ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດຂອງຂະແໜງການຕ່າງປະເທດ ໃນໄລຍະການປ່ຽນແປງໃໝ່ ພາຍໃຕ້ການຊີ້ນໍາ-ນໍາພາຂອງ ພັກປະຊາຊົນ ປະຕິວັດລາວ

 

ໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ

ພະແນກໂຄສະນາ ແລະ ປະຊາສຳພັນ

 

ພາຍຫຼັງທີ່ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ແຕ່ຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຢ່າງຫຼວງຫຼາຍ, ໂດຍສະເພາະບັນດາອິດທິກຳລັງປໍລະປັກ ໄດ້ສຸມທຸກຄວາມພະຍາຍາມ ເພື່ອທຳລາຍລະບອບໃໝ່ຂອງພວກເຮົາແຕ່ຫົວທີ ດ້ວຍກົນອຸບາຍ ແລະ ວິທີການຕ່າງໆຢ່າງຮອບດ້ານ ແລະ ເລິກແລບແນບນຽນ, ໃນຂະນະດຽວກັນ ພື້ນຖານເສດຖະກິດພາຍໃນປະເທດ ຍັງບໍ່ເຂັ້ມແຂງ ແລະ ປະສົບການຍັງອ່ອນນ້ອຍ, ແຕ່ພັກ ແລະ ລັດຖະບານ ໄດ້ເປັນເຈົ້າການຊີ້ນຳ-ນຳພາ ການເຄື່ອນໄຫວວຽກງານການຕ່າງປະເທດຢ່າງຕັ້ງໜ້າ ແລະ ຄ່ອງແຄ້ວ ບົນພື້ນຖານແນວທາງການຕ່າງປະເທດ ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ (ປີ 1982) ຄື: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ສັງຄົມນິຍົມ ເພີ່ມທະວີຢ່າງບໍ່ຢຸດຢັ້ງຄວາມສາມັກຄີພິເສດ, ການຮ່ວມສຳພັນສູ້ຮົບ ແລະ ການຮ່ວມມືຮອບດ້ານ ກັບ ຫວຽດນາມ ແລະ ກຳປູເຈຍ, ສາມັກຄີແໜ້ນແຟ້ນ ແລະ ຮ່ວມມືຮອບດ້ານກັບ ສະຫະພາບ ໂຊວຽດ ແລະ ບັນດາປະເທດສັງຄົມນິຍົມ ແລະ ປະຊາຊົນທີ່ຮັກຫອມສັນຕິພາບ ແລະ ຄວາມເປັນທຳໃນໂລກ; ສ້າງເງື່ອນໄຂສາກົນ ອຳນວຍຄວາມສະດວກ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ, ອອກແຮງປົກປັກຮັກສາສັນຕິພາບ ໃນອິນດູຈີນ ແລະ ອາຊີອາຄະເນ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງບັນດາປະຊາຊາດໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ, ຍົກພຶດຕິກຳຕົວຈິງມາຢັ້ງຢືນ ໃນການພົວພັນກັບປະເທດໃກ້ຄຽງ, ບໍ່ຮ່ວມກຸ່ມ, ອາຊຽນ ແລະ ສປຊ.

ໃນຕົ້ນຊຸມປີ 80, ຍ້ອນສະພາບການຂອງໂລກ ໄດ້ມີການຜັນແປໄປຢ່າງສັບສົນ, ໄວວາ ແລະ ຍາກທີ່ຈະຄາດຄະເນໄດ້ນັ້ນ, ພັກ-​ລັດຖະບານ​ ​ໄດ້ສັງເກດຕີລາຄາສະພາບການພາກພື້ນ-ສາກົນຢ່າງພາວະວິໄສ ແລະໄດ້ວາງແນວທາງການຕ່າງປະເທດ ອອກມາໃຫມ່ ເພື່ອໃຫ້ສອດຄ່ອງ ແລະ ແທດເໝາະກັບແນວທາງການປ່ຽນແປງໃໝ່ທີ່ມີຫຼັກການ, ຊຶ່ງຮັບຮອງເອົາໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໃນປີ 1986 ຄື: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ໂດຍຖືສໍາຄັນການເພີ່ມທະວີການຮັດແໜ້ນຄວາມສາມັກຄີ,ການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ, ກໍາປູເຈຍ, ສະຫະພາບໂຊວຽດ ແລະ ປະເທດສັງຄົມນິຍົມ ອ້າຍນ້ອງອື່ນໆ;ສືບຕໍ່ເສີມຂະຫຍາຍການພົວພັນກັບທຸກໆປະເທດໃນໂລກ ໂດຍບໍ່ຈໍາແນກລະບອບການເມືອງ ແລະ ສັງຄົມທີ່ແຕກຕ່າງກັນ ບົນພື້ນຖານເຄົາລົບເອກະ ລາດ, ອະທິປະໄຕ ຊຶ່ງກັນແລະກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແນໃສ່ສ້າງສະພາບ​ແວດ​ລ້ອມ​ພາຍ​ນອກ​ທີ່ອໍານວຍຄວາມສະດວກໃຫ້ແກ່ການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນໄລຍະນີ້, ວຽກງານການຕ່າງປະເທດ ໄດ້ມີບົດບາດສໍາຄັນຫຼາຍໃນການຕໍ່ສູ້ການເມືອງການທູດ ເພື່ອຍາດແຍ່ງຫາງສຽງສະໜັບສະໜູນຈາກຕ່າງປະເທດ ດ້ວຍຫຼາຍຮູບການ ອັນໄດ້ເຮັດໃຫ້ຊາວຕ່າງປະເທດ ລວມທັງພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ມີຄວາມເຂົ້າໃຈ ກ່ຽວກັບ ແນວທາງນະໂຍບາຍຂອງພັກ-ລັດ ກໍ່ຄື ສະພາບຄວາມເປັນຈິງຂອງປະເທດເຮົານັບມື້ນັບຫຼາຍຂຶ້ນ, ຄວາມກົດດັນ ແລະ ທ່າທີເປັນປໍລະປັກຂອງອິດທິກຳລັງປໍລະປັກ ທີ່ມີຕໍ່ປະເທດເຮົາໃນດ້ານບັນຫາສິດທິມະນຸດ ແລະ ດ້ານອື່ນໆ ໄດ້ຫຼຸດລົງໃນລະດັບທີ່ແນ່ນອນ.ຜົນສຳເລັດອັນພົ້ນເດັ່ນ ແມ່ນການປະສານສົມທົບຢ່າງ     ແໜ້ນແຟ້ນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຕີຖອຍອິດທິກຳລັງປໍລະປັກ ແລະ ບັນດາກົນອຸບາຍຂອງພວກສັດຕູ ເລາະແລບຕາມຊາຍແດນ ຈົນສາມາດຍາດໄດ້ໄຊຊະນະ ແລະ ປົກປັກຮັກສາອໍານາດ ແລະ ອະທິປະໄຕ ໄວ້ໄດ້ຢ່າງໝັ້ນຄົງ. ຄຽງຄູ່ກັນນັ້ນ, ສປປ ລາວ ຍັງມີຜົນສຳເລັດອັນພົ້ນເດັ່ນໃນການຂົນຂວາຍຍາດແຍ່ງເອົາການຊ່ວຍເຫຼືອ ແລະ ສະໜັບສະໜູນດ້ານການເງິນຈາກຕ່າງປະເທດ ແຕ່ປີ 1975-1990 ປະມານ 3,4 ຕື້ໂດລາ ສະຫະລັດ, ໃນນັ້ນ ເງິນຊ່ວຍ ເຫຼືອຈາກປະເທດເພື່ອນມິດສັງຄົມນິຍົມ ປະມານ 2,6 ຕື້ໂດລາ ສະຫະລັດ, ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນລະບອບໃໝ່.

