມີການປະສານສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ກູບາ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພົວພັນຮ່ວມມືສອງຝ່າຍ ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງ ບັນດາຂະແໜງການຕ່າງໆຂອງສອງຝ່າຍໃຫ້ມີປະສິດທິຜົນຍິ່ງຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ກູບາ, ທັງສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ໃນເວທີພາກພື້ນ ແລະ ສາກົນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນຂອງແຕ່ລະປະເທດ ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

2022 9 3 6 VM Cuba 6

2022 9 3 6 VM Cuba 7

ພາຍຫຼັງສຳເລັດກອງປະຊຸມປຶກສາຫາລື, ສະຫາຍ ຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ແລະ ສະຫາຍຮອງລັດຖະມົນຕີ ເຮຣາຣໂດ ເປຫຍາເວນຣ ໂປຣຕານ ກໍ່ໄດ້ເຂົ້າຮ່ວມພິທີລົງນາມສັນຍາ ວ່າດ້ວຍ ແຜນການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ສ.ກູບາ ສຳລັບ ປີ 2022-2025.

2022 9 3 6 VM Cuba 9

2022 9 3 6 VM Cuba 8

 

ໃນວັນດຽວກັນ, ສະຫາຍ ຮອງລັດຖະມົນຕີ ເຮຣາຣໂດ ເປຫຍາເວນຣ ໂປຣຕານ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ເຂົ້າຢ້ຽມຂ່ຳນັບ ສະຫາຍ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. ໃນໂອກາດດັ່ງກ່າວ, ບັນດາການນຳຂອງ ສປປ ລາວ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນ ກູບາ ທີ່ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ພ້ອມທັງອວຍພອນໃຫ້ ຄະນະຜູ້ແທນ ກູບາ ຈົ່ງປະສົບຜົນສຳເລັດຕາມລະດັບຄາດໝາຍ.

 

ນອກຈາກນີ້, ຄະນະຜູ້ແທນ ສ.ກູບາ ຍັງຈະໄດ້ເດີນທາງຢ້ຽມຢາມ ເຂດພັດທະນາກວມລວມໄຊເຊດຖາ, ໂຮງຮຽນມັດທະຍົມສຶກສາ ດົງບັງ ມິດຕະພາບ ລາວ-ກູບາ, ຢ້ຽມຊົມ ຫໍພິພິຕະພັນ ໄກສອນ ພົມວິຫານ ແລະ ບັນດາສະຖານທີ່ທາງປະຫວັດສາດ ແລະ ວັດທະນະທຳ ຂອງ ສປປ ລາວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486523
ມື້ນີ້77
ມື້ວານ142
ອາທິດນີ້185
ເດືອນນີ້5828