ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການພົວພັນ ລາວ-ຈີນ ຍຸກໂລກາພິວັດໃນຂອບການຮ່ວມມືຫຼາຍຝ່າຍ

 

 

ໂດຍ: ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ

(ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ)

ສປປ ລາວ​ ແລະ ສປ ຈີນ ເປັນທັງ​ເພື່ອນ​ມິດ​ຍຸດ​ທະ​ສາດ, ທີ່ມີມູນເຊື້ອສາຍພົວພັນມິດຕະພາບອັນແໜ້ນແກ່ນມາແຕ່ຍາວນານ, ທັງເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ສິ່ງສໍາຄັນສອງປະເທດ ລ້ວນແຕ່ເດີນຕາມເສັ້ນທາງສັງ ຄົມນິຍົມ​.

ສາຍພັວພັນ ແລະ ການຮ່ວມມື ລາວ-ຈີນ ແມ່ນພື້ນຖານຄວາມເຫັນອົກເຫັນໃຈ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນມາໂດຍຕະຫຼອດ, ໄດ້ມີການປະສານສົມທົບກັນຢ່າງສະໜິດແໜ້ນ, ມີການແລກປ່ຽນທັດສະນະຮ່ວມກັນຢ່າງເປັນປົກກະຕິ ແລະ ໄດ້ກຳນົດຈຸດສຸມການຮ່ວມມື ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືໃຫ້ກ້າວເຂົ້າສູ່ລວງເລິກ ແລະ ລວງກວ້າງ ຕາມແຕ່ລະໄລຍະຢ່າງມີແບບແຜນ. ນອກຈາກນີ້, ນັບແຕ່ໄດ້ດຳເນີນນະໂຍບາຍເປີດປະຕູສູ່ພາຍນອກ ກໍຄື ໃນຍຸກໂລກາພິວັດ, ສອງປະເທດ ລາວ-ຈີນ ກໍໄດ້ເພີ່ມທະວີການຮ່ວມມືກັບສາກົນໃນຂອບຫຼາຍຝ່າຍ ທັງໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຢ່າງຕັ້ງໜ້າ ໂດຍຍຶດໝັ້ນນະໂຍບາຍການຕ່າງປະເທດຂອງຕົນ ຢ່າງສະເໜີຕົ້ນສະເໜີປາຍ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ ແນໃສ່ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ກໍຄື ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາ ຊົນໃນປະເທດຂອງຕົນ ລວມທັງປະຊາຄົມພາກພື້ນ ແລະ ສາກົນ ໃຫ້ມີຄວາມຜາສຸກ ໂດຍໄດ້ລົງເລິກການຮ່ວມມືກັບທຸກປະເທດ ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ວິທະຍາສາດ-ເຕັກໂນໂລຊີ ແລະ ອື່ນໆ ໂດຍບໍ່ຈໍາແນກລະບອບການເມືອງ, ຜູກມິດ-ໄມຕີທີ່ປອດໃສ ແລະ ໃຫ້ການສະໜັບສະໜູນທຸກຂໍ້ລິເລີ່ມການຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ທີ່ເຫັນວ່າຈະນຳມາເຊິ່ງຜົນປະໂຫຍດຕໍ່ປະເທດຊາດ, ພາກພື້ນ ແລະ ສາກົນໂດຍລວມ.

