ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

100 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກກອມມູນິດຈີນ (1921 - 2021)

 

   ໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ,

(ກະຊວງການຕ່າງປະເທດ)

 

ສາທາລະນະລັດ ປະຊາຊົນຈີນ ເປັນປະເທດທີ່ມີປະຫວັດສາດຍາວນານຫຼາຍກວ່າ 5000 ປີ. ປະເທດຈີນ ເຄີຍເປັນປະເທດທີ່ຮັ່ງມີເຂັ້ມແຂງທີ່ສຸດໃນໂລກ ຫຼາຍປະເທດໄດ້ໄປຮຽນເອົາ ວິທະຍາສາດ-ເຕັກໂນໂລຊີ ແລະ ວັດທະນະທຳຈາກຈີນ ເພື່ອນຳໄປພັດ ທະນາປະເທດຕົນ, ແຕ່ພາຍຫຼັງຜົນສຳເລັດຂອງການປະຕິວັດອຸດສາຫະກຳຢູ່ຕາເວັນຕົກ, ກໍາລັງ ການຜະລິດຂະຫຍາຍຕົວ ເຮັດໃຫ້ບັນດາປະເທດຕາເວັນຕົກນໍາໜ້າຈີນ ໃນຫຼາຍດ້ານ ໂດຍສະເພາະດ້ານການທະຫານ, ເຊິ່ງພາໃຫ້ ຈີນ ຕ້ອງປະລາໄຊຈາກສົງຄາມຕ້ານການຮຸກຮານຈາກພາຍນອກໂດຍສະເພາະສົງຄາມຢາຝິ່ນ ໃນປີ 1840, ອັນໄດ້ເຮັດໃຫ້ຈີນ ຈຳເປັນຕ້ອງໃຊ້ໜີ້, ແບ່ງແຍກດິນແດນ, ເປີດດ່ານສາກົນ ແລະ ຈໍາຕ້ອງໃຫ້ສິດທິພິເສດແກ່ຄົນຕ່າງປະເທດ ແລະ ອື່ນໆ ເຮັດໃຫ້ປະຊາຊົນຈີນໄດ້ຮັບຄວາມທຸກຍາກລໍາບາກ. ໃນໄລຍະນັ້ນ ໄດ້ເກີດມີຂະບວນລຸກຮື້ຂຶ້ນຂອງກໍາລັງຮັກຊາດຫຼາຍຄັ້ງ ແຕ່ບໍ່ສຳເລັດ, ຍ້ອນຂາດທິດສະດີ ແລະ ພັກນຳພາ, ເຮັດພໍໃຜພໍລາວ. ພາຍຫຼັງຂະບວນການປະຕິວັດຢູ່ຈີນ ໄດ້ຮັບແສງສະ ຫວ່າງຈາກການປະຕິວັດ ເດືອນຕຸລາ 1917 ຢູ່ໂຊວຽດ ບໍ່ພໍເທົ່າໃດປີ, ພັກກອມມູນິດຈີນ ໄດ້ຖືກສ້າງຕັ້ງຂຶ້ນ ໃນປີ 1921 ແລະ ໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ ລຸກຮື້ຂຶ້ນຢ່າງອົງອາດກ້າ ຫານໃນການເຮັດສົງຄາມຕໍ່ສູ້ຕ້ານຟາຊິດ, ຕ້ານສັກດີນາ ໂຄ່ນລົ້ມລະບອບການປົກຄອງແບບເກົ່າ ແລະ ສ້າງຕັ້ງລະບອບ ໃໝ່ຂຶ້ນໃນປີ 1949.

