ຊົມເຊີຍວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 94 ປີ
(01/08/1927 -1/8/2021)
ໂດຍ: ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດ,
(ກະຊວງການຕ່າງປະເທດ)
ການລຸກຮືຂຶ້ນຂອງປະຊາຊົນຜູ້ຮັກຊາດທີ່ເມືອງໜານຊາງ, ແຂວງຈ່ຽງຊີໃນວັນທີ 1 ສິງຫາ ປີ 1927 ເປັນສັນຍາລັກສະແດງໃຫ້ເຫັນວ່າ ກອງທັບປະຊາຊົນແບບໃຫມ່ພາຍໃຕ້ການນຳພາຂອງພັກກອມມູນິດຈີນ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ໄດ້ກາຍມາເປັນກອງທັບປົດປ່ອຍປະຊາຊົນຈີນໃນປະຈຸບັນ. ໃນໄລຍະ 94 ປີຜ່ານມາ, ພາຍໃຕ້ການຊີ້ນຳ - ນໍາພາຂອງພັກກອມມູນິດຈີນ ໂດຍມີ ປະທານ ເໝົາ ເຈີຕົງ ເປັນແກນນໍາ ແລະ ຜູ້ນໍາຈີນຫລາຍຮຸ້ນຜ່ານມາ ກອງທັບປົດປ່ອຍປະຊາຊົນຈີນໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຈາກຈໍານວນຄົນໜ້ອຍມາເປັນກອງທັບທີ່ມີຈໍານວນຄົນຫຼາຍສົມຄວນ, ຈາກກອງທັບທີ່ມີອາວຸດຫລ້າຫລັງ ກາຍມາກອງທັບທີ່ມີອາວຸດທັນສະໄໝໃນໂລກ.
ໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ,
(ກະຊວງການຕ່າງປະເທດ)
ສາທາລະນະລັດ ປະຊາຊົນຈີນ ເປັນປະເທດທີ່ມີປະຫວັດສາດຍາວນານຫຼາຍກວ່າ 5000 ປີ. ປະເທດຈີນ ເຄີຍເປັນປະເທດທີ່ຮັ່ງມີເຂັ້ມແຂງທີ່ສຸດໃນໂລກ ຫຼາຍປະເທດໄດ້ໄປຮຽນເອົາ ວິທະຍາສາດ-ເຕັກໂນໂລຊີ ແລະ ວັດທະນະທຳຈາກຈີນ ເພື່ອນຳໄປພັດ ທະນາປະເທດຕົນ, ແຕ່ພາຍຫຼັງຜົນສຳເລັດຂອງການປະຕິວັດອຸດສາຫະກຳຢູ່ຕາເວັນຕົກ, ກໍາລັງ ການຜະລິດຂະຫຍາຍຕົວ ເຮັດໃຫ້ບັນດາປະເທດຕາເວັນຕົກນໍາໜ້າຈີນ ໃນຫຼາຍດ້ານ ໂດຍສະເພາະດ້ານການທະຫານ, ເຊິ່ງພາໃຫ້ ຈີນ ຕ້ອງປະລາໄຊຈາກສົງຄາມຕ້ານການຮຸກຮານຈາກພາຍນອກໂດຍສະເພາະສົງຄາມຢາຝິ່ນ ໃນປີ 1840, ອັນໄດ້ເຮັດໃຫ້ຈີນ ຈຳເປັນຕ້ອງໃຊ້ໜີ້, ແບ່ງແຍກດິນແດນ, ເປີດດ່ານສາກົນ ແລະ ຈໍາຕ້ອງໃຫ້ສິດທິພິເສດແກ່ຄົນຕ່າງປະເທດ ແລະ ອື່ນໆ ເຮັດໃຫ້ປະຊາຊົນຈີນໄດ້ຮັບຄວາມທຸກຍາກລໍາບາກ. ໃນໄລຍະນັ້ນ ໄດ້ເກີດມີຂະບວນລຸກຮື້ຂຶ້ນຂອງກໍາລັງຮັກຊາດຫຼາຍຄັ້ງ ແຕ່ບໍ່ສຳເລັດ, ຍ້ອນຂາດທິດສະດີ ແລະ ພັກນຳພາ, ເຮັດພໍໃຜພໍລາວ. ພາຍຫຼັງຂະບວນການປະຕິວັດຢູ່ຈີນ ໄດ້ຮັບແສງສະ ຫວ່າງຈາກການປະຕິວັດ ເດືອນຕຸລາ 1917 ຢູ່ໂຊວຽດ ບໍ່ພໍເທົ່າໃດປີ, ພັກກອມມູນິດຈີນ ໄດ້ຖືກສ້າງຕັ້ງຂຶ້ນ ໃນປີ 1921 ແລະ ໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ ລຸກຮື້ຂຶ້ນຢ່າງອົງອາດກ້າ ຫານໃນການເຮັດສົງຄາມຕໍ່ສູ້ຕ້ານຟາຊິດ, ຕ້ານສັກດີນາ ໂຄ່ນລົ້ມລະບອບການປົກຄອງແບບເກົ່າ ແລະ ສ້າງຕັ້ງລະບອບ ໃໝ່ຂຶ້ນໃນປີ 1949.
