ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດສະເໜີ "ພັກປະຊາຊົນ ປະຕິວັດລາວ ໄດ້ວາງນະໂຍບາຍການຕ່າງປະເທດ ຢ່າງຖືກຕ້ອງ ແລະ ສອດຄ່ອງ ໃນແຕ່ລະຍຸກແຕ່ລະສະໄໝ"

 

ບົດສະເໜີ

ພັກປະຊາຊົນປະຕິວັດລາວ ໄດ້ວາງນະໂຍບາຍການຕ່າງປະເທດ

ຢ່າງຖືກຕ້ອງ ແລະ ສອດຄ່ອງ ໃນແຕ່ລະຍຸກແຕ່ລະສະໄໝ

ໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ

 

ພັກປະຊາຊົນປະຕິວັດລາວຂອງພວກເຮົາ ຍາມໃດກໍເປັນເຈົ້າການຊີ້ນຳ-ນຳພາ ການເຄື່ອນໄຫວວຽກງານຕ່າງປະເທດໃນແຕ່ລະໄລຍະ ຢ່າງຕັ້ງໜ້າ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ການເສີມສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ບັນດາປະເທດ ໃນພາກພື້ນ ແລະ ໃນໂລກ ເຮັດໃຫ້ຖານະບົດບາດ ແລະ ອິດທິພົນຂອງ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ ໃນເວທີພາກພື້ນ ແລະ ສາກົນ.

 

ວຽກ​ງານການ​ຕ່າງ​ປະ​ເທດ ໄດ້​ຕິດ​ພັນ​ແບບກາຍ​ອິນ​ຊີ​ກັບພາ​ລະ​ກິດ​ຕໍ່​ສູ້ ເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດຂອງ​ປະ​ຊາ​ຊົນ​ລາວ ​ມາ​ເປັນ​ຫຼາຍ​ທົດ​ສະ​ຫວັດ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ ຊຶ່ງ​ເບື້ອງ​ຕົ້ນ​ແມ່ນ​ພັກກອມ​ມູ​ນິດອິນ​ດູ​ຈິນ, ຕໍ່​ມາ​ແມ່ນ ​ພັກ​ປະ​ຊາ​ຊົນ ໃນ​ເມື່ອ​ກ່ອນ ແລະ ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ໃນ​ປະ​ຈຸ​ບັນ ເພື່ອຕ້ານການເປັນ​ຫົວ​ເມືອງ​ຂຶ້ນ​ຂອງພວກ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ແລະ ໃໝ່ ເປັນເວລາອັນຍືດເຍື້ອຍາວນານ. ຕະ​ຫຼອດ​ໄລ​ຍ​ະແຫ່ງ​ການ​ຕໍ່​ສູ້ເພື່ອຄວາມເປັນ​ເອ​ກະ​ລາດແຫ່ງ​ຊາດນັ້ນ, ພັກ​ເຮົາ​ ຍາມ​ໃດ​ກໍ​ໄດ້​ຖື​ສຳ​ຄັນການ​ປະ​ສານ​ສົມ​ທົບຢ່າງແໜ້ນແຟ້ນ​ ລະ​ຫວ່າງ ​ການ​ຕໍ່​ສູ້​ດ້ານກຳລັງອາ​ວຸດ, ດ້ານ​ການ​ເມືອງ, ການ​ທູດ ແລະ ສາ​ມາດ​ຍາດ​ໄດ້ໄຊ​ຊະ​ນະ​ຢ່າງ​ສົມ​ບູນ ໃນ​ປີ 1975, ສະ​ຖາ​ປະ​ນາເປັນ ສ​ປ​ປ ລາວ ​ໃນ​ວັນ​ທີ 02 ທັນວາ 1975 ແລະ ສືບ​ຕໍ່ນຳ​ພາ​ປະ​ຊາ​ຊົນ​ລາວ​ສ້າງ​ສັງ​ຄົມ​ໃໝ່ ຕາມ​ທິດ​ສັງ​ຄົມ​ນິ​ຍົມ​ເທື່ອ​ລະ​ກ້າວ​.