ການຫັນປ່ຽນກົນອຸບາຍໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ການພັງທະລາຍຂອງປະເທດມະຫາອຳນາດຂອງໂລກ ເປັນຕົ້ນແມ່ນ ສະຫະພາບ ໂຊວຽດ ແລະ ຄ້າຍສັງຄົມນິຍົມຢູ່ເອີຣົບ ໃນຕົ້ນຊຸມປີ 90 ພາຍໃຕ້ແນວທາງປ່ຽນ ແປງໃໝ່ ໂດຍມີຫຼັກການ, ພັກ-ລັດຖະບານ ໄດ້ສືບຕໍ່ດໍາເນີນການເຄື່ອນໄຫວການທູດຢ່າງຕັ້ງໜ້າ ແລະ ມີຫົວຄິດປະດິດສ້າງ ຈຶ່ງສາມາດຮັກສາລະບອບໃໝ່ຂອງພວກເຮົາ ໄດ້ຈົນຮອດທຸກມື້ນີ້. ຜົນງານດັ່ງກ່າວນີ້ ແມ່ນຍ້ອນພັກປະຊາຊົນ ປະຕິວັດລາວ ຮູ້ນຳໃຊ້ວຽກງານການທູດຢ່າງຄ່ອງແຄ້ວ ແລະ ມີໄຫວພິບ ບວກກັບການເສີມຂະຫຍາຍການພົວພັນ ແລະ ການຮ່ວມມືກັບທຸກປະເທດໃນໂລກ ບົນພື້ນຖານ 5 ຫຼັກການ ຢູ່ຮ່ວມກັນໂດຍສັນຕິ, ຊຶ່ງບັນດາກອງປະຊຸມໃຫຍ່ຂອງພັກ ຄັ້ງທີ V(ປີ 1991), ຄັ້ງທີ VI (​ປີ 1996), ຄັ້ງທີ VII (ປີ 2001), ຄັ້ງທີ VIII (ປີ 2006), ຄັ້ງທີ IX (ປີ 2011) ແລະ ຄັ້ງທີ X (ປີ 2016) ພັກ ລາວ ລ້ວນແຕ່ໄດ້ຢືນຢັນສືບຕໍ່ນະໂຍບາຍການຕ່າງປະເທດດັ່ງກ່າວ, ປະຕິບັດນະໂຍບາຍພົວພັນແບບຫຼາຍທິດ, ຫຼາຍຮູບແບບທີ່ສອດຄ່ອງກັບເງື່ອນໄຂແລະຄວາມສາມາດຂອງຕົນ,ເອົາການພົວພັນດ້ານການເມືອງ, ການທູດຕິດພັນກັບການພົວພັນຮ່ວມມືດ້ານເສດຖະກິດກັບສາກົນ, ຊຶ່ງເຫດການອັນພົ້ນເດັ່ນໃນການເຄື່ອນໄຫວຕ່າງ ປະເທດ ໃນໄລຍະນີ້ແມ່ນການທີ່ ສປປ ລາວ ໄດ້ເຂົ້າເປັນຜູ້ສັງເກດການຂອງ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກ ສ່ຽງໃຕ້ ຫຼື ອາຊຽນ (ASEAN) ໃນປີ 1992, ຊຶ່ງຕໍ່ມາກໍ່ໄດ້ເຂົ້າເປັນສະມາຊິກສົມບູນຂອງ ອາຊຽນ ໃນວັນທີ 23 ກໍລະກົດ 1997 ແລະ ໄດ້ປະກອບສ່ວນເຄື່ອນໄຫວຢ່າງເປັນເຈົ້າການ ເຮັດໃຫ້ບົດບາດອິດທິພົນຂອງປະເທດເຮົາສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ສາມາດຂົນຂວາຍເອົາການຊ່ວຍເຫຼືອ ແລະ ສະໜັບສະໜູນຈາກສາກົນ ປະມານ 2,4 ຕື້ໂດລາ ສະຫະລັດ ແຕ່ປີ 1991-2005 ໃນນັ້ນ ການຊ່ວຍເຫຼືອລ້າ ແມ່ນກວມມູນຄ່າສ່ວນໃຫຍ່.

ຄຽງຄູ່ກັນນັ້ນ, ຜົນສຳເລັດໃນການ​ເຄື່ອນ​ໄຫວການທູດ​ສອງ​ຝ່າຍ, ສປປ ລາວ ສືບຕໍ່ຍຶດໝັ້ນ​ເສີມຂະຫຍາຍສາຍພົວພັນ​ທີ່ເປັນມູນເຊື້ອອັນດີ, ຄວາມ​ສາມັກຄີແໜ້ນແຟ້ນ ​ແລະ ການ​ຮ່ວມ​ມື​ທີ່ມີປະສິດທິຜົນກັບ​ບັນດາ​ປະ​ເທດ​ເພື່ອນມິດຍຸດທະສາດ ທັງຢູ່ໃກ້ ແລະ ຢູ່ໄກ ເປັນຕົ້ນ: ສືບຕໍ່ຮັດແໜ້ນການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ສສ. ຫວຽດນາມ ໂດຍໄດ້ມີການແລກປ່ຽນການຢ້ຽມຢາມສອງຝ່າຍ ທັງສາຍພັກ-ສາຍລັດ ແລະ ໄດ້ມີການຜັດປ່ຽນກັນຈັດກອງປະຊຸມຄະນະກໍາມະການຮ່ວມມືສອງຝ່າຍ ລະຫວ່າງລັດຖະບານ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ,ພິເສດ ໃນຊຸມປີ 2017 ສອງປະເທດ ໄດ້ຮ່ວມກັນສະເຫຼີມສະຫຼອງສອງວັນປະຫວັດສາດ: 40 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ແລະ 55 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ແລະ ເຫດການສຳຄັນອື່ນໆ; ສ້າງສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີກັບ ສປ ຈີນ, ການນຳຂັ້ນສູງສຸດຂອງສອງປະເທດ ໄດ້ຢ້ຽມຢາມ ແລະ ພົບປະແລກປ່ຽນສອງຝ່າຍ ຕະຫຼອດໄລຍະຜ່ານມາ. ອັນພິເສດ ໄດ້ຕ້ອນຮັບການເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ສີ ຈິ້ນ ຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ຊຶ່ງກາຍເປັນຂີດໝາຍແຫ່ງປະຫວັດສາດ ລະຫວ່າງສອງປະເທດ, ໄດ້ຮ່ວມກັນລົງນາມໃນແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ຈີນ-ລາວ, ຊຶ່ງກຳລັງໄດ້ຮັບການຜັນຂະຫຍາຍໃຫ້ເຂົ້າສູ່ລວງກ້ວາງ ແລະ ລວງເລິກ, ແທດເໝາະກັບສະພາບຕົວຈິງ, ມີປະສິດທິຜົນ ແລະ ມີຄຸນນະພາບໃໝ່;ໄດ້ມີການລົງນາມໃນແຜນແມ່ບົດວ່າດ້ວຍການຮ່ວມມືກັນຊຸກຍູ້ເພື່ອສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ”, ຊຶ່ງປິ່ນອ້ອມກໍມີການສ້າງແຜນແມ່ບົດແລວເສດຖະກິດ ລາວ-ຈີນ, ໄດ້ເປີດປີທ່ອງທ່ຽວລາວ-ຈີນ ຈີນ-ລາວ ເພື່ອຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ແລະ ອື່ນໆ. ສໍາລັບການພົວພັນກັບ ສປປ ເກົາຫຼີ ໄດ້ສືບຕໍ່ເສີມຂະຫຍາຍອັນເປັນມູນເຊື້ອຍາວນານລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫຼີ ໂດຍມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດໃນແຕ່ລະໄລຍະ, ອັນພົ້ນເດັ່ນ ສະຫາຍເລຂາທິການໃຫຍ່ ປະທານປະເທດ ຈູມມະລີ ໄຊຍະສອນ ໄດ້ເດີນທາງໄປຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການໃນປີ 2011, ຄະນະຜູ້ແທນລາວ ໄດ້ໄປເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສປປ ເກົາຫຼີ ຄົບຮອບ 70 ປີ ທີ່ ນະຄອນຫຼວງພຽງຢາງ; ສະຫາຍ ພັນຄໍາວິພາວັນ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ເດີນທາງຢ້ຽມຢາມທາງການ ແລະ ເຂົ້າຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ສປປ ເກົາຫຼີ ຄົບຮອບ 45 ປີໃນປີ 2019, ສອງຝ່າຍ ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອກັນຢ່າງສະເໝີຕົ້ນສະເໝີປາຍໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນອົງການ ສປຊ ແລະ ເວທີອື່ນໆ; ສືບຕໍ່ເສີມເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຖານອ້າຍນ້ອງກັບ ສ. ກູບາ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈກັນ, ສະໜັບສະໜູນ ແລະ ຊ່ວຍເຫຼືອກັນ, ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ຕາມກົນໄກປົກກະຕິທັງສາຍພັກ ແລະ ສາຍລັດ, ອັນພົ້ນເດັ່ນ ຄະນະຜູ້ແທນລາວ ນຳໂດຍ ສະຫາຍ ຈູມມະລີ ໄຊຍະສອນ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ສ.ກູບາ ຢ່າງເປັນທາງການ ໃນປີ 2015, ສະຫາຍ ພັນຄໍາ ວິພາວັນ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ເດີນທາງຢ້ຽມຢາມ ສ. ກູບາ ເພື່ອເຂົ້າຮ່ວມພິທີໄວ້ອາໄລແກ່ດວງວິນຍານຂອງສະຫາຍ ຟີແດນ ກາສໂຕຣ, ອະດີດຜູ້ນໍາການປະຕິວັດຂອງກູບາໃນປີ 2016. ພ້ອມນີ້, ສປປ ລາວ ກໍ່ໄດ້ຕ້ອນຮັບ ສະຫາຍ ມີເກັນດີເອັດສ-ກາແນນແບຣມູເດັດສ, ປະທານສະພາແຫ່ງລັດແລະປະທານສະພາລັດຖະມົນຕີແຫ່ງສ. ກູບາ ມາຢ້ຽມ ຢາມລັດຖະກິດ ຢ່າງເປັນທາງການ ໃນປີ 2018 ຊຶ່ງໄດ້ກາຍເປັນເຫດການສໍາຄັນທາງດ້ານປະຫວັດສາດແຫ່ງການພົວພັນສອງປະເທດ.