ໂດຍ: ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ
(ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ)
ສປປ ລາວ ແລະ ສປ ຈີນ ເປັນທັງເພື່ອນມິດຍຸດທະສາດ, ທີ່ມີມູນເຊື້ອສາຍພົວພັນມິດຕະພາບອັນແໜ້ນແກ່ນມາແຕ່ຍາວນານ, ທັງເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ສິ່ງສໍາຄັນສອງປະເທດ ລ້ວນແຕ່ເດີນຕາມເສັ້ນທາງສັງ ຄົມນິຍົມ.
ສາຍພັວພັນ ແລະ ການຮ່ວມມື ລາວ-ຈີນ ແມ່ນພື້ນຖານຄວາມເຫັນອົກເຫັນໃຈ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນມາໂດຍຕະຫຼອດ, ໄດ້ມີການປະສານສົມທົບກັນຢ່າງສະໜິດແໜ້ນ, ມີການແລກປ່ຽນທັດສະນະຮ່ວມກັນຢ່າງເປັນປົກກະຕິ ແລະ ໄດ້ກຳນົດຈຸດສຸມການຮ່ວມມື ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືໃຫ້ກ້າວເຂົ້າສູ່ລວງເລິກ ແລະ ລວງກວ້າງ ຕາມແຕ່ລະໄລຍະຢ່າງມີແບບແຜນ. ນອກຈາກນີ້, ນັບແຕ່ໄດ້ດຳເນີນນະໂຍບາຍເປີດປະຕູສູ່ພາຍນອກ ກໍຄື ໃນຍຸກໂລກາພິວັດ, ສອງປະເທດ ລາວ-ຈີນ ກໍໄດ້ເພີ່ມທະວີການຮ່ວມມືກັບສາກົນໃນຂອບຫຼາຍຝ່າຍ ທັງໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຢ່າງຕັ້ງໜ້າ ໂດຍຍຶດໝັ້ນນະໂຍບາຍການຕ່າງປະເທດຂອງຕົນ ຢ່າງສະເໜີຕົ້ນສະເໜີປາຍ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ ແນໃສ່ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ກໍຄື ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາ ຊົນໃນປະເທດຂອງຕົນ ລວມທັງປະຊາຄົມພາກພື້ນ ແລະ ສາກົນ ໃຫ້ມີຄວາມຜາສຸກ ໂດຍໄດ້ລົງເລິກການຮ່ວມມືກັບທຸກປະເທດ ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ວິທະຍາສາດ-ເຕັກໂນໂລຊີ ແລະ ອື່ນໆ ໂດຍບໍ່ຈໍາແນກລະບອບການເມືອງ, ຜູກມິດ-ໄມຕີທີ່ປອດໃສ ແລະ ໃຫ້ການສະໜັບສະໜູນທຸກຂໍ້ລິເລີ່ມການຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ທີ່ເຫັນວ່າຈະນຳມາເຊິ່ງຜົນປະໂຫຍດຕໍ່ປະເທດຊາດ, ພາກພື້ນ ແລະ ສາກົນໂດຍລວມ.