 

ໃນໄລ​ຍ​ະແຫ່ງ​ການ​ຕໍ່​ສູ້ເພື່ອຄວາມເປັນ​ເອ​ກະ​ລາດແຫ່ງ​ຊາດ, ພັກ ປປ ລາວ ໄດ້ສະເໜີແນວທາງການຕ່າງປະເທດ ອອກໃນແຕ່ລະກອງປະຊຸມໃຫຍ່ຂອງພັກ ທີ່ຜ່ານມາ ຄື: ກອງ​ປະ​ຊຸມ​ໃຫຍ່ຂອງພັກ ​ຄັ້ງ​ທີ I (​ປີ 1955) ພັກ ໄດ້​ວາງນະໂຍບາຍພື້ນຖານ ແລະ ໂຄງການດຳເນີນງານສະເພາະໜ້າ, ຊຶ່ງລະ​ບຸໃນຂໍ້ທີ 10 ຂອງໂຄງການການເມືອງ 12 ຂໍ້ ວ່າ: “ຜູກມິດກັບທຸກໆປະເທດທີ່ເຄົາລົບເອກະລາດ, ອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດເຮົາ. ຜູກສາຍສຳພັນໃນທຸກດ້ານ ລະຫວ່າງປະເທດເຮົາກັບບັນດາປະເທດດັ່ງກ່າວບົນຫຼັກການສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນ; ກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ II ຂອງ​ ພັກ ​(​ປີ 1972)ໄດ້ສືບຕໍ່ຢືນຢັນຜົນສຳເລັດຂອງນະໂຍບາຍການຕ່າງປະເທດ ກໍຄື ຍຸດທະວິທີດ້ານການຕ່າງປະເທດ ດັ່ງນີ້: ຕັ້ງໜ້າປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ສັງຄົມນິຍົມ ໃນອິນດູຈີນ, ໃນອາຊີອາຄະເນ ແລະ ໃນໂລກ, ຊຶ່ງໃນກອງປະຊຸມດັ່ງກ່າວ ໄດ້​ວາງ 11 ນະ​ໂຍ​ບາຍ​ໃຫຍ່ອອກ, ສະ​ເພາະ​ວຽກ​ງານການຕ່າງປະເທດ ພັກເຮົາ ​ກໍໄດ້ຍຶດ​ໝັ້ນ ການ​ພົວ​ພັນແບບ​ພິ​ເສດ​ກັບ​ ຫວຽດ​ນາມ, ເພີ່ມທະວີຄວາມສາ​ມັກ​ຄີແລະປະສານ​ສູ້​ຮົບ ​ກັບ ຫວຽດນາມ, ກຳປູເຈຍ ໃນການຮ່ວມສຳພັນສູ້ຮົບຂອງ​ປະ​ຊາ​ຊົນ 3 ຊາດອິນ​ດູ​ຈີນແລະຂະ​ຫຍາຍ​ການ​ພົວ​ພັນ​ສາ​ມັກ​ຄີມິດ​ຕະ​ພາບກັບ​ບັນ​ດາ​ປະ​ເທດສັງ​ຄົມ​ນິ​ຍົມແລະຂະ​ບວນ​ການຄອມ​ມຸຍນິດແລະກຳ​ມະ​ກອນ​ສາ​ກົນບົນ​ພື້ນ​ຖານລັດ​ທິ​ມາກ-ເລ​ນິນແລະບົນຈິດ​ໃຈ​ກຳ​ມະ​ຊີບໂດຍ​ຍຶດ​ໝັ້ນ​ຫຼັກ​ການ​ເອ​ກະ​ລາດເປັນ​ເຈົ້າ​ຕົນ​ເອງ​ຂອງ​ພັກ; ຂະ​ຫຍາຍ​ການ​ພົວ​ພັນດ້ານຕ່າງປະເທດກັບ​ທຸກໆ​ປະ​ເທດຕາມ​ຫຼັກ​ການ​ສະ​ເໝີ​ພາບ, ເຄົາ​ລົບ​ອະ​ທິ​ປະ​ໄຕ ແລະ ຄວາມເປັນເອ​ກະ​ລາດ​ຂອງ​ກັນ, ຍາດ​ແຍ່ງເອົາ​ການ​ສະ​ໜັບ​ສະ​ໜູນແລະຊ່ວຍ​ເຫຼືອຈາກບັນດາປະເທດ​ສັງຄົມ​ນິ​ຍົມ, ຂະ​ບວນ​ການ​ປົດ​ປ່ອຍ​ຊາດ ແລະຈາກ​ຂະ​ບວນ​ການ​ຕໍ່ສູ້ ເພື່ອສັນ​ຕິ​ພາບແລະຄວາມ​ເປັນ​ທຳ​ໃນ​ໂລກ. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ເພື່ອສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 01 ທັນວາ 1975, ພັກ ໄດ້ວາງແນວທາງການຕ່າງປະເທດ ທີ່ ເປັນຍຸດທະສາດ ແລະ ມີລັກສະນະຫຼັກການຂອງກົດໝາຍສາກົນ ດັ່ງນີ້: ປະຕິບັດນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ບໍ່ຮ່ວມກຸ່ມ, ແນໃສ່ກໍ່ສ້າງປະເທດລາວ ໃຫ້ເປັນປະເທດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ກ້າວໜ້າທາງສັງຄົມ ປະກອບສ່ວນຢ່າງສົມກຽດ ເຂົ້າໃນພາລະກິດຕໍ່ສູ້ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ ຢູ່ໃນພາກພື້ນອາຊີອາຄະເນ ແລະ ໃນໂລກ.