ຕະຫຼອດໄລຍະ 100 ປີຜ່ານມາ, ພັກກອມມູນິດຈີນ ໄດ້ນຳພາປະຊາຊົນຈີນ ຍາດໄດ້ທຸກໄຊຊະນະຈາກຂະ ບວນການລຸກຮື້ຂຶ້ນຕໍ່ສູ້ສັດຕູ ຈົນເຖິງການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຮັ່ງມີ ແລະ ເຂັ້ມແຂງ. ຜ່ານການອອກເຫື່ອເທແຮງສ້າງສາພັດທະນາປະເທດຊາດ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ, ມາເຖິງປັດຈຸບັນຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ ແລະ ຍົກລະດັບເປັນກ້າວໆມາ. ອັນທີ່ພົ້ນເດັ່ນແມ່ນປະຊາ ຊົນຈຳນວນ 800 ກວ່າລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ກ້າວເຂົ້າສູ່ສັງຄົມອີ່ມໜໍາສຳລານຢ່າງຮອບດ້ານ, ບັນລຸຕາມເປົ້າໝາຍ 100 ປີຂອງເຫດການທຳອິດ. ໃນດ້ານເສດຖະກິດ, ສປ ຈີນ ໄດ້ຮັບຜົນສຳເລັດສູງຈາກການປະຕິ ບັດນະໂຍບາຍປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ນັບແຕ່ປີ 1978 ເປັນຕົ້ນມາ, ເຮັດໃຫ້ເສດຖະກິດ ສປ ຈີນ ຂະ ຫຍາຍຕົວໃນລະດັບສູງຢ່າງຕໍ່ເນື່ອງ ກາຍເປັນປະເທດມະຫາອຳນາດທາງດ້ານເສດຖະກິດອັນດັບສອງຂອງໂລກ ຮອງຈາກ ສ. ອາເມຣິກາ. ຄຽງຄູ່ກັນນັ້ນ, ພາຍໃຕ້ຄວາມພະຍາຍາມຂອງນັກວິທະຍາສາດຫຼາຍຮຸ່ນຫຼາຍສະໄໝ, ມາເຖິງປັດ ຈຸບັນ ສປ ຈີນ ໄດ້ຮັບຜົນສຳເລັດສູງໃນການພັດທະນາວິທະຍາເສດ ແລະ ເຕັກໂນໂລຊີ ໂດຍສະເພາະໃນຂົງເຂດຄົມ ມະນາຄົມທາງລົດໄຟຄວາມໄວສູງ, ອາວະກາດ ແລະ ຂົງເຂດອື່ນໆ.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ຄັ້ງທີ 18 (ປີ 2012) ເປັນຕົ້ນມາ, ສປຈີນໄດ້ຮັບການພັດທະນາແບບກ້າວກະໂດດ ຈົນກາຍເປັນປະເທດມະຫາອໍານາດທາງດ້ານເສດຖະກິດ ທີ່ເຂັ້ມແຂງແລະພົ້ນເດັ່ນທັງໃນພາກພື້ນ ແລະ ສາກົນ. ສປ ຈີນມີການວາງແຜນ ແລະ ນະໂຍບາຍການພັດທະນາປະເທດຢ່າງຕໍ່ເນື່ອງ ແລະ ຮອບດ້ານ ບໍ່ວ່າຈະເປັນທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ, ການສຶກສາ, ວັດທະນະທໍາ-ສັງຄົມ. ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະສົມປະສານເອົາ ແນວ​ທາງ​ສຳ​ຄັນຂອງ ລັດທິມາກ, ແນວຄິດ ເໝົາ ເຈິຕົງ, ທິດສະດີ ເຕີ້ງ ສ່ຽວຜິງ ແລະ ການຊີ້ນໍາຂອງຜູ້ນໍາທ່ານອື່ນໆ ມາໝູນໃຊ້ເປັນຂົວຕໍ່ໃນການພົວພັນການທູດ, ການຮ່ວມມືສາກົນ, ແລກປ່ຽນເຕັກໂນໂລຊີ ແລະ ລະບອບການປົກຄອງທີ່ມີຄວາມແຕກຕ່າງກັນ ເຂົ້າເປັນແກນດຽວ ໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມທັນສະໄໝ ໂດຍເລັ່ງສ້າງຄວາມເຂັ້ມແຂງທາງດ້ານການຜະລິດ, ປັນຍາປະດິດ (AI), ການແບ່ງປັນຜົນປະໂຫຍດທາງດ້ານເສດຖະ ກິດ (Sharing Economy) ແລະ ການປົກປັກຮັກສາສິ່ງແວດລ້ອມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ສ້າງປະເທດຈີນ ເປັນປະເທດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ນອກຈາກນີ້, ແຜນຍຸດທະສາດການຮ່ວມມືສາກົນ ພາຍໃຕ້ ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ກາຍເປັນບູລິມະສິດໜຶ່ງໃນແຜນພັດທະນາຍືນຍົງຂອງຈີນ ທີ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການທາງດ້ານ​​ພື້ນ​ຖານໂຄງ​ລ່າງ, ເພື່ອການເຊື່ອມໂຍງເຊື່ອມຈອດທັງພາຍໃນ ແລະ ພາກພື້ນຕ່າງໆ ກໍຄື ສາກົນ ໃຫ້ມີການພົວພັນຮອບດ້ານຫຼາຍຂຶ້ນກວ່າເກົ່າ. ພ້ອມນີ້, ຍັງເປັນການ​ຊ່ວຍ​ເຫຼືອບັນດາ​​ປະ​ເທດ​ກໍາລັງ​ພັດ​ທະ​ນາຫຼື ​​ດ້ອຍ​ພັດ​ທະ​ນາ​,ໃຫ້ຫຼຸດຜ່ອນ​ຄວາມ​ແຕກ​ໂຕນທາງດ້ານການພັດທະນາປະເທດຊາດ.​ບໍ່ພຽງເທົ່ານີ້, ຍັງຈະເຮັດໃຫ້ການພົວພັນທາງດ້ານເສດຖະກິດ-ການຄ້າ, ການລົງທຶນ ກໍຄື ການລຳລຽງຂົນສົ່ງສິນຄ້າ ແລະ ການທ່ອງທ່ຽວ ລະຫວ່າງ ສປ ຈີນ ກັບ ປະເທດອ້ອມຂ້າງ ມີຄວາມສະດວກສະບາຍ ແລະ ວ່ອງໄວ.