ພ້ອມດຽວກັນນີ້, ສປປ ລາວ ກໍ່ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີກັບບັນດາປະເທດເພື່ອນບ້ານໃກ້ຄຽງ ສາມາດຮັກສາໄດ້ບັນຍາກາດການພົວພັນຮ່ວມມືອັນດີ, ຊຸກຍູ້ການແກ້ໄຂບັນຫາຕ່າງໆຮ່ວມກັນແບບສັນຕິວິທີຖານເພື່ອນມິດໃກ້ຄຽງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນນີ້, ການພົວພັນຮ່ວມມືກັບ ຣາຊະອານາຈັກໄທ ສືບຕໍ່ຮັກສາໄດ້ບັນຍາກາດການພົວພັນຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ, ໄດ້ມີກົນໄກການຮ່ວມມືກັນໃນຫຼາຍລະດັບ ຕັ້ງແຕ່ຂັ້ນສູນກາງຈົນເຖິງທ້ອງຖິ່ນ ແລະ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳ ເປັນຕົ້ນແມ່ນ: ການຈັດກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ໃນປີ 2018, ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ (JC); ກອງປະຊຸມຄະນະກໍາມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ (GBC); ກອງປະຊຸມຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ (JBC) ແລະ ກົນໄກອື່ນໆ, ອັນພົ້ນເດັ່ນ, ສອງຝ່າຍ ໄດ້ເຫັນດີໃຫ້ມີການຄົ້ນຄວ້າຍົກລະດັບສາຍພົວພັນຮ່ວມມືເປັນ “ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງໃນອະນາຄົດ” ໃນປີ 2018; ເພີ່ມທະວີການພົວພັນຮ່ວມມືກັບ ສສ. ມຽນມາ ໄດ້ມີການແລກປ່ຽນການຢ້ຽມຢາມສອງຝ່າຍ ຢ່າງເປັນປົກກະຕິ, ໄດ້ເປີດນຳໃຊ້ຂົວມິດຕະພາບ ລາວ-ມຽນມາ ແຫ່ງທຳອິດ ໃນປີ 20​15 ເພື່ອ​​ເຊື່ອມ​ໂຍງທາງດ້ານເສດຖະກິດ​ການ​ຄ້າ-ການ​ລົງທຶນ ​ແລະ ການທ່ອງ​ທ່ຽວ ເຮັດໃຫ້ປະຊາຊົນສອງຊາດ ໄດ້ໄປມາຫາສູ່ກັນສະດວກຍິ່ງຂຶ້ນ; ໃນຂະນະດຽວກັນ, ສປປ ລາວ-ກຳປູເຈຍ ສືບຕໍ່ຮັກສາໄດ້ການພົວພັນຮ່ວມມືທີ່ດີ ຖານເພື່ອນມິດສະໜິດສະໜົມ ແລະ ບ້ານໃກ້ເຮືອນຄຽງ, ໄດ້ຕົກລົງເຫັນດີຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ” ແລະ ຕົກລົງແກ້ໄຂບັນຫາຊາຍແດນ ລາວ-ກໍາປູເຈຍ ດ້ວຍສັນຕິວິທີ;ການພົວພັນກັບບັນດາປະເທດອາຊຽນອື່ນໆ ເປັນຕົ້ນ ສິງກະໂປ, ບຣູໄນ, ມາເລເຊຍ, ອິນໂດເນເຊຍ ແລະ ຟິລິບປິນ ແມ່ນໄດ້ຮັບການເອົາໃຈໃສ່, ມີການຮ່ວມມືກັນທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ໄດ້ມີແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນປະມຸກລັດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະ ມົນຕີ ຈົນຮອດວິຊາການຕ່າງໆ ຢ່າງເປັນປົກກະຕິ. ນອກນັ້ນ, ສປປ ລາວ ຍັງມີກົນໄກການຮ່ວມມືຜ່ານຄະນະກຳມະການຮ່ວມມືສອງຝ່າຍກັບປະເທດ ບຣູໄນ, ມາເລເຊຍ, ອິນໂດເນເຊຍ ແລະ ຟີລິບປິນ ພ້ອມທັງໄດ້ຮັບການຊ່ວຍເຫຼືອຈາກບັນດາປະເທດດັ່ງກ່າວ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ ທັງແບບໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນແມ່ນ ສິງກະໂປ, ມາເລເຊຍ, ອິນໂດເນເຊຍ ແລະ ບຣູໄນ. (ສໍາລັບສິງກະໂປ ແມ່ນມີສູນຝຶກອົບຮົມຢູ່ ສປປ ລາວ ເພື່ອຈັດການຝຶກອົບຮົບໃຫ້ແກ່ລັດຖະກອນຂອງລາວ).

ການພົວພັນກັບບັນດາປະເທດມະຫາອຳນາດໃນໂລກ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງໝັ້ນທ່ຽງ ແລະ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ການພົວພັນ ລາວ-ຣັດເຊຍ ເປັນການພົວພັນຮ່ວມມືທີ່ເປັນມູນເຊື້ອຍາວນານ ບົນພື້ນຖານແຫ່ງການເປັນຄູ່ຮ່ວມມືຍຸດທະສາດນໍາກັນ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງເວທີພາກພື້ນ ແລະ ສາກົນ, ໄດ້ມີການພົບປະສອງຝ່າຍຂັ້ນປະມຸກລັດ, ນາຍົກລັດຖະມົນຕີ ແລະ ບັນດາລັດຖະ ມົນຕີ ໃນຫຼາຍຄັ້ງຢ່າງເປັນປະຈຳ, ໄດ້ມີການຮ່ວມມືກັນໃນຫຼາຍຂະແໜງການ ເປັນຕົ້ນ ວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ ສປປ ລາວ, ການຮ່ວມມືດ້ານເຕັກນິກການທະຫານ, ການຊ້ອມຮົບຮ່ວມ ລົດຕັງ-ຍານເກາະ, ລັດຖະບານຣັດເຊຍ ໄດ້ສະໜອງທຶນການສຶກສາແກ່ ສປປ ລາວ ຫຼາຍກວ່າ 90 ທຶນໃນແຕ່ລະປີ, ໄດ້ມີການຮ່ວມມືດ້ານການທ່ອງທ່ຽວ, ກະສິກໍາ, ເຕັກໂນໂລຊີ, ດ້ານພະລັງງານ, ສາທາລະນະສຸກ ແລະ ອື່ນໆ. ພິເສດໃນປີ 2020 ນີ້ ສອງປະເທດ ກຳລັງກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດນຳກັນ ຄົບຮອບ 60 ປີ ແລະ 55 ປີ ວັນສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ກຳລັງກະກຽມຍົກລະດັບການພົວພັນຮ່ວມມືຂຶ້ນສູ່ລະດັບ “ຄູ່ຮ່ວມມືຍຸດທະສາດຮອບດ້ານຍາວນານ”. ສໍາລັບການພົວພັນ ລາວ-ອາເມລິກາ ໄດ້ມີທ່ວງທ່າຂະຫຍາຍຕົວ ແລະ ມີບາດກ້າວໃຫມ່, ໃນປີ 2016 ໄດ້ຕ້ອນຮັບ ພະນະທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ ເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ແລະ ຢ້ຽມຢາມລັດຖະກິດ ສປປ ລາວ ຢ່າງເປັນທາງການ, ໄດ້ຍົກລະດັບການຮ່ວມມືສອງຝ່າຍ ຂຶ້ນເປັນ ຄູ່ຮ່ວມມືແບບກວມລວມ; ສ.ອາເມລິກາ ໄດ້ປະກາດເງິນຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ລາວ ໃນປາງສົງຄາມ ຈຳນວນ 90 ລ້ານໂດລາ ສະຫະລັດ ໃນໄລຍະ 3 ປີ, ໄດ້ມີການຮ່ວມມືດ້ານວຽກງານຄົ້ນຫາສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA), ວຽກງານສາທາລະນະສຸກ, ການຕ້ານອາຊະຍາກໍາຂ້າມຊາດ ແລະ ການບັງຄັບໃຊ້ກົດໝາຍ, ດ້ານການຄ້າ-ການລົງທຶນ, ການສຶກສາ, ມີການຮ່ວມມືໃນຂອບຫຼາຍຝ່າຍ ເຊັ່ນ: ການຮ່ວມມືອາຊຽນ, ການຮ່ວມມືບັນດາປະເທດລຸ່ມແມ່ນ້ຳຂອງ (LMI) ແລະ ສປປ ລາວ ຍັງເປັນປະເທດຜູ້ປະສານງານ ອາຊຽນ-ອາເມລິກາ ໃນປີ 2018-2021; ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບ ຍີ່ປຸ່ນ ແລະ ໄດ້ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດນໍາກັນ ໃນປີ 2015, ຊຶ່ງນັບແຕ່ປີ 2016 ເປັນຕົ້ນມາ ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມຍີ່ປຸ່ນ ຈຳນວນ 5 ຄັ້ງ ແລະ ໄດ້ພົບປະກັບ ພະນະທ່ານ ອາເບະ ຊິນໂຊະ,ນາຍົກລັດຖະມົນຕີ ຈຳນວນ 6 ຄັ້ງ; ທ່ານ ພັນຄໍາ ວິພາວັນ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ເດີນທາງໄປຢ້ຽມຢາມຍີ່ປຸ່ນ 2 ຄັ້ງ ເພື່ອເຂົ້າຮ່ວມພິທີຂຶ້ນຄອງລາດຂອງເຈົ້າຈັກກະພັດ ນາຣຸຮິໂຕ ແລະ ຮັບຫຼຽນລະດັບຊາດຂອງຍີ່ປຸ່ນ ໃນປີ 2019,ມີການຮ່ວມມືໃນສາຍລັດຖະສະພາ, ສາຍພັກ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ ແລະ ເຕັກໂນໂລຊີ, ການສຶກສາ ແລະ ອື່ນໆ; ໃນຊຸມປີຜ່ານມາ ການພົວພັນຮ່ວມມືກັບ ສ. ເກົາຫຼີໄດ້ມີບາດກ້າວຂະຫຍາຍຕົວສູງ, ຊຶ່ງ ສປປ ລາວ ໄດ້ຕ້ອນຮັບ ປະທານາທິ ບໍດີ ສ. ເກົາຫຼີ ມາຢ້ຽມຢາມທາງການ ຈຳນວນ 2 ຄັ້ງ ໃນໄລຍະ 5 ປີ (2016 ແລະ 2019), ໃນຂະນະດຽວກັນ, ຄະນະຜູ້ແທນລາວ ນໍາໂດຍ ພະນະທ່ານນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ໄປເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມ ສະຫຼອງ 30 ປີ ແຫ່ງການພົວພັນອາຊຽນ-ສ.ເກົາຫຼີ ຢູ່ນະຄອນປູຊານ ແລະ ໄດ້ພົບປະສອງຝ່າຍກັບ ພະນະທ່ານປະທານາ ທິບໍດີ ສ. ເກົາຫຼີ. ປະຈຸບັນ ສ. ເກົາຫຼີ ໄດ້ສະໜອງທຶນຊ່ວຍເຫຼືອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແຕ່ໄລຍະປີ 2019-2022 ຈຳນວນ 5,5 ລ້ານໂດລາສະຫະລັດ ແລະ ສືບຕໍ່ສະໜັບສະໜູນຊ່ວຍເຫຼືອເງິນກູ້ຢືມດອກເບ້ຍຜ່ອນຜັນໃນອີກ 3 ປີ ຂ້າງໜ້າແຕ່ 2020-2023.ພ້ອມດຽວກັນນີ້, ສປປ ລາວ ກໍ່ສືບຕໍ່ເພີ່ມທະວີການຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເສີມຂະຫຍາຍ​ການພົວພັນ​ອັນ​ດີ​ກັບປະ​ເທດຕ່າງໆ ເປັນຕົ້ນ ຮົງກາຣີ, ສະຫະພັນທະລັດສະວິດ, ໂອຕຼິດ, ລຸກຊໍາບວກ, ເຢຍລະມັນ, ຝຣັ່ງ, ອັງກິດ, ອຽກລັງ, ອົດສະຕຣາລີ, ນູແວນເຊລັງ, ມົງໂກນ, ນອກແວ, ກູເວດ, ອິນເດຍ, ບັນດາປະເທດອາເມລິກາລາຕິນ ລວມໄປເຖິງການເອົາໃຈໃສ່ຟື້ນຟູສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອກັບປະເທດເພື່ອນມິດ ອະດີດສະຫະພາບໂຊວຽດ ເປັນຕົ້ນ ສາທາລະນະລັດ ອາແຊັກບາຍຊານ ແລະ ຮັກສາການພົວພັນອັນໝັ້ນທ່ຽງກັບບັນດາປະເທດອື່ນໆໃນໂລກ.