 

ພາຍ​ຫຼັງທີ່​ປະ​ເທດ​ເຮົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບູນ ໃນວັນ​ທີ 02 ທັນວາ 1975, ພັກ ປປ ລາວ ກໍ​ໄດ້​ສືບ​ຕໍ່ຍຶດ​ໝັ້​ນ​​ນະ​ໂຍ​ບາຍ​ການຕ່າງ​ປະ​ເທດ ທີ່ຖືກຕ້ອງ, ຕໍ່ເນື່ອງ ແລະ ສະເໝີຕົ້ນສະເໝີປາຍ ໃນ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີIII ຂອງ​ພັກ (​ປີ 1982)ດັ່ງນີ້: ສັນຕິພາບ, ເອກະລາດ, ມິດຕະພາບ ເພີ່ມທະວີຢ່າງບໍ່ຢຸດຢັ້ງຄວາມສາມັກຄີພິເສດ, ການຮ່ວມສຳພັນສູ້ຮົບ ແລະ ການຮ່ວມມືຮອບດ້ານ ກັບ ຫວຽດນາມ ແລະ ກຳປູເຈຍ, ສາມັກຄີແໜ້ນແຟ້ນ ແລະ ຮ່ວມມືຮອບດ້ານກັບ ສະຫະພາບໂຊວຽດ ແລະ ບັນດາປະເທດສັງຄົມນິຍົມ ແລະ ປະຊາຊົນທີ່ຮັກຫອມສັນຕິພາບ ແລະ ຄວາມເປັນທຳໃນໂລກ; ສ້າງເງື່ອນໄຂສາກົນ ອຳນວຍຄວາມສະດວກ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ, ອອກແຮງປົກປັກຮັກສາສັນຕິພາບ ໃນອິນດູຈີນ ແລະ ອາຊີອາຄະເນ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງບັນດາປະຊາຊາດໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ, ຍົກພຶດຕິກຳຕົວຈິງມາຢັ້ງຢືນ ໃນການພົວພັນກັບປະເທດໃກ້ຄຽງ, ບໍ່ຮ່ວມກຸ່ມ, ອາຊຽນ ແລະ ຢູ່ ສປຊ.

 

