ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳພັກ-ລັດ ເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປຶ້ມໄຫວ້ອາໄລແກ່ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ

 

PrayForVleader1

 

PrayForVleader2

 

FMPrayForVleader1

 

FMPrayForVleader2

 

ໃນວັນ​ທີ 14 ສິງ​ຫາ 2020, ການ​ນຳ​ຂັ້ນ​ສູງ​ພັກ ແລະ ລັດຖະບານ ແຫ່ງສປປ ລາວ ນຳ​ໂດຍ​ ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ​ ລາວ ພ້ອ​ມ​ດ້ວຍ​ຄະ​ນະ ​​ເຂົ້າ​ວາງ​ພວງ​ມາ​ລາ​ ແລະ ຂຽນ​ປຶ້ມ​ໄວ້ອາໄລ ເຖິງດວງວິນ​ຍານ ສະ​ຫາຍ ເລຂາຟຽວ, ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ທີ່​ສະ​ຖານ​ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສປປ ລາວ, ທີ່ ນະຄອນຫຼວງວຽງຈັນ.

 

ໃນ​ປຶ້ມ​ໄວ້ອາໄລມີເນື້ອໃນຂຽນວ່າ: “ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ​ ປະ​ຕິ​ວັດ​ລາວ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ມີ​ຄວາມ​ໂສກ​ເສົ້າ​ເສຍ​ດາຍ​ເປັນ​ຢ່າງຍິ່ງ ເມື່ອ​ໄດ້​ຮັບ​ຂ່າວ​ການ​ຈາກ​ໄປ​ຂອງ ສະ​ຫາຍ ເລຂາຟຽວ, ອະ​ດີດເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ກອມ​ມູ​ນິດຫວຽດ​ນາມ ໃນ​ວັນ​ທີ 7 ສິງຫາ 2020 ຜ່ານ​ມາ, ລວມອາຍຸ 89 ປີ.

ການ​ຈາກ​ໄປ​ຂອງ ສະ​ຫາຍ ເລ​ຂາ​ຟຽວ ​ເປັນ​ການ​ສູນ​ເສຍອັນ​ໃຫຍ່ຫລວງຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ສູນ​ເສຍ​ນັກ​ປະ​ຕິ​ວັດ​ຜູ້​ອົງ​ອາດ​ກ້າ​ແກ່ນ​ບໍ່​ຍອມ​ຈຳ​ນົນ, ຜູ້​ນຳ​​ທີ່ເຄົາ​ລົບ​ຮັກ​ຂອງພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມອ້າຍ​ນ້ອງ. ຕະຫລອດ​ໄລ​ຍະຫລາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ສະ​ຫາຍ ເລຂາຟຽວໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫລວງເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ ເຮັດ​ໃຫ້​ປະ​ທ​ດ​ຊາດ​ຫວຽດ​ນາມ ມີ​ການ​ພັດ​ທະ​ນາຢ່າງ​ບໍ່​ຢຸດຢັ້ງ.

ການ​ຈາກ​ໄປ​ຂອງ​ສະ​ຫາຍ ​ຍັງ​ເປັນ​ການ​ສູນ​ເສຍ​ເພື່ອນຮ່ວມ​ຮົບປະ​ຕິ​ວັດ​ຜູ້​ອົງ​ອາດ​ກ້າແກ່ນ ​ໃນ​ໄລ​ຍະ​ທີ່ສອງ​ປະ​ເທດ​ພວກ​ເຮົາດຳ​ເນີນ​ການ​ຕໍ່​ສູ້ ​ເພື່ອ​​ຄວາມ​ເປັນເອ​ກະ​ລາດ​ແຫ່ງ​ຊາດ ເປັນ​ເວ​ລາຫລາຍ​ທົດ​ສະ​​ຫວັດ​ຜ່ານ​ມາ, ສູນ​ເສຍສະ​ຫາຍທີ່ສະ​ໜິດ​ສະ​ໜົມ ແລະ ໃກ້​ຊິດ​ທີ່​ສຸດ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນລາວ ພວກ​ຂ້າ​ພະ​ເຈົ້າ​. ສະ​ຫາຍເປັນ​ຜູ້​ໜຶ່ງ​ທີ່​ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ເສີມ​ຂະ​ຫຍາຍ ແລະ ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານລະ​ຫວ່າງ​ ສອງ​ປະ​ເທດລາວ ແລະ ຫວຽດ​ນາມຕະຫລອດ​ມາ.
ໃນ​ຊ່ວງ​ເວ​ລາ​​ເສົ້າໂສກເສຍ​ດາຍ​ນີ້, ພວກຂ້າພະເຈົ້າຂໍ​ສະ​ແດງ​ຄວາມ​ອາ​ໄລ​ອາ​ວອນ​ຢ່າງ​ສຸດ​ຊຶ້ງ ແລະ ຂໍ​ແບ່ງ​ເບົາ​ຄວາມ​ທຸກ​ໂສກ​ມາ​ຍັງຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານແຫ່ງສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ກໍ່ຄື​ຄອບ​ຄົວ, ຍາດ​ຕິ​ພີ່​ນ້ອງ​ຂອງສະ​ຫາຍເລຂາຟຽວມາ​ນະ​ໂອ​ກາດນີ້​ດ້ວຍ.

ພວກ​ຂ້າ​ພະ​ເຈົ້າເຊື່ອ​ໝັ້ນ​ວ່າ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມອ້າຍ​ນ້ອງ ຈະ​ຫັນ​ຄວາມ​ເສົ້າ​ໂສກນີ້​ໃຫ້​ເປັນ​ພະ​ລັງ​ແຮງ​ສືບ​ຕໍ່​ພາ​ລະ​ກິດ ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ. ຂໍ​ໃຫ້​ດວງວິນ​ຍານ​ຂອງ ສະ​ຫາຍ ເລ​ ຂາຟຽວ ຈົ່ງ​ໄປ​ສູ່​ສຸ​ຂະ​ຕິ​ເຖີ້ນ ”.

ໃນວັນດຽວກັນນີ້, ຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ນຳໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍ່ໄດ້ເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປຶ້ມໄຫວ້ອາໄລເຖິງດວງວິນຍານຂອງ ສະຫາຍ ເລ ຂາ ຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490219
ມື້ນີ້246
ມື້ວານ292
ອາທິດນີ້1418
ເດືອນນີ້3612