ໃນຊຸມປີຜ່ານມາ, ພວກເຮົາ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນເວທີການທູດຫຼາຍຝ່າຍ, ໃນນັ້ນ ອັນພົ້ນເດັ່ນທີ່ສຸດ ແມ່ນການເຄື່ອນໄຫວຢູ່ ອົງການສະຫະປະຊາຊາດ ແລະ ເວທີຂອງອາຊຽນ, ຊຶ່ງ ພະນະທ່ານປະທານປະເທດ, ນາຍົກລັດຖະມົນຕີ ແລະ ບັນດາລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະ ກ່າວບົດປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ແລະ ກອງປະຊຸມປິ່ນອ້ອມຕ່າງໆຫຼາຍຄັ້ງ ເປັນຕົ້ນ ກອງປະຊຸມສຸດຍອດ ກ່ຽວກັບ ເປົ້າໝາຍສະຫັດ ສະວັດ ດ້ານການພັດທະນາ (MDGs); ສືບຕໍ່ເຄື່ອນໄຫວຢ່າງເປັນເຈົ້າການໃນການປົກປ້ອງສິດ ແລະ ຍາດແຍ່ງຜົນປະໂຫຍດມາໃຫ້ແກ່ປະເທດຊາດ ແລະ ປະກອບສ່ວນຕາມພັນທະສາກົນຂອງຕົນໃນຂອບການຮ່ວມມືຂອງບັນດາອົງການຈັດຕັ້ງ ໃນພາກພື້ນ ແລະ ສາກົນ ເພື່ອຍົກບົດບາດຂອງ ສປປ ລາວ ໃຫ້ພົ້ນເດັ່ນສູງຂຶ້ນກວ່າເກົ່າ ເປັນຕົ້ນ ອາເຊັມ (ASEM), ອົງການ​ການ​ຄ້າ​ໂລກ (WTO), ອົງການຟຣັງ​ໂກ​ໂຟນີສາກົນ (OIF), ​​ກຸ່ມ 77, ຂະ​ບວນການບໍ່ຮ່ວມ​ກຸ່ມ (NAM), ກຸ່ມ​ບັນດາ​ປະ​ເທດ​ດ້ອຍ​ພັດທະນາ (LDC), ກຸ່ມ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ​ ທີ່​ບໍ່ມີ​ຊາຍ​ແດນ​ຕິດຈອດກັບ​ທະ​ເລ (LLDC) ແລະ ບັນດາອົງການ​ຈັດ​ຕັ້ງ​ສາກົນ​; ສືບຕໍ່ຢ່າງຕັ້ງໜ້າໃນການ​ເຊື່ອມ​ໂຍງ​ເສດຖະກິດພາກ​ພື້ນ ​ແລະ ສາກົນ, ໃນນີ້ການເຊື່ອມ​​ຈອດ​ພາກ​ພື້ນສືບ​ຕໍ່​ມີ​ບາດກ້າວ​ທີ່ໜັກ​ແໜ້ນ​ແລະ ມີຜົນສຳ​ເລັດ​ທີ່​ເປັນ​ຮູບ​ປະ​ທຳເປັນຕົ້ນການຮ່ວມມືພາຍໃຕ້ຂອບໜຶ່ງແລວ-ໜຶ່ງເສັ້ນທາງ (BRI), ຂອບການ​ຮ່ວມ​ມື​ແຫ່ງ​ອາຊີ (ACD), ຂອບການຮ່ວມມືອາຊີ-ເອີຣົບ (ASEM), ຂອບການຮ່ວມມືອາເມຣິກາລາຕິນ (FEALAC),ກອງປະຊຸມສຸດຍອດການຮ່ວມມືເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ(CLV), ກອງປະຊຸມສຸດຍອດຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV), ກອງປະຊຸມສຸດຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS), ຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ (GMS), ຂອບ​ການ​ຮ່ວມ​ມືແມ່​ນ້ຳຂອງ ແລະ ຄູ່​ຮ່ວມ​ພັດທະນາ​ ເຊັ່ນ: ຂອບ​ການ​ຮ່ວມ​ມືແມ່​ນ້ຳຂອງ-ຍີ່ປຸ່ນ, ​ການ​ຮ່ວມ​ມືແມ່​ນ້ຳຂອງ​-ສ.ເກົາຫລີ, ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ອື່ນໆ, ກອງປະຊຸມປະຈໍາປີຂອງອົງການພະລັງງານປະລໍາມະນູສາກົນ (IAEA), ອົງການເກືອດຫ້າມອາວຸດນິວເຄຼຍທຸກຮູບແບບ (CTBTO), ອົງການອະນາໄມໂລກ (WHO), ອົງການແຮງງານສາກົນ (ILO), ເວທີປຶກສາຫາລືໂປອາວເພື່ອອາຊີ, ເວທີເສດຖະກິດໂລກ (WEF) ແລະ ອື່ນໆ.