ໃນທ່າມກາງສະ​ພາບ​ການ​ໃນ​ໂລກ ແລ​ະ ພາຍ​ໃນປະ​ເທດ ໃນ​ຊຸມ​ປີ 80 ມີການປ່ຽນແປງຢ່າງສັບສົນ, ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ IV ​ຂອງ​ ພັກ ​(​ປີ 1986) ໄດ້​ເລີ່ມ​ຕົ້ນ​ດຳ​ເນີນ​ນະ​ໂຍ​ບາຍ​ປ່ຽນ​ແປງໃໝ່, ຫັນ​ຈາກ​ບໍ​ລິ​ຫານ​ເກື້ອ​ກຸນ​ໄປ​ສູ່​ກົນ​ໄກ​ຕະ​ຫຼາດ ໂດຍ​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ. ພັກ ​ໄດ້​ກຳ​ນົດ​ນະ​ໂຍ​ບາຍການ​ຕ່າງ​ປະ​ເທດ ໃຫ້ສອດ​ຄ່ອງ​ກັບ​ສະ​ພາບ​ການ​ໃໝ່​ ໂດຍຍຶດໝັ້ນ ແລະ ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດຂອງພັກ ແລະ ລັດ ຖືສຳຄັນ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເປີດກວ້າງການພົວພັນຮ່ວມມືຮອບດ້ານກັບ ຫວຽດນາມ, ກຳປູເຈຍ, ສະຫະພາບໂຊວຽດ ແລະ ປະເທດສັງຄົມນິຍົມອ້າຍນ້ອງອື່ນໆ; ສືບຕໍ່ຂະຫຍາຍການພົວພັນກັບທຸກປະເທດໃນໂລກ ໂດຍບໍ່ຈຳແນກລະບອບການເມືອງ ແລະ ສັງຄົມທີ່ແຕກຕ່າງກັນ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕຂອງກັນ, ສະເໝີພາບ ຕ່າງຝ່າຍຕ່າງມີຜົນ ແນໃສ່ສ້າງເງື່ອນໄຂສາກົນອັນສະດວກ ໃຫ້ແກ່ການປະຕິບັດສອງໜ້າທີ່ຍຸດທະສາດ.

 

ນັບ​ແຕ່​ ປີ 1986 ມາ​ຮອດ​ປະ​ຈຸ​ບັນ, ພັກ ປ​ປ ລາວ ​ໄດ້ສືບ​ຕໍ່​ຍຶດ​ໝັ້ນແນວ​ທາງການ​ຕ່າງ​ປະ​ເທດ ທີ່​ສະເໝີ​ຕົ້ນ​ສະ​ເໝີ​ປາຍ: ສັນຕິພາບ, ເອກະລາດ, ມິດຕະພາບແລະການຮ່ວມມື, ເສີມຂະຫຍາຍການພົວພັນ ແລະ ການຮ່ວມມືກັບທຸກປະເທດໃນໂລກ ບົນພື້ນຖານ 5 ຫຼັກການ ຢູ່ຮ່ວມກັນໂດຍສັນຕິ. ຕໍ່​ມາບັນ​ດາກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ ຄັ້ງ​ທີ V (ປີ 1991), ຄັ້ງ​ທີ VI (​ປີ 1996), ຄັ້ງ​ທີ VII (ປີ 2001), ຄັ້ງ​ທີ VIII (ປີ 2006) ແລະ ຄັ້ງ​ທີ IX (ປີ 2011) ພັກ​ ປ​ປ​ ລາວ ລ້ວນ​ແຕ່ໄດ້ຢືນ​ຢັນ​ສືບ​ຕໍ່​ນະ​ໂຍ​ບາຍການ​ຕ່າງ​ປະ​ເທດດັ່ງກ່າວ, ປະ​ຕິ​ບັດ​ນະ​ໂຍ​ບາຍພົວ​ພັນ​ແບບ​ຫຼາຍ​ທິດ, ຫຼາຍ​ຮູບ​ແບບ​ ທີ່​ສອດຄ່ອງ​ກັບເງື່ອນ​ໄຂ ແລະ ຄວມ​ສາ​ມາດ​ຂອງ​ຕົນ, ເອົາ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ການ​ທູດ​ຕິດ​ພັນ​ກັບ​ການ​ພົວ​ພັນ​ຮ່ວມ​ມືດ້ານ​ເສດ​ຖະ​ກິດ​ກັບ​ສາ​ກົນ.

 

ໃນ​ໂອ​ກາດ 55 ປີ ແລະ 60 ປີຂອງ​ ພັກ ປ​ປ​ ລາວ, ພັກເຮົາ ກໍ​ໄດ້​ຢືນ​ຢັນ​ຄືນແນວ​ທາງການ​ຕ່າງ​ປະ​ເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ພົວພັນຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ກັບທຸກປະເທດໃນໂລກ ໂດຍບໍ່ຈຳແນກລະບອບການເມືອງ-ສັງຄົມ ທີ່ແຕກຕ່າງກັນບົນພື້ນຖານ 5 ຫຼັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ.