ປັດຈຸບັນໂລກເຮົາ ແມ່ນເຕັມ​ໄປ​ດ້ວຍ​ກາລະໂອກາດ ແລະ ​ສິ່ງ​ທ້າ​ທາຍ​ ທ່າມກາງສິ່ງທີ່ບໍ່ແນ່ນອນ. ພາຍຫຼັງໂລກ ໄດ້ປະເຊີນໜ້າກັບການແຜ່ລະບາດຢ່າງໜັກຂອງເຊື້ອພະຍາດໂຄວິດ-19, ບໍ່​ມີ​ປະ​ເທດ​ໃດ ທີ່ຈະ​ສາ​ມາດ​ຮັບ​ມື​ກັບ​ບັນຫານີ້ ໄດ້ພຽງລຳພັງ​. ສປ ຈີນ ເຊິ່ງມີພົນລະເມືອງຫຼາຍທີ່ສຸດໃນໂລກ ແລະ ກໍເປັນປະເທດໜຶ່ງທີ່ມີການລະບາດຢ່າງໜັກ, ແຕ່ດ້ວຍການນໍາພາຂອງພັກກອມມູນິດຈີນທີ່ເປັນແກນນໍາແລະໄດ້ຮັບການປະກອບສ່ວນຈາກປະຊາຊົນທຸກຊັ້ນຄົນ, ພະນັກງານ, ທະຫານ, ຕໍາຫຼວດ, ຊາວກະສິກອນໃນການຮັບມືກັບເຫດການສະເພາະໜ້າ, ສປຈີນຈຶ່ງສາ ມາດເອົາຊະນະກັບພະຍາດ ແລະ ຄວບຄຸມສະຖານະການໄດ້ຢ່າງມີປະສິດທິພາບສູງ, ພ້ອມທັງໄດ້ໃຫ້ການຊ່ວຍເຫຼືອປະ ເທດອື່ນໆໃນແຕ່ລະພາກພື້ນ ລວມທັງ ສປປ ລາວ ໂດຍການສົ່ງທີມຊ່ຽວຊານ ແລະ ເເພດໝໍ, ພ້ອມທັງສະໜອງຢາວັກແຊັງ, ອຸປະກອນການແພດ ແລະ ເຄື່ອງປ້ອງກັນອື່ນໆ. ນອກນີ້, ຍັງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສະໜັບສະໜູນໂຄງການໂຄແວັກ ເຊິ່ງເຮັດໃຫ້ບົດບາດຂອງ ສປ ຈີນ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ຫຼາຍປະເທດທົ່ວໂລກ ກໍຍັງໄດ້ຖອດຖອນເອົາບົດຮຽນຂອງຈີນທີ່ເຮັດແທ້ທໍາຈິງ ແລະ ເຂັ້ມງວດໃນການຕໍ່ສູ້ຕ້ານພະຍາດດັ່ງກ່າວ, ເຊິ່ງສິ່ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມເປັນປຶກແຜ່ນຂອງ ສປ ຈີນ ແລະ ຍັງໄດ້ສະແດງໃຫ້ເຫັນວ່າຫຼັກການຂໍ້ລິເລີ່ມ ຂອງພັກກອມມູນິດຈີນ ທີ່ຕ້ອງການຈະສ້າງປະຊາຄົມຄູ່ຮ່ວມຊະຕາກໍາມວນມະນຸດ ແມ່ນກໍາລັງຂັບເຄື່ອນ ແລະ ອາດຈະປະສົບຜົນເປັນຈິງໃນອະນາຄົດອີກດ້ວຍ.

