ໃນຕອນເຊົ້າຂອງວັນທີ 14 ມັງກອນ 2020, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ Rena Bitter, ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ, ໃນໂອກາດໄດ້ສຳເລັດການປະຕິບັດໜ້າທີ່ການທູດປະຈຳຢູ່ ສປປ ລາວ.
ໃນວັນທີ 14 ມັງກອນ 2020, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ (ເຕັດຫງວຽນດານ), ຊຶ່ງເປັນບຸນປະເພນີຂອງ ປະຊາຊົນຫວຽດນາມ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກເທື່ອໜຶ່ງ ໃນປີ 2020 ນີ້.
ໃນລະຫວ່າງການເຄຶ່ອນໄຫວຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ, ໃນລະຫວ່າງວັນທີ 05-09 ມັງກອນ 2020, ໃນຕອນເຊົ້າຂອງວັນທີ 09 ມັງກອນ 2020, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຊົມ ກຸ່ມບໍລິສັດກະສິກຳ ຢຸນນານ, ຊຶ່ງບໍລິສັດດັ່ງກ່າວໄດ້ສ້າງຕັ້ງແຕ່ປີ 1951 ແລະ ກໍໄດ້ຮັບການພັດທະນາປັບປຸງການຄຸ້ມຄອງບໍລິຫານມາໂດຍຕະຫຼອດ. ເລີ່ມແຕ່ປີ 2014 ເປັນຕົ້ນມາ, ກຸ່ມບໍລິສັດນີ້ ໄດ້ແຍກອອກຈາກກຸ່ມບໍລິສັດໃຫຍ່ເຂົ້າສູ່ລະບົບເສດຖະກິດ ຢ່າງເປັນເອກະລາດ ແລະ ໄດ້ດຳເນີນກິດຈະການທາງດ້ານກະສິກຳຢູ່ແຂວງຢຸນນານ ໂດຍໄດ້ເປັນບໍລິສັດວິສາຫະກິດລະດັບຊາດ ໃນຂົງເຂດກະສິກຳ ເຊັ່ນ: ການພັດທະນາຜະລິດຕະພັນສີຂຽວ, ຊັບພະຍາກອນກະສິກຳ ແລະ ປ່າໄມ້, ການບໍລິການດ້ານກະສິກຳ. ຄະນະ ໄດ້ສືບຕໍ່ຢ້ຽມຢາມສະຖາບັນວິຊາຊີບ ແລະ ເຕັກນິກທາງລົດໄຟຄຸນໝິງ, ຊຶ່ງເປັນສະຖາບັນແຫ່ງດຽວຂອງລັດໃນແຂວງຢຸນນານ. ສະຖາບັນດັ່ງກ່າວ ໄດ້ສ້າງເປັນສູນສ້າງບຸກຄະລາກອນຂັ້ນວິຊາຊີບ ກ່ຽວກັບ ທາງລົດໄຟ ແລະ ລົດໄຟທີ່ນຳໃຊ້ພາຍໃນຕົວເມືອງຄຸນໝິງ ໂດຍໄດ້ຮັບການຊີ້ນຳໂດຍກົງຈາກພະແນກສຶກສາຂອງແຂວງຢຸນນານ. ສະຖາບັນແຫ່ງນີ້ ໄດ້ແບ່ງອອກເປັນ 16 ສາຂາວິຊາຮຽນ ແລະ ໄດ້ແບ່ງອອກເປັນ 04 ກຸ່ມໃຫຍ່ ເຊັ່ນ: ການຂົນສົ່ງທາງລົດໄຟ, ຫົວລົດໄຟ, ການສ້ອມແປງລົດໄຟ ແລະ ລະບົບໄຟຟ້າ.
ຕະຫຼອດໄລຍະ 61 ປີ ຜ່ານມາ, ສະຖາບັນແຫ່ງນີ້ ໄດ້ສ້າງບຸກຄະລາກອນຕອບສະໜອງໃຫ້ທາງລົດໄຟໃນຕົວເມືອງ ຈຳນວນ 30.000 ກວ່າຄົນ, ໃນນັ້ນປີ 2019 ຍັງໄດ້ຝຶກອົບຮົມໃຫ້ແກ່ພາກທຸລະກິດ, ຊຶ່ງມີຜູ້ເຂົ້າຮ່ວມ ຈຳນວນ 5000 ກວ່າຄົນ ແລະ ໄດ້ຈັດຝຶກອົບຮົມວິຊາການເຕັກນິກທາງລົດໄຟອາຊີຕາເວັນອອກສຽງໃຕ້ ທີ່ນອນຢູ່ໃນໂຄງການຂອງພະແນກການຄ້າແຂວງຢຸນນານ, ໃນນີ້ ມີຜູ້ເຂົ້າຮ່ວມຈາກ ປະເທດລາວ, ມຽນມາ ແລະ ໄທ ຈຳນວນ 15 ຄົນ (ເປັນການຝຶກອົບຮົມໄລຍະສັ້ນ 15 ວັນ). ເລີ່ມແຕ່ປີ 2020 ເປັນຕົ້ນໄປ ສະຖາບັນແຫ່ງນີ້, ໄດ້ຂຶ້ນແຜນຝຶກອົບຮົມໃຫ້ຄູອາຈານ ເພື່ອຮອງຮັບໃນການສິດສອນໃຫ້ແກ່ນັກສຶກສາລາວ ຈຳນວນ 600 ຄົນ, ຊຶ່ງຈະແບ່ງອອກເປັນ 3 ງວດ, ຈາກນັ້ນ ຄະນະຜູແທນລາວ ກໍໄດ້ສືບຕໍ່ຢ້ຽມຢາງກຸ່ມບໍລິສັດລົງທຶນ ແລະ ກໍ່ສ້າງແຂວງຢຸນນານຫຸ້ນສ່ວນ ຈຳກັດ, ທີ່ໄດ້ມີການລົງທືນໃນ ສປປ ລາວ ເຊັ່ນ: ໂຄງການທາງດ່ວນ ວຽງຈັນ-ວັງວຽງ, ໂຄງການເຂດເສດຖະກິດພິເສດໄຊເສດຖາກວມລວມ ແລະ ສູນການຄ້າວຽງຈັນເຊັນເຕີ.