 

ໃນຊຸມປີທີ່ຜ່ານມາ, ໂດຍພາຍໃຕ້ແສງສະຫວ່າງຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ​ແລະ ທົ່ວ​ປວງ​ຊົນລາວ​ທັງຊາດ ໄດ້​​​ເປັນ​ເຈົ້າ​ການຈັດ​ຕັ້ງ​​ຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII (2016-2020), ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ແລະ ວິໄສທັດ ຮອດປີ 2030, ຊຶ່ງໄດ້ຮັບຜົນສໍາເລັດເປັນກ້າວໆມາ. ສຳລັບການເຄື່ອນໄຫວວຽກງານຕ່າງປະເທດ ຂອງ ສປປ ລາວ ກໍໄດ້ປະສົບຜົນສຳເລັດໃນຫຼາຍດ້ານ ທັງໃນ​ຂອບ​ສອງ​ຝ່າຍ ແລະ ຫຼາຍຝ່າຍ​, ທັງຢູ່ພາຍໃນ ແລະ ຕ່າງປະເທດ, ຊຶ່ງໄດ້ສືບຕໍ່ປະກອບສ່ວນອັນສຳຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ໂດຍ​ສືບຕໍ່ຍຶດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ “ສັນ​ຕິ​ພາບ, ​ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື ​ຢ່າງ​ສະ​ເໝີຕົ້ນ​ສະ​ເໝີປາຍ ​ແລະ ປະຕິບັດ​ນະ​ໂຍບາຍ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື ແບບ​ຫຼາຍ​ທິດ, ຫຼາຍຝ່າຍ ແລະ ຫຼາຍຮູບ​ແບບ, ທັງປະຕິບັດທິດ​ນຳ “​ເພີ່ມ​ມິດຫຼຸດຜ່ອນ​ສັດຕູ” ຕາມ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ຂອງ​ພັກ ແລະ ປະຕິບັດ​ຄຳ​ຂວັນ​ຂອງ​ກອງ​ປະຊຸມ​ວຽກງານ​ການ​ຕ່າງປະ​ເທດ ຄັ້ງ​ທີ XIV ຄື “ການ​ທູດ​ປ້ອງ​ກັນ​ເຫດ ​ແລະ ບຸກທະລຸ ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ”, ​“ເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດ ຜົນການເຄື່ອນໄຫວການຕ່າງປະເທດໃຫ້ປະກົດຜົນເປັນຮູບປະທໍາ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງ ອົງຄະນະພັກກະຊວງການຕ່າງປະເທດ, ການນຳພັກ-ລັດ ແລະ ບັນດາທ່ານທີ່ເຄື່ອນໄຫວການເມືອງການທູດ ໄດ້​​ເປັນ​ເຈົ້າ​ການໃນ​ການ​ຕໍ່​ສູ້​ການ​ເມືອງ ​ແລະຂົນຂວາຍຍາດ​ແຍ່ງ​ຫາງ​ສຽງ, ຄວາມເຫັນ​ໃຈ, ການຊ່ວຍເຫຼືອແລະການ​ສະໜັບສະໜູນ​ຈາກຕ່າງ​ປະ​ເທດດ້ວຍ​ຫຼາຍຮູບ​ການ, ທັງ​ຊີ້​ແຈງ​ອະທິບາຍແລະ ​ໂຄສະນາ​ດຶງ​ດູດ, ທັງ​ຕອບ​ໂຕ້ຖ້ອຍ​ທຳນອງທີ່​ບິດ​ເບືອນແລະ ​ການໃສ່​ຮ້າຍ​ປ້າຍ​ສີ ​ຕໍ່ການນໍາພາຂອງພັກ-ລັດ ກໍຄື ສປປ ລາວ ຈາກກຸ່ມຄົນທີ່ບໍ່ຫວັງດີ, ​ຊຶ່ງສາມາດ​ເຮັດ​ໃຫ້ປະເທດຕ່າງໆແລະ ບັນດາອົງການຈັດຕັ້ງສາກົນ ລວມທັງ​ພີ່​ນ້ອງ​ຄົນເຊື້ອ​ຊາດ​ລາວ​ຢູ່​ຕ່າງ​ປະ​ເທດ ​ມີ​ຄວາມຮັບຮູ້ ແລະ ເຂົ້າ​ໃຈ​ ຕໍ່​​ແນວ​ທາງ​ນະ​ໂຍບາຍ​ທີ່ຖືກຕ້ອງເປັນທຳຂອງ ​ພັກ-ລັດ ແລະ ຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເຮົາ ເພື່ອເປັນກຳລັງແຮງໃນການຕີຖອຍຖ້ອຍທຳນອງໃສ່ຮ້າຍປ້າຍສີ ຂອງອິດທິກຳລັງປໍລະປັກ ຕໍ່ລະບອບໃໝ່ຂອງພວກເຮົາເທື່ອລະກ້າວ.