ເວົ້າສະເພາະການພົວພັນ ລະຫວ່າງສອງພັກ (ພັກປະຊາຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຈີນ), ໃນຖານະເປັນຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວແມ່ນມີຄວາມໝາຍສໍາຄັນທີ່ສຸດ ເພື່ອສົ່ງເສີມໃຫ້ສອງພັກ-ລັດ ມີຄວາມແໜ້ນແຟ້ນ, ເຂັ້ມແຂງ, ເສີມຂະຫຍາຍການຮ່ວມມືໃຫ້ເຂົ້າສູ່ ລວງເລິກ ແລະ ລວງກວ້າງ, ປະຊາຊົນສອງຊາດ ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະ ກັນ. ເວົ້າສະເພາະໄລຍະການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ໃນ ສປປ ລາວ ລວມທັງໝົດ 2 ຄັ້ງ, ສປ ຈີນກໍໄດ້ໃຫ້ການຊ່ວຍເຫຼືອຢາວັກແຊັງເກືອບ2ລ້ານຫຼອດ, ອຸປະກອນການແພດ ແລະ ສົ່ງທີມແພດມາຊ່ວຍເຫຼືອ ໃຫ້ແກ່ສປປລາວ.ພິເສດປີ2021ເປັນປີແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 60ປີ, ທັງເປັນປີມິດຕະພາບ ລາວ-ຈີນ ແລະ ໃນທ້າຍປີ 2021 ນີ້ຍັງຈະມີການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນໂຄງການຮ່ວມມືສອງຝ່າຍ ໃນຂອບການຮ່ວມມືຂອງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ຂອງ ສປ ຈີນ ແລະ ຍຸດທະສາດການຫັນປ່ຽນປະເທດໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນ ຂອງ ສປປ ລາວ ເຊິ່ງຈະກາຍເປັນຂົວຕໍ່ໃນການເຊື່ອມໂຍງພາກພື້ນ ແລະ ສາກົນ.

ສປປ ລາວ ໃນນາມເປັນຄູ່ຮ່ວມຊະຕາກໍາສັງຄົມນິຍົມ ທັງເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວ ນານ, ບົນຈິດໃຈ 4 ດີ ເພື່ອນມິດທີ່ດີ, ເພື່ອນບ້ານໃກ້ຄຽງທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມທີ່ດີ ຂໍສະແດງຄວາມຊົມ ເຊີຍຕໍ່ຜົນງານອັນຍິ່ງໃຫຍ່ ຕໍ່ເປົ້າໝາຍສູ້ຊົນຂອງພັກຄອມມູນິດຈີນ ຕະຫຼອດ​ໄລ​ຍະ 100 ປີທີ່ຜ່ານມາ​, ໃນການ​ບັນ​ລຸ​ຜົນສໍາເລັດ​ ເພື່ອ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ເທດຊາດ ແລະ ປະຊາຊົນຈີນ.ສປ ຈີນ ບໍ່​ວ່າ​​ຢູ່​ໃນ​ໄລ​ຍະອ່ອນ​ນ້ອຍ ຫຼື ເຂັ້ມ​ແຂງ, ບໍ່​ວ່າ​ຢູ່​ໃນ​ສະ​ພາບ​ສະ​ດວກ​ສະ​ບາຍ ຫຼື ຫຍຸ້ງ​ຍາກ​ລຳ​ບາກໃນອະດີດ, ປັດຈຸບັນກໍມີພາບພົດ ແລະ ມີບົດບາດໃນຫຼາຍຂອບການຮ່ວມມືພາກພື້ນ ແລະ ສາກົນ ເຊັ່ນ: ອົງການສະຫະປະຊາຊາດ (UN), ອົງການການຄ້າໂລກ (WTO), ອົງການອະນາໄມໂລກ (WHO), ອາຊຽນ (ASEAN+1, ASEAN+3...) ແລະ ອື່ນໆ. ຍ້ອນສປ ຈີນ ​​ໄດ້ຍຶດໜັ້ນ ແລະ ໜັກແໜ້ນຕໍ່ອຸ​ດົມ​ການສັງຄົມນິຍົມ, ເອົາຄວາມສາ​ມັກ​ຄີພາຍໃນເປັນກໍາລັງແຮງຂັບເຄື່ອນ ແລະ ນຳ​ພາ​ປະ​ຊາ​ຊົນ​ຜ່ານ​​ຜ່າ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ນາ​ໆ​ປະ​ການ, ມີນໍ້າໃຈເສຍ​ສະຫຼະ​, ​ກ້າຫານທີ່ຈະປະ​ເຊີນ​ໜ້າ​ກັບ​​ການປ່ຽນແປງຂອງໂລກາພິວັດ ແລະ ນໍາເອົາຂໍ້ຜິດພາດຕ່າງໆມາຖອດຖອນບົດຮຽນ​ ພ້ອມທັງແກ້ໄຂໃຫ້ດີຂຶ້ນຢູ່ຕະຫຼອດເວລາ ເພື່ອເປົ້າໜາຍສູ້ຊົນ 100 ປີ ໃນອີກ 1 ເຫດການປະຫວັດສາດ ທີ່ຈະສ້າງ ສປ ຈີນ ໃຫ້ເປັນລະບອບສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ ແລະ ສະຫງ່າຜ່າເຜີຍໃນປີ 2049.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485311
ມື້ນີ້12
ມື້ວານ227
ອາທິດນີ້347
ເດືອນນີ້4616