ໃນຕອນເຊົ້າຂອງວັນທີ 1 ກັນຍາ 2020, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 75 ປີ (02/09/1945-02/09/2020) ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ (28/08/1945-28/08/2020).
ໃນຕອນເຊົ້າ ຂອງວັນທີ 26 ສິງຫາ 2020, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຕໍາ ແໜ່ງບໍລິຫານຂອງພະນັກງານກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ຮອງຫົວໜ້າກົມ ຂອງ ກະຊວງການຕ່າງປະເທດ ເຂົ້າຮ່ວມໃນພິທີ.
ການປະກາດການຈັດຕັ້ງໃນຄັ້ງນີ້, ທ່ານ ຕິ່ງ ສຸກສັນ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງ ປະເທດ ໄດ້ຂື້ນຜ່ານ ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງ ທ່ານ ວັນທາ ແສງເມືອງ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຖືກແຕ່ງຕັ້ງເປັນຫົວໜ້າກົມກວດກາ, ກະຊວງການຕ່າງປະເທດ ຕາມດຳລັດສະບັບເລກທີ 307/ນຍ, ລົງວັນທີ 8 ມິຖຸນາ 2020 ແລະ ພ້ອມທັງປະກາດການແຕ່ງຕັ້ງຫົວໜ້າພະແນກ 2 ທ່ານ, ຮອງຫົວໜ້າພະແນກ 8 ທ່ານ ຂອງກົງຈັກຊ່ວຍວຽກກະຊວງການຕ່າງປະເທດ ຄື:
1.ທ່ານ ວັນນະລາດ ພົມມະວົງສາ,ເປັນ ຫົວໜ້າພະແນກ, ຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ
2.ທ່ານ ອາຄອນ ພັນທະວົງ,ເປັນ ຫົວໜ້າພະແນກ, ຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ
3.ທ່ານ ສຸກິນດາ ອຸນາວົງ,ເປັນ ຮອງຫົວໜ້າພະແນກ, ກົມອາຊຽນ
4.ທ່ານ ນາງ ຈັນຕົງ ທອງມະນີວົງ,ເປັນ ຮອງຫົວໜ້າພະແນກ, ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ
5.ທ່ານ ນາງ ວານິດາ ເທບພະວົງ,ເປັນ ຮອງຫົວໜ້າພະແນກ, ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ
6.ທ່ານ ພົງພິໄນ ໄຊຍະສິດ,ເປັນ ຮອງຫົວໜ້າພະແນກ, ກົມກວດກາ
7.ທ່ານ ບຸນທະວີ ຫຼວງສີຈຳປາ,ເປັນ ຮອງຫົວໜ້າພະແນກ, ກົມກວດກາ
8.ທ່ານ ນາງ ລັດຕະນາ ໄຊຊະນະສີ,ເປັນ ຮອງຫົວໜ້າພະແນກ, ກົມພິທີການທູດ
9.ທ່ານ ກິມະນີວັນ ຫຼວງພອນໄຊ,ເປັນ ຮອງຫົວໜ້າພະແນກ, ກົມພິທີການທູດ
10.ທ່ານ ນາງ ພິດສະໄໝ ເຫງົ້າວົງສີ,ເປັນ ຮອງຫົວໜ້າພະແນກ, ກົມພິທີການທູດ
ນອກຈາກນີ້, ພິທີດັ່ງກ່າວຍັງໄດ້ມີການລົງນາມ ມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມກວດກາ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍແມ່ນທ່ານ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຫົວໜ້າກົມກວດກາ ຜູ້ເກົ່າ ແລະ ທ່ານ ວັນທາ ແສງເມືອງ, ຫົວໜ້າກົມກວດກາ ຜູ້ໃໝ່.
ໃນຕອນທ້າຍພິທີ, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳໂອ້ວາດແກ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ ໃຫ້ມີຄວາມໝັກແໜ້ນ ແລະ ຍົກສຸງຄວາມເປັນແບບຢ່າງນຳໜ້າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ,ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງ ໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານ ຢ່າງມີປະສິດທິພາບ.