 

ເພື່ອຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກເຮົາ ໃນຊຸມປີຕໍ່ໜ້ານີ້ ໃຫ້ມີຜົນສຳເລັດເປັນກ້າວໆນັ້ນ ມັນຮຽກຮ້ອງໃຫ້ຄະນະພັກ-ຄະນະນຳທຸກຂັ້ນ ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ ໃຫ້ມີທັດສະນະຫຼັກໝັ້ນທາງດ້ານການເມືອງໜັກແໜ້ນ ສາມາດຈຳແນກມິດ-ສັດຕູ ຢ່າງຈະແຈ້ງ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງບັນດາອິດທິກຳລັງປໍລະປັກ, ເຊື່ອມຊຶມບັນດາມະຕິຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ກຳແໜ້ນປະຫວັດສາດ, ຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ ເພື່ອເປັນພື້ນຖານໃນການເຄື່ອນໄຫວໃນເວທີສາກົນ.

 

ລວມ​ຄວາມ​ແລ້ວ, ການ​ນຳ​ພາ​ຂອງ​ພັກເຮົາ ຕໍ່​ວຽກ​ງານ​ຕ່າງ​ປະ​ເທດ ໃນ​ໄລ​ຍະ​ປ່ຽນ​ແປງ​ໃໝ່ ໄດ້ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງໃນ​ການ​ກຳ​ນົດແນວ​ທາງ ນະ​ໂຍ​ບາຍ​ການຕ່າງ​ປະ​ເທດ ​ທີ່ສອດ​ຄ່ອງ​ກັບ​ແຕ່​ລະ​ໄລ​ຍະ, ມີ​ການ​ຊີ້​ນຳ​ໂດຍ​ກົງ ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ. ສະ​ນັ້ນ, ເພື່ອ​ເຮັດ​ໃຫ້​ການເຄື່ອນໄຫວວຽກ​ງານການ​ຕ່າງ​ປະ​ເທດ ​ມີ​ປະ​ສິດ​ທິ​ຜົນ, ​ພັກຕ້ອງ​​ໄດ້ນຳ​ພາ ແລະ ເສີມ​ຂະ​ຫຍາຍ ບົດ​ບາດ​ຂອງ​ຂະ​ແໜງ​ການ​ຕ່າງໆ, ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານແນວ​ຄິດການ​ເມືອງ ແລະ ທິດ​ສະ​ດີ, ນໍາ​ພາກໍ່​ສ້າງ, ບຳ​ລຸງຖັນ​ແຖວ​ພະ​ນັກ​ງານ ແລະ ການຈັດຕັ້ງ​ທີ່​ເຮັດ​ວຽກ​ງານ​ຕ່າງ​ປະ​ເທດ, ເອົາ​ໃຈ​ໃສ່​​ຊີ້​ນຳກວດ​ກາທຸກ​ການ​ເຄື່ອນ​ໄຫວວຽກງານການຕ່າງ​ປະ​ເທດ ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດສູງ​ສຸດມາ​ໃຫ້​ແກ່​ປະ​ເທດຊາດ.

 

*********************************

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480343
ມື້ນີ້1
ມື້ວານ172
ອາທິດນີ້741
ເດືອນນີ້6574