ຍ້ອນມີການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງນັ້ນ, ຈຶ່ງເຮັດໃຫ້ ສປປ ລາວ ໄດ້ຮັບຄວາມເຊື່ອໝັ້ນຈາກບັນດາປະເທດເພື່ອນມິດໃນໂລກ ທັງຢູ່ໃກ້ ແລະ ຢູ່ໄກ, ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສາກົນ, ງານມະຫາກຳຕ່າງໆໃນລະດັບພາກພື້ນ ແລະ ສາກົນ ຫລາຍຄັ້ງຢ່າງມີຜົນສຳເລັດ ແລະ ໄດ້ຮັບການຍ້ອງຍໍສັນລະເສີນຈາກສາກົນ ເປັນ​ຕົ້ນ​ ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ຄັ້ງທີ 10 ໃນປີ 2004, ກອງປະຊຸມລັດຖະສະພາໄອໂປໃນປີ 2005, ກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 23 ໃນປີ 2007, ພິເສດ, ສປປ ລາວໄດ້ຮັບກຽດເປັນປະເທດທີ3ໃນໂລກ ທີ່ໄດ້ຮັບຄ້ອງສັນຕິພາບ ໃນປີ 2008 ອັນເປັນສິ່ງໜຶ່ງທີ່ຢັ້ງຢືນໃຫ້ເຫັນເຖິງການຮັບຮູ້ຂອງສາກົນ ຕໍ່ກັບບົດບາດອັນຕັ້ງໜ້າຂອງ ສປປ ລາວໃນວຽກງານການຮັກສາສັນຕິພາບໂລກ, ສືບຕໍ່ເປັນເຈົ້າພາບຈັດກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 3 (GMS) ໃນປີ 2008, ກອງປະຊຸມປະຈໍາປີ ຄັ້ງທີ 17 ເວທີປຶກສາຫາລື ລັດຖະສະພາ ອາຊີ-ປາຊີຟິກ (APPF) ແລະ ຈັດງານມະຫາກໍາກິລາຊີເກມ ຄັ້ງທີ 25 ດ້ວຍຜົນສໍາເລັດອັນຈົບງາມ ​ໃນປີ 2009, ເປັນເຈົ້າພາບຈັດກອງປະຊຸມຄັ້ງທໍາອິດຂອງລັດພາຄີໃນສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ (ບົມບີ) ໃນປີ 2010, ຊຶ່ງໄດ້ເປັນຂີດຫມາຍສໍາຄັນຢ່າງຍິ່ງ ສໍາລັບ ສປປ ລາວ ທີ່ຊາວໂລກສະແດງຄວາມເຫັນອົກເຫັນໃຈຫຼາຍຂຶ້ນກວ່າເກົ່າ ພາຍຫຼັງຮັບຊາບເຖິງຜົນສະທ້ອນທີ່ສືບຕໍ່ຄຸກຄາມຊີວິດແລະຊັບສິນຂອງປະຊາຊົນລາວ ຈາກລະເບີດທີ່ພວກຈັກກະພັດໄດ້ຖິ້ມລົງໃສ່ດິນແດນລາວຈໍານວນ 3 ລ້ານໂຕນ ທີ່ໄດ້ສືບຕໍ່ຄຸກຄາມຊີວິດ ແລະ ຊັບສິນຂອງປະຊາຊົນລາວ; ສືບຕໍ່ເປັນເຈົ້າພາບຈັດ ກອງ​ປະຊຸມ​ລັດຖະສະພາ​ອາຊີ-​ເອີ​ລົບ ຄັ້ງ​ທີ 7 ແລະ ກອງ​ປະຊຸມ​ສຸດ​ຍອດອາຊີ-ເອີຣົບ (ASEM) ຄັ້ງ​ທີ 9 ແລະ ເປັນເຈົ້າພາບແຂ່ງຂັນກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 16 ໃນປີ 2012; ເປັນປະທານກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ໃນສົກປີ 2012-2013 ອັນໄດ້ນໍາໄປສູ່ການຮັບຮອງເອົາ ແຜນປະຕິບັດງານ   ວຽນນາ ສຳລັບປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ສຳລັບສົກປີ 2014-2024; ພາຍຫຼັງການເຈລະຈາຍາວນານເຖິງ 15 ປີ ສປປ ລາວ ກໍ່ໄດ້ຖືກຮັບຮອງເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (WTO) ໃນປີ 2013 ໂດຍນໍາໃຊ້ຊ່ອງທາງການທູດເປັນຕົ້ນຕໍ; ສືບຕໍ່ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລັດຖະສະພາອາຊຽນ ຄັ້ງທີ 35(AIPA)ໃນປີ 2014; ປະກອບສ່ວນຢ່າງຕັ້ງໜ້າໃນຂະບວນການເຈລະຈາ ເພື່ອກໍານົດວາລະການພັດທະນາ ຫຼັງປີ 2015 ຂອງສາກົນ ລວມທັງເປົ້າໝາຍການພັດທະນາແບບຍືນຍົງ (SDG); ໃນວັນທີ 31 ທັນວາ 2015 ຜ່ານມາ ສປປລາວພ້ອມດ້ວຍອີກ 09 ປະເທດສະມາຊິກອາຊຽນໄດ້ພ້ອມພຽງຮຽງໜ້າກັນເຂົ້າເປັນປະຊາຄົມເສດຖະກິດອາຊຽນ (AEC) ແລະ ໄດ້ປະກອບສ່ວນສ້າງວິໄສທັດປະຊາຄົມອາຊຽນ ປີ 2025 ເພື່ອກໍານົດທິດທາງເດີນຂອງຕົນໃນອະນາຄົດ; ໃນຊຸມປີຫລັງມານີ້, ສປປ ລາວ ຍັງໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມປິ່ນອ້ອມອື່ນໆ ໃນປີ 2016, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 4-5 (2018 ແລະ 2020), ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່Covid-19 ແລະ ກອງປະຊຸມຜູ້ນໍາຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ ໃນປີ 2020. ນອກຈາກນີ້ ກໍ່ຍັງມີບັນດາກອງປະຊຸມປິ່ນອ້ອມຂອບການຮ່ວມມືສຳຄັນຕ່າງໆ ເປັນຕົ້ນ ກອງປະຊຸມສຸດຍອດການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV), ກອງປະຊຸມສຸດຍອດຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV), ກອງປະຊຸມສຸດຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS),ຊຶ່ງ​ມີ​ບັນດາປະມຸກ​ລັດ, ຫົວໜ້າລັດຖະບານ,​ ບັນດາ​ລັດຖະມົນຕີ ແລະ ຄະນະ​ຜູ້​ແທນ​ທັງຢູ່ໃກ້ ແລະ ຢູ່ໄກ ເດີນທາງມາເຂົ້າ​ຮ່ວມຢ່າງ​ພ້ອມພຽງ, ຊຶ່ງຖືໄດ້ວ່າເປັນເຫດການປະຫວັດສາດອັນສໍາຄັນ ແລະ ເປັນໂອກາດອັນດີທີ່ຈະໃຫ້ບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ໄດ້ຮູ້ເຖິງການພັດທະນາ ແລະ ທ່າແຮງບົ່ມຊ້ອນຂອງປະເທດເຮົາ, ຮູ້ເຖິງນະໂຍບາຍການຮ່ວມມືກັບຕ່າງປະເທດ ອັນຖືກຕ້ອງສະເໝີຕົ້ນສະເໝີປາຍຂອງ ພັກ-ລັດ ຖະບານເຮົາ, ຊຶ່ງຜົນງານຕ່າງໆຂ້າງເທິງນັ້ນ ສາມາດເພີ່ມທະວີການພົວພັນຮ່ວມມື ແລະ ຂົນຂວາຍການຊ່ວຍເຫຼືອຈາກປະເທດຜູ້ໃຫ້ທຶນ, ພ້ອມທັງຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ເທື່ອລະກ້າວ.

