ໃນຕອນຄໍ່າຂອງວັນທີ 21 ມັງກອນ 2020 ທີ່ຜ່ານມາ, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກູບາ ຂຶ້ນຢ່າງເປັນທາງການ ທີ່ ນະຄອນຫຼວງວຽງຈັນ.
ໃນວັນທີ 21 ມັງກອນ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຄີຮາຣະ ມິໂນຣຸ (KIHARA Minoru), ທີ່ປຶກສາພິເສດປະຈໍານາຍົກລັດຖະມົນຕີຍີ່ປຸ່ນ, ຮັບຜິດຊອບວຽກງານຄວາມໝັ້ນຄົງແຫ່ງຊາດຍີ່ປຸ່ນ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-22 ມັງກອນ 2020 ເພື່ອເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ໃນດ້ານຕ່າງໆ ທັງສາຍພັກ ແລະ ສາຍລັດ ລະຫວ່າງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ໃຫ້ນັບມື້ນັບກວ້າງຂວາງ, ແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງໆຂຶ້ນ.
ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ, ຊຶ່ງເປັນກອງປະຊຸມທຳອິດໃນການເປັນປະທານອາຊຽນຂອງສສຫວຽດນາມ, ຈັດຂຶ້ນໃນວັນທີ 17 ມັງກອນ 2020 ທີ່ ຍ່າຈ່າງ, ສສຫວຽດນາມ ພາຍໃຕ້ຄໍາຂວັນ: “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ(Cohesive and Responsive ASEAN)”.