ໃນເວລາ 14:00 ໂມງ ຂອງວັນທີ 29 ກໍລະກົດ 2020, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຕໍາແໜ່ງບໍລິຫານ ຂັ້ນຄະນະກົມ ແລະ ພະແນກ ຈຳນວນ 06 ທ່ານ, ຊຶ່ງໃຫ້ກຽດເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ຮອງຫົວໜ້າກົມ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມເປັນສັກຄີພະຍານ. ໃນພີທີດັ່ງກ່າວໄດ້ປະກາດການແຕ່ງຕັ້ງ ຄື:
1. ທ່ານ ສີພັນດອນ ອ້ອຍບົວບຸດດີ, ເປັນຫົວໜ້າກົມກົງສຸນ ກະຊວງການຕ່າງປະເທດ, ຕາມດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າກົມກົງສຸນ ກະຊວງການຕ່າງປະເທດ ສະບັບເລກທີ 415/ນຍ, ລົງວັນທີ 10/7/2020.
2. ທ່ານ ນ. ວອນຄຳ ເຈື່ອງມະນີວົງ, ເປັນຮອງຫົວໜ້າຫ້ອງການກະຊວງການຕ່າງປະເທດ
3. ທ່ານ ຄຳສິງ ອຸດົມເດດ, ເປັນຮອງຫົວໜ້າກົມພິທີການທູດ
4. ທ່ານ ວິລັດສອນ ວິສອນນະວົງ, ເປັນຮອງຫົວໜ້າກົມອົງການຈັດຕັ້ງສາກົນ
5. ທ່ານ ກົງສະດາ ເດດວົງສອນ, ເປັນຫົວໜ້າພະແນກ ກົມອາຊຽນ
6. ທ່ານ ຄຳນຸວົງ ສູນວິເລີດ, ເປັນຫົວໜ້າພະແນກ ກົມກວດກາ
ໃນພິທີປະກາດຕຳແໜ່ງບໍລິຫານ ໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳໂອວາດ ແກ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ ໃຫ້ມີຄວາມໝັກແໜ້ນ ແລະ ຍົກສຸງຄວາມເປັນແບບຢ່າງນຳໜ້າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ,ແບບແຜນການນຳພາ, ຄວາມເສຍສະຫຼະ ເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງ ໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານ ໃນຂະແໜງການຕ່າງປະເທດ ຢ່າງມີປະສິດທິພາບ.