ຄຽງຄູ່ກັນນັ້ນ, ສປປ ລາວ​ ຍັງມີຜົນສໍາເລັດໃນການເອົາ​ໃຈ​ໃສ່​ວຽກ​ງານ​ການ​ຮ່ວມມື ແລະ ປະຕິບັດພັນທະ​ສາກົນ​ທາງ​ດ້ານ​ກົດຫມາຍ​ເຊັ່ນ: ເປັນພາຄີໃນບັນດາສົນທິສັນຍາ ແລະ ສັນຍາສາກົນໃນຫຼາຍຂົງເຂດວຽກງານລວມຫຼາຍກວ່າ 900ສະບັບ,ໃນນັ້ນປະກອບມີ: ສົນທິສັນຍາ ແລະ ສັນຍາພະຫຸພາຄີ 470ສະບັບ ລວມທັງໃນຂອບອາຊຽນ, ສົນທິ ສັນຍາ ແລະ ສັນຍາທະວິພາຄີ 450ກວ່າສະບັບ ກັບ 140 ກວ່າປະເທດ, ໄດ້ສຳເລັດການສ້າງ 2 ກົດໝາຍສຳຄັນຂອງຂະ ແໜງການຕ່າງປະເທດຄື: ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ແລະ ກົດໝາຍວ່າດ້ວຍສໍານັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ແລະ ກຳລັງດຳເນີນຂະບວນການສ້າງກົດໝາຍ ວ່າດ້ວຍ ຊາຍແດນແຫ່ງຊາດ, ກົດ ໝາຍ ວ່າດ້ວຍ ຊັ້ນການທູດ ແລະ ປັບປຸງດຳລັດ ວ່າດ້ວຍ ລະບຽບນະໂຍບາຍຕໍ່ສະມາຊິກຂອງສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ, ຊຶ່ງກາຍເປັນທ່າແຮງສຳລັບພວກເຮົາ ໃນການປົກປັກຮັກສາປະເທດຊາດ ດ້ວຍກົດໝາຍທີ່ຖືກຕ້ອງ ແລະ ສອດຄ່ອງກັບທ່າອ່ຽງຂອງສາກົນໃນປະຈຸບັນ; ເຂົ້າ​ຮ່ວມ​​ການ​ແກ້​ໄຂ​ບັນຫາ​ລວມຂອງ​ໂລກ, ໄກ່​ເກ່ຍບັນຫາ​ສຳຄັນ​ຂອງ​ພາກພື້ນ ​ແລະ ສາກົນ, ສະໜັບສະໜູນການ​ຕໍ່ສູ້​ເພື່ອ​ສັນຕິພາບ, ຕ້ານໄພ​ອັນຕະລາຍ​ຂອງ​ສົງຄາມ, ການ​ຊ່ວງ​ເສັງ​ກໍາລັງປະກອບ​ອາວຸດ, ການກໍ່ການ​ຮ້າຍ, ການແກ້ໄຂບັນຫາສະພາບດິນຟ້າອາກາດ ​ແລະ ອື່ນໆ.

ສປປ ລາວ ສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ຄ່ອງແຄ້ວໃນວຽກງານຊາຍແດນແຫ່ງຊາດ, ສາມາດຮັບປະກັນຄວາມໝັ້ນຄົງ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ມີຜົນສໍາເລັດ​​ໃນວຽກງານປັກຫລັກໝາຍຖີ່ ແລະ ບູລະນະລະບົບຫລັກຫມາຍຊາຍແດນກັບສສຫວຽດນາມ ຈຳນວນ 1.002 ຫຼັກໝາຍ ຄວາມຍາວ 2.337 ກິໂລແມັດ, ສປ ຈີນ ຈຳນວນ 102 ຫຼັກໝາຍ ຄວາມຍາວ 508 ກິໂລແມັດແລະ ສສມຽນມາ ຈຳນວນ 172 ຫຼັກໝາຍ ຄວາມຍາວ 236 ກິໂລແມັດ, ຊຶ່ງໄດ້ມີການປະຊຸມຢ່າງເປັນປະຈຳ ເພື່ອປຶກສາຫາລືແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມຊາຍແດນ ແລະ ໄດ້ສໍາເລັດການຮ່າງແຜນຍຸດທະສາດວຽກງານຊາຍແດນປີ 2017-2025. ພ້ອມນີ້, ກໍ່ສືບຕໍ່ສໍາຫລວດປັກຫລັກໝາຍຊາຍແດນທີ່​ຍັງ​ຄົງ​ຄ້າງ​ກັບ ຣາຊະ​ອານາຈັກ​ໄທ ຄວາມຍາວທັງຫມົດ 1.835 ກິໂລແມັດຊຶ່ງມາຮອດປັດຈຸບັນ ໄດ້ຮ່ວມກັນສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນສໍາເລັດທັງໝົດ 676 ກິໂລແມັດ ເທົ່າກັບ 93% ຂອງເສັ້ນຊາຍແດນທາງບົກ ຫຼື ເທົ່າກັບ 37% ຂອງເສັ້ນຊາຍແດນທັງໝົດແລະ ສືບຕໍ່ສຳຫຼວດເສັ້ນຊາຍແດນທາງນໍ້າ. ສໍາລັບ ເສັ້ນສາຍແດນ ລາວ-ກໍາປູເຈຍ ມີຄວາມຍາວທັງຫມົດ 535 ກິໂລແມັດ, ໄດ້ສໍາຫຼວດທິດເນັ່ງເສັ້ນຊາຍແດນສໍາເລັດປະມານ 465 ກິໂລແມັດ ຫຼື ເທົ່າກັບ 86% ຂອງເສັ້ນຊາຍແດນທັງໝົດ, ສ່ວນທີ່ຍັງບໍ່ທັນໄດ້ສໍາຫຼວດມີປະມານ 70 ກິໂລແມັດ ຫຼື ເທົ່າກັບ 14%, ກວມເອົາບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ຊຶ່ງເປັນບໍລິເວນຊາຍແດນຄົງຄ້າງມິດຕະພາບ ລະຫວ່າງ ລາວ-ກໍາປູເຈຍ ມີເນື້ອທີ່ປະມານ 550 ກິໂລຕາແມັດ. ໄລຍະຜ່ານມາ, ເຖິງວ່າສະພາບຢູ່ບໍລິເວນຊາຍແດນ ໄດ້ມີຄວາມເຄັ່ງຕຶງບາງຄັ້ງຄາວ, ແຕ່ທັງສອງຝ່າຍ ກໍ່ໄດ້ຮ່ວມກັນແກ້ໄຂດ້ວຍສັນຕິວິທີ.

ໂດຍ​ສືບຕໍ່ຍຶດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ ສັນ​ຕິ​ພາບ, ​ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງ​ສະ​ ເໝີຕົ້ນ​ສະ​ເໝີປາຍ ​ແລະ ປະຕິບັດ​ນະ​ໂຍບາຍ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື ແບບ​ຫຼາຍ​ທິດ, ຫຼາຍຝ່າຍ ແລະ ຫຼາຍຮູບ​ແບບ, ທັງປະຕິບັດທິດ​ນຳ “​ເພີ່ມ​ມິດຫລຸດຜ່ອນ​ສັດຕູ” ຕາມ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ຂອງ​ພັກ ແລະ ປະຕິບັດ​ຄຳ​ຂວັນ​ຂອງ​ກອງ​ປະຊຸມ​ວຽກງານ​ການ​ຕ່າງປະ​ເທດ ຄັ້ງ​ທີ XIII ແລະ XIV ຄື ການ​ທູດ​ປ້ອງ​ກັນ​ເຫດ ​ແລະ ບຸກທະລຸ ​ເພື່ອ​ພາລະ ກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ, ​ຍົກສູງຄວາມສາມາດ, ລັກສະນະນຳໜ້າ ແລະ ຄວາມເປັນເຈົ້າການຂອງພະນັກງານໃນຂະແໜງການຕ່າງປະເທດແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ, ການນຳພັກ-ລັດ ແລະ ບັນດາທ່ານທີ່ເຄື່ອນໄຫວການເມືອງການທູດ ໄດ້​​ເປັນເຈົ້າການໃນການຕໍ່ສູ້ການເມືອງແລະຂົນຂວາຍຍາດແຍ່ງຫາງສຽງ, ຄວາມເຫັນໃຈ, ການຊ່ວຍເຫຼືອແລະການສະໜັບສະໜູນຈາກຕ່າງປະເທດດ້ວຍຫຼາຍຮູບການ, ທັງຊີ້ແຈງອະທິບາຍແລະໂຄສະນາດຶງ​ດູດ, ທັງຕອບໂຕ້ຖ້ອຍທຳນອງທີ່ບິດເບືອນແລະການໃສ່ຮ້າຍປ້າຍສີຕໍ່ການນໍາພາຂອງພັກ-ລັດ ກໍຄື ສປປ ລາວ ຈາກກຸ່ມຄົນທີ່ບໍ່ຫວັງດີ, ​ຊຶ່ງສາມາດເຮັດໃຫ້ປະເທດຕ່າງໆແລະ ບັນດາອົງການຈັດຕັ້ງສາກົນ ລວມທັງພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່​​ແນວທາງນະໂຍບາຍທີ່ຖືກຕ້ອງເປັນທຳຂອງພັກ-ລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ລະບອບໃໝ່ຂອງ ສປປ ລາວ.

