ໃນຕອນບ່າຍຂອງວັນທີ 9 ກັນຍາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ເນເວັນ ມີມິຊາ(Neven Mimica), ກຳມາທິການເອີຣົບຮັບຜິດຊອບວຽກການຮ່ວມມື ແລະ ການພັດທະນາສາກົນ ພ້ອມດ້ວຍຄະນະ, ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 9-10 ກັນຍາ 2019.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ, ຊຶ່ງໃນນັ້ນ ທ່ານລັດຖະມົນຕີໄດ້ສະແດງຄວາມ ຂອບອົກຂອບໃຈຢ່າງສູງຕໍ່ການສະໜັບສະໜຸນ ແລະ ຊ່ວຍເຫຼືອ ຂອງສະຫະພາບເອີຣົບ ເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ, ຊຶ່ງເປັນການ ປະກອບສ່ວນອັນສຳຄັນ ເຮັດໃຫ້ ສປ ລາວ ມີຜົນສຳເລັດໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາທີ່ຍືນຍົງ ຂອງອົງການສະຫະປະຊາຊາດ ແລະ ທັງນຳເອົາປະເທດຊາດອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາເທື່ອລະກ້າວ. ນອກຈາກນີ້, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບ ບັນຫາສິ່ງທ້າທາຍ ແລະ ທິດທາງໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າ, ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາພົ້ນເດັ່ນຂອງສາກົນ ແລະ ພາກພື້ນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.ການຢ້ຽມຢາມຂອງຜູ້ແທນຄະນະຜູ້ແທນ ຈາກສະຫະພາບເອີຣົບໃນຄັ້ງນີ້ ໄດ້ເປັນຂີດໝາຍອັນສຳຄັນ, ທັງເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໃຫ້ນັບມື້ນັບມີປະສິດທິຜົນຍິ່ງຂື້ນ.