ການເຄື່ອນໄຫວວຽກງານການທູດ ໄດ້ມີບົດບາດສຳຄັນໃນການປະກອບສ່ວນ ໃນການຂົນຂວາຍການຊ່ວຍເຫຼືອ
ຈາກສາກົນ ໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19
ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 76 ປີ (12 ຕຸລາ 1945-2021)
ການຜັນປ່ຽນຂອງສະພາບການຂອງໂລກໃນແຕ່ລະໄລຍະເປັນສິ່ງທີ່ມີຄວາມທ້າທາຍບໍ່ໜ້ອຍສໍາລັບການເຄື່ອນ ໄຫວວຽກຕ່າງປະເທດຂອງ ສປປ ລາວ, ແຕ່ດ້ວຍການຊີ້ນໍາ-ນຳພາ ຢ່າງໃກ້ຊິດຕິດແທດຂອງກົມການເມືອງສູນກາງພັກ, ລັດຖະບານ, ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ຢູ່ໃນທ່າບຸກ, ໂດຍຍຶດໝັ້ນແນວທາງການຕ່າງປະເທດ“ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື”ແລະ ປະຕິບັດຕາມຄໍາຂວັນຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14ຄື:‘‘ການທູດປ້ອງກັນເຫດ ແລະ ບຸກທະລຸເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ”ໂດຍລົງເລິກ ‘‘ເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວການຕ່າງປະເທດໃຫ້ເປັນຮູບປະທຳ’’,ຊຶ່ງເຮັດໃຫ້ການເຄື່ອນໄຫວຕ່າງປະເທດຂອງ ສປປ ລາວ ເຮົາໃນຊຸມປີຜ່ານມາ ສາມາດສືບຕໍ່ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນທັງຂອບສອງຝ່າຍ ແລະ ຫລາຍຝ່າຍໃນເວທີພາກພື້ນ ແລະ ສາກົນ, ຊຶ່ງໄດ້ເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.
ບົດຄວາມ
ຄວາມເປັນມາຂອງ ວັນການທູດລາວ
(ເນື່ອງໃນໂອກາດ ຄົບຮອບ 76 ປີ ວັນການທູດລາວ: 12 ຕຸລາ 1945-12 ຕຸລາ 2021)
ໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ
(ພະແນກ ໂຄສະນາ ແລະ ປະຊາສໍາພັນ)
--------------------------------------------------------------------------
ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວ ທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວ, ຊຶ່ງເປັນການໄຂສັງກາດໃໝ່ ທີ່ໄດ້ເຮັດໃຫ້ສາກົນຮັບຮູ້ຄວາມເປັນເອກະລາດຂອງລາວ ທີ່ບໍ່ເຄີຍຖືກຮັບຮູ້ຈາກສາກົນມາເປັນເວລາຫຼາຍຮ້ອຍປີ ເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ, ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ບວກກັບການຕໍ່ສູ້ທາງການເມືອງ, ຄວາມສາມັກຄີຕໍ່ສູ້ສັດຕູໂຕດຽວກັນ ຂອງສາມຊາດອິນດູຈີນ ແມ່ນແບບຢ່າງທີ່ຫາໄດ້ຍາກ ໃນປະຫວັດສາດການພົວພັນສາກົນຂອງໂລກ. ເຫດການ ວັນທີ 12 ຕຸລາ ມັນໄດ້ສ່ອງແສງເຖິງຄວາມສະຫຼາດສ່ອງໃສ ໃນການນໍາພາການຕໍ່ສູ້ຂອງການນໍາລາວເຮົາຮຸ່ນກ່ອນໆ ທີ່ມີຈິດໃຈຮັກຊາດ, ຮັກຄວາມເປັນເອກະລາດ, ຕໍ່ສູ້ປົດແອກປົກຄອງຂອງພວກຮຸກຮານຕ່າງຊາດ, ຊຶ່ງ ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພານຸວົງ ເປັນແກນນໍາລາວຮຸ່ນບຸກເບີກ ໃຫ້ແກ່ວຽກງານການທູດລາວເຮົາ.
ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 72 ປີ
(01.10.1949 – 01.10.2021)
ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຈີນທັງຊາດ ສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດຈີນຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບປົດປ່ອຍ ປະຊາຊົນຈີນ ຄົບຮອບ 94 ປີ. ວັນທີ 01 ຕຸລາ 2021 ກໍເປັນອີກເຫດການໜຶ່ງ ທີ່ມີຄວາມຫມາຍຄວາມສຳຄັນ ທາງດ້ານປະຫວັດສາດຂອງ ສປ ຈີນ ເພາະເປັນ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ຄົບຮອບ 72 ປີ (01.10.1949- 01.10.2021).
ເມື່ອຫວນຄືນປະຫວັດສາດ ແຫ່ງການດຳເນີນພາລະກິດປະຕິວັດຊາດ ປະຊາທິປະໄຕ ຂອງ ສປ ຈີນ ໂດຍພາຍໃຕ້ການຊີ້ນຳ-ນຳພາ ອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກຄອມມູນິດຈີນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 1 ກໍລະກົດ 1921, ສົມທົບກັບນໍ້າໃຈເສຍສະຫລະອັນສູງສົ່ງຂອງປະຊາ ຊົນຈີນບັນດາເຜົ່າ, ເຮັດໃຫ້ພາລະກິດປະຕິວັດຊາດປະຊາທິປະໄຕຢູ່ຈີນ ໄດ້ຮັບໄຊຊະນະອັນຍິ່ງໃຫຍ່ ແລະ ໄດ້ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໃນວັນທີ 01 ຕຸລາ 1949 ຢ່າງເປັນທາງການ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ພັກຄອມມູນິດຈີນ ໄດ້ສືບຕໍ່ນຳພາປະຊາຊົນຈີນບັນດາເຜົ່າ ດຳເນີນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສ້າງສາພັດທະນາປະເທດຊາດຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.