ມາຮອດປະຈຸບັນ ສປປ ລາວ ໄດ້ສ້າງສາຍພົວພັນການທູດກັບ 143 ປະເທດ (ໃນໄລຍະ 5 ປີຜ່ານມາ ເພີ່ມຂຶ້ນ 5 ປະເທດ ຄື: ລີເບີເຣຍ, ແຊນກິສ ແອນ ເນວິດສ, ສ.ຊານມາລີໂນ, ສ.ກົງໂກ ແລະ ສ.ການາ); ມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 40ແຫ່ງ,ໃນນີ້ ມີສະຖານເອກອັກຄະລັດຖະທູດ 26ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ; ມີກົງສຸນກິຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 17ແຫ່ງ, ກົງສຸນກິຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ, ມີດ່ານສາກົນ28ແຫ່ງ, ໄດ້ສໍາເລັດການກໍ່ສ້າງ ແລະ ເປີດນໍາໃຊ້ຂົວມິດຕະພາບ 5 ແຫ່ງ (ລາວ-ໄທ 4 ແຫ່ງ, ລາວ-ມຽນມາ 1 ແຫ່ງ), ມີການ​​ພົວພັນກັບພັກການເມືອງຕ່າງໆໃນໂລກເກືອບ​ 140 ພັກ​, ໄດ້​​ສ້າງຕັ້ງສະມາຄົມມິດຕະພາບກັບ 18 ປະເທດໄດ້ເຊັນສັນຍາຍົກເວັ້ນວີຊາກັບ 37 ປະເທດ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ, ຍົກເວັ້ນວີຊາສອງຝ່າຍສໍາລັບຜູ້ຖືໜັງສືຜ່ານແດນທໍາມະດາກັບ 11 ປະເທດ (9 ປະເທດສະມາຊິກອາຊຽນ, ລັດເຊຍ ແລະ ມົງໂກລີ)ແລະຍົກເວັ້ນວີຊາຝ່າຍດຽວ ສໍາລັບຜູ້ຖືຫນັງສືຜ່ານແດນທໍາມະດາໃຫ້ກັບ 4ປະເທດ (ສ.ເກົາຫລີ, ຍີ່ປຸ່ນ, ສະຫະພັນທະລັດສະວິດ, ລຸກຊໍາບວກ); ວຽກງານກົງສຸນ ໄດ້ເປັນເຈົ້າການໃນການປົກປ້ອງສິດຜົນປະໂຫຍດຂອງຄົນລາວຢູ່ຕ່າງປະເທດ ເຊັ່ນ: ໄດ້ເອົາໃຈໃສ່ຢ່າງໃກ້ຊິດ ໃນການຊ່ວຍເຫຼືອດ້ານກົດໝາຍແກ່ແຮງງານລາວຢູ່ຕ່າງປະເທດ, ການຄຸ້ມຄອງຄົນຕ່າງປະເທດ ແລະ ແກ້ໄຂຄະດີຕ່າງໆທີ່ພົວພັນເຖິງຄົນຕ່າງ ປະເທດ ໄດ້ປະຕິບັດຕາມລະບຽບສາກົນ, ປັບປຸງການບໍລິການ ເຂົ້າ-ອອກ ໃນບັນດາດ່ານສາກົນຕ່າງໆ ໃຫ້ຫັນເປັນທັນສະ ໄໝເທື່ອລະກ້າວ ອັນພົ້ນເດັ່ນ ແມ່ນໄດ້ນຳໃຊ້ໜັງສືຜ່ານແດນເອເລັກໂຕຼນິກ (E-Passport) ແລະ ອອກວີຊາ ຜ່ານລະບົບອອນລາຍ (E-Visa) ແລະ ການປັບປຸງດ່ານສາກົນຕ່າງໆ ໃຫ້ສອດຄ່ອງກັບລະບຽບການເທື່ອລະກ້າວ ອັນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃນການໄປມາຫາສູ່ກັນຂອງປະຊາຊົນທັງພາຍໃນ ແລະ ຕ່າງປະເທດ.

ການລົງທຶນຂອງຕ່າງປະເທດຢູ່ ສປປ ລາວ ແມ່ນມີທ່າຂະຫຍາຍຕົວສູງຂຶ້ນໃນແຕ່ລະໄລຍະ, ຊຶ່ງໃນ 5 ປີຫຼັງມານີ້ ໂຄງການລົງທຶນຂອງ ສປ ຈີນ ຢູ່ ສປປ ລາວ ມີ 55 ໂຄງການ ມູນຄ່າ 3,240 ຕື້ໂດລາ ສະຫະລັດ, ຈັດເປັນອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ລາວ, ພິເສດແມ່ນ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ທີ່ພວກກຳລັງກໍ່ສ້າງ; ການລົງທຶນຂອງ ຣາຊະອານາຈັກໄທ ຢູ່ ສປປ ລາວ ກໍ່ສືບຕໍ່ມີທ່າຂະຫຍາຍຕົວແຮງ ມີ 761 ໂຄງການ, ມູນຄ່າປະມານ 4,716 ລ້ານໂດລາ ສະຫະລັດ, ຈັດເປັນອັນດັບ 2 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ; ຄຽງຄູ່ກັນນັ້ນ,ການລົງທຶນຂອງ ສສ ຫວຽດນາມ ຢູ່ ສປປ ລາວ ໃນໄລຍະ 5 ປີຫຼັງມານີ້ ກໍ່ສືບຕໍ່ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ, ມີ 15 ໂຄງການ, ມູນຄ່າ 288 ລ້ານໂດລາສະຫະລັດ,ຊຶ່ງຖ້ານັບແຕ່ປີ 1986ເປັນຕົ້ນມາ ການລົງທຶນຂອງຫວຽດນາມ ຢູ່ ສປປ ລາວ ມີທັງໝົດ 409 ໂຄງການ ມູນຄ່າລວມຫຼາຍກວ່າ 4,1 ຕື້ໂດລາສະຫະລັດ; ໃນນັ້ນ, ການລົງທຶນຂອງຫວຽດນາມ 100% ກວມມູນຄ່າ 3,9 ຕື້ໂດລາສະຫະລັດ, ຊຶ່ງຈັດຢູ່ອັນດັບ 3 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວແລະ ອີກຫຼາຍໂຄງການລົງທຶນຈາກບັນດາປະເທດເພື່ອນມິດອື່ນໆໃນໂລກ ທັງຢູ່ໃກ້ ແລະ ຢູ່ໄກ.

ຜ່ານການເຄື່ອນໄຫວການຕ່າງປະເທດຢ່າງຕັ້ງໜ້າ, ສປປ ລາວ ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດສາກົນຢ່າງກວ້າງຂວາງ, ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໄດ້ເພີ່ມຂຶ້ນທຸກປີ, ສະເພາະແຕ່ປີ 2016-2020 ນີ້ມີປະມານ 36.281 ຕື້ກີບ, ຊຶ່ງໃນໄລຍະ 10 ປີ ຫຼັງມານີ້ ຍີ່ປຸ່ນ ຍັງສືບຕໍ່ເປັນອັນດັບ 1 ທີ່ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA)ໃຫ້ແກ່ ສປປ ລາວ ສະເລ່ຍປະມານ 90-100 ລ້ານໂດລາ ສະຫະລັດ ຕໍ່ປີ. ພ້ອມດຽວກັນນີ້, ການຊ່ວຍເຫຼືອຂອງສະຫະພາບເອີຣົບ (EU) ກໍ່ໄດ້ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃຫ້ການຊ່ວຍເຫຼືອ ສປປ ລາວ ຈຳນວນ 207 ລ້ານເອີໂຣ (ແຜນງານຮ່ວມໄລຍະ 2016-2020) ເຂົ້າໃນວຽກງານທີ່ເປັນຂົງເຂດບູລິມະສິດ ຄື: ການສຶກສາຂັ້ນພື້ນຖານ, ໂພຊະນາການ, ການຄໍ້າປະກັນດ້ານສະບຽງອາຫານ, ການປົກຄອງທີ່ດີ, ສິດທິມະນຸດ ແລະ ສ້າງລັດທີ່ປົກຄອງດ້ວຍກົດໝາຍ, ວຽກງານເກັບກູ້ລະເບີດບໍ່ທັນແຕກ(UXO), ການພັດທະນາຂອງພາກເອກະຊົນ ແລະ ວຽກຂອງອົງການທາງສັງຄົມ (CSO); ໃຫ້ການຊ່ວຍເຫຼືອແຜນງານການສະໜອງງົບປະມານໃຫ້ແກ່ ສປປ ລາວຈຳນວນ 97 ລ້ານເອີໂຣ, ໂດຍຜ່ານສອງແຜນງານຄື: ວຽກສຶກສາ ຈຳນວນ 55 ລ້ານເອີໂຣ ແລະ ໂພຊະນາການ ຈຳນວນ 42 ລ້ານເອີໂຣ ໂດຍຈັດຕັ້ງປະຕິບັດຜ່ານອົງການທີ່ບໍ່ຂຶ້ນກັບລັດຖະບານ (NGOs); ປະຈຸບັນ ມີອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (INGOs) ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວຢູ່ ສປປ ລາວ ຈໍານວນ 172 ອົງການ, ໂດຍຈັດຕັ້ງປະຕິບັດ 108 ໂຄງການ ແລະ ມີມູນຄ່າ 166 ລ້ານໂດລາສະຫະລັດ, ຫຼາຍກວ່າ 9ລ້ານເອີໂຣ, 1.286.000 ຝຣັ່ງສະວິດ ແລະ ຫຼາຍກວ່າ 8 ຕື້ກີບ, ຊຶ່ງໄດ້ເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກຢູ່ ສປປ ລາວ.

