ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະນໍາກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ແລະ ວັນການທູດ ແຫ່ງ ສສ ຫວຽດນາມ ຄົບຮອບ 75 ປີ

 

VietNationday1

 

VietNationday2

 

ໃນຕອນເຊົ້າຂອງວັນທີ 1 ກັນຍາ 2020, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 75 ປີ (02/09/1945-02/09/2020) ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ (28/08/1945-28/08/2020).

ໃນໂອກາດດັ່ງກ່າວ, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ວັນສະຖາປະນາ ສສ ຫວຽດນາມ ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ ຢ່າງສຸດໃຈ. ພ້ອມນັ້ນ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງໃນຫຼາຍດ້ານຂອງ ສສ ຫວຽດນາມ ທີ່ສາມາດຍາດມາໄດ້ໃນຕະຫຼອດ 75 ປີ ຜ່ານມາ ເຊັ່ນ: ເສດຖະກິດຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາ ແລະ ປັບປຸງໃຫ້ດີຂຶ້ນເປັນກ້າວໆ. ນອກຈາກນັ້ນ, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ຂະແໜງການຕ່າງປະເທດຍາດມາໄດ້ໃນຕະຫຼອດໄລຍະ 75 ປີ ຜ່ານມາ ທີ່ເຮັດໃຫ້ບົດບາດ, ຊື່ສຽງ ແລະ ອິດທິພົນ ຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ຊຶ່ງປະກອບສ່ວນອັນສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສສ ຫວຽດນາມ, ພິເສດ ປີ 2020 ນີ້ ສສ ຫວຽດນາມ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ, ກອງປະຊຸມໄອປາ ຄັ້ງທີ 36, ທັງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ, ສສ ຫວຽດນາມ ສາມາດຈັດບັນດາກອງປະຊຸມດັ່ງກ່າວ ໃນຮູບແບບໃໝ່ຜ່ານລະບົບອອນລາຍ (Video Conference) ໄດ້ຢ່າງດີເລີດ ໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19. ພິເສດ, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ມີປະສິດທິພາບສູງ ລະຫວ່າງ ກະຊວງການຕ່າງປະເທດລາວ ກັບ ສະຖານທູດຫວຽດນາມ ໃນໄລຍະຜ່ານມາ, ເຮັດໃຫ້ສາມາດຊຸກຍູ້ການພົວພັນອັນເປັນມູນເຊື້ອທີ່ດີ ລະຫວ່າງສອງຝ່າຍ ໃຫ້ຂະຫຍາຍຕົວ ແລະ ມີຜົນສໍາເລັດຫຼາຍດ້ານ. ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫຼືອຢ່າງທັນການ ຂອງ ສສ ຫວຽດນາມ ຕໍ່ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະ ໃນຊ່ວງໄລຍະການລະບາດຂອງພະຍາດໂຄວິດ-19 ເຖິງວ່າ ຫວຽດນາມ ຈະໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວເຊັ່ນກັນ ແຕ່ກໍ່ຍັງໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຕົ້ນ ໄດ້ສົ່ງຄະນະແພດຊ່ຽວຊານ, ຢາປົວພະຍາດ ພ້ອມທັງອຸປະກອນການແພດມາຊ່ວຍລັດຖະບານລາວ. ພ້ອມນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມເຫັນໃຈຕໍ່ ສສ ຫວຽດນາມ ທີ່ຫວ່າງບໍ່ດົນມານີ້ ໄດ້ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຮອບໃໝ່ ແລະ ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດ ແລະ ການນໍາພາອັນສະຫຼາດສ່ອງໃສຂອງ ການນໍາພັກ-ລັດ, ສສ ຫວຽດນາມ ຈະສາມາດຄວບຄຸມພະຍາດດັ່ງກ່າວໄດ້ຢ່າງສິ້ນເຊີງ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິ.

ໃນໂອກາດດຽວກັນນີ້, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ກໍໄດ້ສະແດງຄວາມຂອບໃຈຢ່າງຍິ່ງ ຕໍ່ການມາອວຍພອນຄັ້ງນີ້ ຂອງ ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ຄະນະ. ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ການໃຫ້ຄວາມສໍາຄັນອັນຈິງໃຈຂອງ ພັກ-ລັດຖະບານ ແຫ່ງ ສປປ ລາວ ແລະ ຊົມເຊີຍຕໍ່ການຈັດພິທີໂຮມຊຸມນຸມ ແລະ ບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ, ເປັນຕົ້ນແມ່ນ ການວາງສະແດງຮູບພາບການພົວພັນຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ. ພ້ອມທັງ, ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຫວຽດນາມ-ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ນັບມື້ຈະໄດ້ຮັບການຖະນຸຖະໜອມບໍາລຸງສ້າງ ແລະ ໄດ້ຮັບການເຊີດຊູຢ່າງບໍ່ຢຸດຢັ້ງ.

ໃນຕອນທ້າຍ, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ອວຍພອນໃຫ້ ສະຫາຍ ຫງວຽນ ບ໋າ ຮຸ່ງ ພ້ອມດ້ວຍພະນັກງານສະຖານທູດທຸກສະຫາຍ ແລະ ຜ່ານສະຫາຍ ໄປຍັງການນໍາພັກ-ລັດ ຂອງ ຫວຽດນາມ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃໝ່ ໃນໜ້າທີ່ອັນມີກຽດຂອງຕົນ, ພ້ອມທັງອວຍພອນແດ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງສືບຕໍ່ໄດ້ຮັບຜົນສໍາເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ ໃນຊຸມປີຕໍ່ໆໄປ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490224
ມື້ນີ້251
ມື້ວານ292
ອາທິດນີ້1423
ເດືອນນີ້3617