ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ມີນາ 2016 ເຊິ່ງມາຮອດປະຈຸບັນ ຄົບຮອບ 5 ປີ, ໂດຍປະກອບດ້ວຍ 6 ປະເທດສະມາຊິກຄື: ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ແລະ ສປ ຈີນ ເຊິ່ງມີເປົ້າຫມາຍສົ່ງເສີມ ແລະ ຮັດແຫນ້ນການຮ່ວມມື ເພື່ອການພັດທະນາເສດຖະກິດ-ສັງຄົມ ບົນພື້ນຖານການຄວາມສະເໝີພາບ, ມີຜົນປະໂຫຍດຮ່ວມກັນ ແລະ ເປັນຈິດຫນຶ່ງໃຈດຽວໃນການສ້າງຂົງເຂດພາກພື້ນແມ່ນໍ້າຂອງ ໃຫ້ມີຄວາມຈະເລີນ ແລະ ສົມບູນພູນສຸກ. ຂອບການຮ່ວມມືດັ່ງກ່າວໄດ້ຂະຫຍາຍຕົວໂດຍປິ່ນອ້ອມ 3 ເສົາຄໍ້າຄື: ການເມືອງ-ຄວາມຫມັ້ນຄົງ, ເສດຖະກິດ-ການພັດທະນາແບບຍືນຍົງ, ສັງຄົມ-ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ເຊິ່ງໃນນີ້ ໄດ້ສຸມໃສ່ 5 ຂົງເຂດບູລິມະສິດເຊັ່ນ: ການເຊື່ອມຈອດ, ສົ່ງເສີມກຳລັງການຜະລິດ, ເສດຖະກິດຂ້າມຊາຍແດນ, ການຄຸ້ມຄອງແຫລ່ງຊັບພະຍາກອນນໍ້າ, ກະສິກໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ.
ຂະບວນການປະເມີນຂອງ ອົງການ ສປຊ ແລະ ຄວາມຄືບໜ້າຂອງ ສປປ ລາວ
ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ
ບົດຄວາມໂດຍ: ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ
ໃນນາມ ກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ
ສປປ ລາວ ໄດ້ຖືກກຳນົດລາຍຊື່ເຂົ້າໃນກຸ່ມປະເທດດ້ອຍພັດທະນາ ຫລື Least Developed Countries - LDCs ໃນປີ 1971 ໂດຍ ອົງການສະຫະປະຊາຊາດ (ສປຊ). ແນວຄວາມຄິດໃນການລິເລີ່ມສ້າງຕັ້ງກຸ່ມປະເທດດ້ອຍພັດທະນາ ແມ່ນມີຂຶ້ນໃນຊຸມປີ 1960 ເນື່ອງຈາກ ອົງການ ສປຊ ເຫັນວ່າ ລະດັບດ້ານການພັດທະນາຂອງປະເທດສະມາຊິກ ສປຊ ຈຳນວນໜຶ່ງແມ່ນຍັງຫຼ້າຫຼັງຫຼາຍ ແລະ ຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອເປັນພິເສດ ແນໃສ່ເຮັດໃຫ້ບັນດາປະເທດເຫຼົ່ານັ້ນ ສາມາດຫຼຸດຜົ້ນອອກຈາກສະຖານະພາບດ້ອຍພັດທະນາໃນທີ່ສຸດ.ສະນັ້ນ,ໃນປີ 1971 ອົງການສປຊໄດ້ກຳນົດລາຍຊື່ກຸ່ມປະເທດດ້ອຍພັດທະນາ ທັງໝົດ 25 ປະເທດ ທີ່ປະກອບດ້ວຍບັນປະເທດທີ່ທຸກຍາກທີ່ສຸດ, ມີລາຍຮັບຕໍ່າ, ມີຄວາມອ່ອນໄຫວຕໍ່ວິກິດການຕ່າງໆ ແລະ ເສດຖະກິດຍັງອ່ອນນ້ອຍ. ມາຮອດປັດຈຸບັນ ຈຳນວນປະເທດດ້ອຍພັດທະນາໄດ້ເພິ່ມຂຶ້ນເປັນ 46 ປະເທດ, ໃນນັ້ນ 33 ປະເທດ ຢູ່ທະວີບອາຟຣິກກາ, 12 ປະເທດ ຢູ່ທະວີບອາຊີ-ປາຊິຟິກ, 1 ປະເທດ ຢູ່ທະວີບອາເມລິກາລາຕິນ,ພົນລະເມືອງຂອງບັນດາປະເທດເຫຼົ່ານີ້ມີປະມານ 880 ລ້ານຄົນ, ກວມເອົາ 12% ຂອງປະຊາກອນໂລກ,ແຕ່ສັດສ່ວນລວມຍອດຜະລິດຕະພັນພາຍໃນ ຫຼື GDP ກວມພຽງແຕ່ 2% ແລະບໍລິມາດສິນຄ້າສົ່ງອອກ-ນໍາເຂົ້າ ມີພຽງ 1% ຂອງໂລກ.
"ພວກເຮົາ ແມ່ນບັນດາປະຊາຊົນ ",ເເມ່ນຄຳເວົ້າທຳອິດຢູ່ໃນກົດບັດສະຫະປະຊາຊາດ (ສປຊ) ທີ່ໄດ້ຖືກຮັບຮອງໃນປີ 1945,ເຊິ່ງເປັນຈຸດກຳເນີດແຫ່ງວິໄສທັດ ແລະ ພາລະກິດຂອງ ອົງການ ສປຊ. ອຸດົມການຂອງ ອົງການ ສປຊ ກໍ່ຄື - ສັນຕິພາບ,ຄວາມສະເໝີພາບ ແລະ ກຽດສັກສີ - ໄດ້ຖືເປັນແນວທາງໃຫ້ແກ່ການພັດທະນາໂລກໃຫ້ດີຂຶ້ນສໍາລັບທຸກໆຄົນ ເເລະ ອຸດົມການນັ້ນ ຍັງຄົງມີຄວາມໝາຍສຳຄັນຮອດປັດຈຸບັນນີ້.