ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ, ຊຶ່ງເປັນກອງປະຊຸມທຳອິດໃນການເປັນປະທານອາຊຽນຂອງສສຫວຽດນາມ, ຈັດຂຶ້ນໃນວັນທີ 17 ມັງກອນ 2020 ທີ່ ຍ່າຈ່າງ, ສສຫວຽດນາມ ພາຍໃຕ້ຄໍາຂວັນ: “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ(Cohesive and Responsive ASEAN)”.
ກອງປະຊຸມ ໄດ້ຮັບຊາບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດບັນດາຄໍາຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ແລະ 35 ຜ່ານມາ ກໍຄືການຈັດຕັ້ງປະຕິບັດບັນດາເອກະສານແຜນແມ່ບົດ ສໍາລັບ ສາມເສົາຄໍ້າປະຊາຄົມອາຊຽນ 2025, ແຜນງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ III ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025.
ກອງປະຊຸມ ໄດ້ປຶກສາຫາລື ແລະ ຮັບຊາບ ບັນດາຂໍ້ລິເລີ່ມບູລິມະສິດ ສໍາລັບການເປັນປະທານອາຊຽນ ສົກປີ 2020 ຂອງ ສສຫວຽດນາມເຊັ່ນ: 1). ການຮັດແໜ້ນຄວາມສາມັກຄີແລະຄວາມເປັນເອກະພາບຂອງອາຊຽນ, ສົ່ງເສີມຄວາມເປັນແກນກາງແລະປະກອບສ່ວນໃນການຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນ; 2). ເພີ່ມທະວີການເຊື່ອມໂຍງແລະເຊື່ອມຈອດອາຊຽນ, ເພີ່ມປະສິດທິພາບໃຫ້ແກ່ເສດຖະກິດແລະປະຊາຄົມອາຊຽນໃຫ້ສາມາດປັບຕົວແລະຮັບມືກັບການປະຕິວັດອຸດສາຫະກຳ 4.0 ແລະເສດຖະກິດດີຈີຕອນ; 3). ສົ່ງເສີມເອກະລັກຂອງອາຊຽນແລະສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊົນອາຊຽນກ່ຽວກັບປະຊາຄົມອາຊຽນໃຫ້ຫຼາຍຂຶ້ນ; 4). ເພີ່ມທະວີການຮ່ວມມືກັບບັນດາປະເທດຄູ່ຮ່ວມມືໃນໂລກເພື່ອສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງ; ແລະ 5). ເພີ່ມທະວີຄວາມອາດສາມາດແລະປະສິດທິພາບຂອງສະຖາບັນອາຊຽນ. ກອງປະຊຸມໄດ້ເຫັນດີມອບໃຫ້ຂະແໜງການກ່ຽວຂ້ອງ ນຳໄປປຶກສາຫາລືລາຍລະອຽດບັນດາຂໍ້ລິເລີ່ມບູລິມະສິດດັ່ງກ່າວ ເພື່ອຈັດຕັ້ງປະຕິບັດຕໍ່ໄປ. ນອກນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບທິດທາງໃນຕໍ່ໜ້າຂອງການສ້າງປະຊາຄົມອາຊຽນເປັນຕົ້ນແມ່ນການທົບທວນກາງສະໄໝການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025.
ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ, ໂດຍສະເພາະ ໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ການຈັດກອງປະຊຸມສະເຫຼີມສະຫຼອງການຮ່ວມມືອາຊຽນ-ນິວຊີແລນຄົບຮອບ 45 ປີ, [ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສະຫະລັດອາເມຣິກາທີ່ຄາດວ່າຈະຈັດຂຶ້ນໃນເດືອນມີນາ 2020 ທີ່ສະຫະລັດອາເມຣິກາ]. ໃນໂອກາດນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນບັນຫາທີ່ເປັນສິ່ງທ້າທາຍຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ຂອງໂລກ, ສົງຄາມການຄ້າ ລະຫວ່າງ ປະເທດມະຫາອຳນາດ, ບັນຫາການກໍ່ການຮ້າຍ, ສະພາບຄວາມເຄັ່ງຕຶງຢູ່ຕາເວັນອອກກາງ, ໄພພິບັດທໍາມະຊາດ ແລະ ອື່ນໆ.
ໃນກອງປະຊຸມຄັ້ງນີ້ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນ ຂອງການຮ່ວມມືເພື່ອຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ການເຊື່ອມຈອດພາກພື້ນ ເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາໃນອາຊຽນ, ໂດຍສະເພາະການກະກຽມແຜນວຽກເພື່ອການເຊື່ອມໂຊງອາຊຽນສະບັບທີ IV ເພື່ອປ່ຽນແທນແຜນວຽກສະບັບທີ III ທີ່ຈະສິ້ນສຸດການຈັດຕັ້ງປະຕິບັດໃນປີ 2020 ນີ້. ໃນຂະນະດຽວກັນ, ອາຊຽນຄວນສືບຕໍ່ສົ່ງເສີມບົດບາດຄວາມເປັນແກນກາງຂອງຕົນໃນການພົວພັນກັບພາຍນອກ ແລະ ໃນໂຄງສ້າງພາກພື້ນທີ່ພວມຜັນແປ.