ໃນທ່າມກາງທີ່ສະພາບການຂອງໂລກ ກຳລັງປະເຊີນໜ້າກັບຄວາມຫຍຸ້ງຍາກຈາກການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ນີ້, ຂະແໜງການຕ່າງປະເທດ ໄດ້ເອົາໃຈໃສ່ຕິດຕາມ ແລະ ສະຫຼຸບສັງລວມສະພາບການແຜ່ລະບາດ ແລະ ການປະຕິບັດມາດຕະການຕ່າງໆ ເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດຕ່າງໆທົ່ວໂລກ, ເປັນເຈົ້າການເຄື່ອນໄຫວຍາດແຍ່ງການຮ່ວມມື ແລະ ການຊ່ວຍເຫຼືອຢ່າງທັນການຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ຊ່ວຍເຫຼືອພົນລະເມືອງລາວ ທີ່ຕົກຄ້າງຢູ່ຕ່າງປະເທດກັບຄືນ ສປປ ລາວ ແລະ ອຳນວຍຄວາມສະດວກໃຫ້ແກ່ຕ່າງປະເທດ ຮັບເອົາພົນລະເມືອງຂອງຕົນທີ່ຕົກຄ້າງຢູ່ລາວ ກັບຄືນປະເທດ. ພ້ອມນັ້ນ, ຂະແໜງວຽກງານຕ່າງປະເທດ ກໍ່ສາມາດປັບຕົວເຂົ້າກັບສະພາບການດໍາລົງຊີວິດປົກກະຕິແບບໃຫມ່ (New Normal) ໂດຍສະເພາະແມ່ນການເຂົ້າຮ່ວມກອງປະຊຸມສໍາຄັນໃນພາກພື້ນ ແລະ ສາກົນ ຜ່ານລະບົບກອງປະຊຸມທາງໄກ (Video Conference) ຫຼາຍຄັ້ງດ້ວຍຜົນສຳເລັດອັນຈົບງາມ.

ເມື່ອລວມຄວາມແລ້ວ ຍ້ອນມີການເຄື່ອນໄຫວການທູດຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ຄ່ອງແຄ້ວນິ້ມນວນ ຈຶ່ງເຮັດໃຫ້ບົດບາດຂອງ ສປປ ລາວ ນັບມື້ສູງເດັ່ນຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ, ຊຶ່ງເປັນການປະກອບສ່ວນອັນສຳຄັນຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ, ຊຶ່ງທັງສາມາດຂົນຂວາຍຍາດແຍ່ງການຊ່ວຍເຫຼືອຈາກສາກົນ ແລະ ການຂະຫຍາຍສາຍພົວພັນການທູດກັບຕ່າງປະເທດໄດ້ເພີ່ມຂຶ້ນຢ່າງກ້າວກະໂດດ ຄື 143 ປະເທດ ໃນປະຈຸບັນ ເມື່ອສົມທຽບໃສ່ປີ 1975 ສປປ ລາວ ເຮົາມີສາຍພົວພັນການທູດພຽງແຕ່ 44 ປະເທດເທົ່ານັ້ນ. ໃນນັ້ນ, ຜົນສໍາເລັດທີ່ພົ້ນເດັ່ນແມ່ນ ສາມາດໝູນໃຊ້ສະພາບແວດລ້ອມພາຍນອກທີ່ເອື້ອອຳນວຍ ເພື່ອຍາດແຍ່ງຜົນປະໂຫຍດມາໃຫ້ປະເທດຊາດໄດ້ຢ່າງຕໍ່ເນື່ອງ ດ້ວຍບາດກ້າວບຸກທະລຸອັນໃໝ່ເຖິງວ່າເງື່ອນໄຂສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ຈະມີຄວາມຫຍຸ້ງຍາກສັບສົນ ແລະ ທ້າທາຍ ປານໃດກໍຕາມ. ໃນທ່າມກາງທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍນີ້ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ ອັນມີປະຊາຊົນລາວບັນດາເຜົ່າ ແລະ ທຸກຂະແໜງການໃນທົ່ວປະເທດ ໃຫ້ການສະໜັບສະໜູນ ແລະ ມີຄວາມສາມັກຄີກັນເປັນປຶກແຜ່ນແໜ້ນໜາ ເຂົ້າຮ່ວມໃນຂະບວນການຈັດຕັ້ງປະຕິບັດແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດເຮົາ ໃນແຕ່ລະໄລຍະ ໂດຍໄດ້ມີຄວາມໜັກແໜ້ນທາງດ້ານຍຸດທະສາດ, ມີຄວາມຄ່ອງແຄ້ວ, ນິ້ມນວນທາງດ້ານຍຸດໂທບາຍ ເຮັດໃຫ້ປະເທດຊາດອັນແສນຮັກຂອງພວກເຮົາ ນັບມື້ໄດ້ຮັບການພັດທະນາຂຶ້ນ ຕາມທິດສັງຄົມນິຍົມ, ມີຄວາມຮັ່ງມີເຂັ້ມແຂງ, ມີສະຖຽນລະພາບທາງການເມືອງ, ລະບອບ​ປະຊາທິປະ​ໄຕປະຊາຊົນ​ ໄດ້ຮັບການບູລະນະຢ່າງໜັກ​ແໜ້ນເຂັ້ມແຂງ, ​ເສດຖະກິດ​ແຫ່ງ​ຊາດ​ ສືບຕໍ່ຂະຫຍາຍ​ຕົວ​ຢ່າງຕໍ່​ເນື່ອງ, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ-ສັງຄົມ ມີ​ບາດກ້າວ​ບຸກທະລຸ​ຢ່າງ​ຕໍ່ເນື່ອງ, ປະຊາຊົນມີຄວາມຜາສຸກ, ຊີວິດການເປັນຢູ່ໄດ້ຮັບການຍົກລະດັບດີຂຶ້ນເທື່ອລະກ້າວ, ສັງຄົມມີຄວາມສະຫງົບປອດໄພ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ຕະຫຼອດໄລຍະ 45 ປີ ແຫ່ງການສະຖາປະນາ ສປປ ລາວແລະ 30 ກວ່າປີ ແຫ່ງການປະຕິບັດແນວທາງປ່ຽນແປງ ໃໝ່ນີ້, ພວກເຮົາ ສາມາດເວົ້າດ້ວຍຄວາມເອກອ້າງທະນົງໃຈວ່າ ຂະແໜງການຕ່າງປະເທດ ເປັນຂະແໜງການໜຶ່ງທີ່ສຳຄັນ ແລະ ໄດ້ມີຜົນງານອັນພົ້ນເດັ່ນຢູ່ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະນັ້ນ, ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກເຮົາໃນຊຸມປີຕໍ່ໜ້ານີ້ ໃຫ້ບັນລຸເປົ້າໝາຍ ແລະ ມີຜົນສຳເລັດອັນຈົບງາມນີ້ ໃນມະຕິ Xຂອງພັກ ໄດ້ຢັ້ງຢືນວ່າ: ພວກເຮົາຕ້ອງສືບຕໍ່ຮັກສາມູນເຊື້ອອັນດີງາມ ໃນການປະຕິບັດບົດບາດໜ້າທີ່ການຕ່າງປະເທດ ພາຍໃຕ້ຄຳຂວັນ"ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ", ໂດຍຍຶດໝັ້ນແນວທາງການຕ່າງປະເທດຂອງພັກ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໜີຕົ້ນສະເໝີປາຍ,​ ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າ​ງປະຊາ​ຄົມອາ​ຊຽນ ໃຫ້ເປັນປະຊາຄົມທີ່ມີຄວາມເຂັ້ມແຂງ ແລະ ໜ້າຢູ່. ໃນຂະນະດຽວກັນ, ມັນຮຽກ ຮ້ອງໃຫ້ຄະນະພັກ-ຄະນະນຳທຸກຂັ້ນ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດ, ລະບຽບກົດໝາຍຕ່າງໆຂອງ ພັກ-ລັດໃຫ້ແກ່ສະມາຊິກພັກ, ພະນັກງານລັດຖະກອນ ໃຫ້ມີທັດສະນະຫຼັກໝັ້ນທາງດ້ານການເມືອງ ຮູ້ຈຳແນກມິດ-ສັດຕູ ຢ່າງຈະແຈ້ງ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງບັນດາອິດທິກຳລັງປໍລະປັກ, ເຊື່ອມຊຶມບັນດາເອກະສານແນວທາງໂນຍະບາຍ ກໍ່ຄື ບັນດາມະຕິຄຳສັ່ງ, ແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ກຳແໜ້ນປະຫວັດສາດ, ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ເພື່ອເປັນພື້ນຖານໃຫ້ແກ່ການເຄື່ອນໄຫວຕໍ່ສູ້ໃນເວທີສາກົນ.ຜົນງານທັງໝົດນີ້ ແມ່ນຍ້ອນພັກເຮົາຮູ້ນໍາໃຊ້ວຽກງານການທູດອັນຄ່ອງແຄ້ວ ແລະ ມີໄຫວພິບ ບົນພື້ນຖານແນວທາງການຕ່າງປະເທດ ທີ່ຖືກຕ້ອງ, ສະຫຼາດສ່ອງໃສ ແລະ ສອດຄ່ອງກັບແຕ່ລະຍຸກ ແຕ່ລະສະໄໝຕິດພັນກັບ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ ອັນໄດ້ເຮັດໃຫ້ອິດທິພົນບົດບາດຂອງ ສປປ ລາວ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480229
ມື້ນີ້59
ມື້ວານ157
ອາທິດນີ້627
ເດືອນນີ້6460