ໃນຍຸກໂລກາພິວັດ, ການພົວພັນສາກົນ ພາຍໃຕ້ກົນໄກການຮ່ວມມືໃນຂອບຫຼາຍຝ່າຍ ເປັນເວທີອັນມີຄວາມໝາຍຄວາມສໍາຄັນ ສໍາລັບ ສປປ ລາວ ແລະ ສປ ຈີນ ໃນຖານະເປັນສະມາຊິກ ໄດ້ຮ່ວມກັນຈັດຕັ້ງປະຕິບັດພັນທະຂອງຕົນຢ່າງຕັ້ງໜ້າ ບົນພື້ນຖານຄວາມຮັບຜິດຊອບສູງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊັ່ນ: ການຮ່ວມມືໃນຂອບຂອງອົງການສະຫະປະຊາຊາດ (UN), ອົງການການຄ້າໂລກ (WTO), ອົງການອະນາໄມໂລກ (WHO), ອາຊຽນ (ASEAN+1, ASEAN+3...),ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ(MLC), ອະນຸພາກພື້ນແມ່ນໍ້າຂອງ(GMS), ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (BRI),ສະພາການຮ່ວມມືດ້ານຄວາມໝັ້ນຄົງໃນອາຊີ-ປາຊີຟິກ (CSCAP) ແລະ ອື່ນໆ. ການຮ່ວມມືໃນກົນໄກເຫຼົ່ານີ້ ໄດ້ນໍາມາເຊິ່ງຜົນປະໂຫຍດອັນມະຫາສານຕໍ່ພາກພື້ນ ແລະ ສາກົນ. ເວົ້າສະເພາະ ກົນໄກການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ສອງປະເທດເປັນທັງສະມາຊິກ ແລະ ເປັນເຈົ້າຂອງແມ່ນໍ້າຮ່ວມກັນ, ພ້ອມທັງໄດ້ມີການຮ່ວມມືກັບອີກ 4 ປະເທດພາຄີ (ຫວຽດນາມ, ກໍາປູເຈຍ, ມຽນມາ ແລະ ໄທ)ໄດ້ປະກອບສ່ວນ​ເຂົ້າ​ໃນ​ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດໃນອະນຸພາກພື້ນ,ສົ່ງເສີມຄວາມຢູ່ດີກິນດີຂອງປະຊາຊົນ, ຮັດແຄບຄວາມແຕກໂຕນດ້ານການພັດທະນາ ລະຫວ່າງບັນດາປະເທດພາກພື້ນ ແລະ ສະໜັບສະໜູນການສ້າງປະຊາຄົມອາ ຊຽນ ເພື່ອການພັດທະນາແບບຍືນຍົງ ບົນພື້ນຖານການຮ່ວມມືລະຫວ່າງປະເທດກຳລັງພັດທະນາ (ການຮ່ວມມືໃຕ້-ໃຕ້).ພ້ອມດຽວກັນນີ້, ສອງປະເທດ ລາວ-ຈີນ ຍັງໄດ້ເຂົ້າຮ່ວມເຄື່ອນໄຫວກິດຈະກໍາຕ່າງໆໃນຂອບການຮ່ວມມືຂອງອາຊຽນຢ່າງຫ້າວຫັນ ໂດຍສະເພາະ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ສໍາລັບການເຊື່ອມໂຍງເຊື່ອມຈອດພາກພື້ນຂອງອາຊຽນ ກໍຄື ການສ້າງປະຊາຄົມອາຊຽນ ທີ່ມີຄວາມສອດຄ່ອງກັບຍຸດທະສາດໃນການເຊື່ອມໂຍງພາກພື້ນ, ໂດຍສະເພາະຍຸດທະສາດການຫັນປ່ຽນສະຖານະພາບຂອງປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງພາກພື້ນ ຂອງລາວ ແລະ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຂອງຈີນ, ຜ່ານການຈັດ ຕັ້ງປະຕິບັດໂຄງການພັດທະນາພື້ນຖານໂຄງລ່າງເພື່ອການເຊື່ອມຈອດພາກພື້ນພາຍໃນປະເທດຂອງຕົນ ລວມທັງມີການເສີມຂະຫຍາຍການພົວພັນອັນດີກັບບັນດາປະເທດເພື່ອນມິດ ແລະ ສະມາຊິກອື່ນໆໃນພາກພື້ນ. ສິ່ງສຳຄັນ, ທັງສອງປະເທດ ໄດ້ມີການຮ່ວມມືກັນດ້ານການພັດທະນາຊັບພະຍາກອນມະນຸດ ໂດຍການສະໜອງທຶນການສຶກສາ, ຝຶກອົບຮົມໄລຍະສັ້ນ ແລະ ຍາວ, ລວມທັງຈັດກອງປະ ຊຸມແລກປ່ຽນຖອດຖອນບົດຮຽນ ເພື່ອສ້າງຂີດຄວາມສາມາດດ້ານບຸກຄະລາກອນຮ່ວມກັນຢ່າງຮອບດ້ານທັງໃນລະດັບທ້ອງຖິ່ນ ກໍຄື ສູນກາງ.​ນອກນີ້, ລາວ-ຈີນ ຍັງມີການຮ່ວມມືທີ່ດີໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ ເຊິ່ງສະແດງໃຫ້ເຫັນ ໂດຍບໍລິມາດດ້ານການຄ້າ ແລະ ມູນຄ່າການລົງທຶນສອງຝ່າຍທີ່ນັບມື້ນັບສູງຂຶ້ນ. ປັດຈຸບັນ, ສປ ຈີນ ໄດ້ກາຍເປັນຄູ່ຄ້າອັນດັບສອງຂອງລາວຮອງຈາກໄທ ແລະ ມີການລົງທຶນທີ່ຫຼາຍທີ່ສຸດຢູ່ ສປປ ລາວ.

ປີ 2021 ປັນປີໜຶ່ງທີ່ມີຄວາມສໍາຄັນໃນການຮ່ວມມືສາກົນພາຍໃຕ້: ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງໂຄງການເສັ້ນທາງລົດໄຟ ລາວ-ຈີນ ທີ່ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2017 ແລະ ຄາດວ່າຈະສາມາດນຳໃຊ້ບໍລິການໃນທ້າຍປີນີ້. ເສັ້ນທາງລົດໄຟ ລາວ-ຈີນ ແມ່ນເປັນສ່ວນໜຶ່ງທີ່ສໍາຄັນຂອງເຄືອຂ່າຍເສັ້ນທາງລົດໄຟຄຸນໝິງ-ສິງກະໂປ ເຊິ່ງຈະມີບົດບາດສໍາຄັນ ໃນການເປັນຂົວຕໍ່ໃຫ້ແກ່ການເຊື່ອມໂຍງ-ການເຊື່ອມຈອດພາກພື້ນ ໂດຍການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດໃນການເຊື່ອມຈອດອາຊຽນກໍຄື ປະກອບສ່ວນໃນການກໍ່ສ້າງປະຊາຄົມອາ ຊຽນ ໃຫ້ປະກົດຜົນເປັນຈິງ ຜ່ານການເຊື່ອມຕໍ່ກັບເສັ້ນທາງລົດໄຟ ໄທ-ຈີນ, ມາເລເຊຍ-ຈີນ ລົງໄປເຖິງສິງກະໂປ ທີ່ຈະເຮັດໃຫ້ບັນດາປະເທດໃນອະນຸພາກພື້ນ ແລະ ພາກພື້ນມີການເຊື່ອມຈອດກັນຫຼາຍຂຶ້ນ. ໃນເມື່ອບັນດາປະເທດມີການເຊື່ອມໂຍງກັນ, ຄ່າບໍລິການໃນການຂົນສົ່ງສິນຄ້າ, ການບໍລິການ ແລະ ການເດີນທາງຂອງຜູ້ໂດຍສານລະຫວ່າງປະເທດ ຈະມີຄວາມສະດວກສະບາຍ, ວ່ອງໄວ ແລະ ປະຢັດຄ່າໃຊ້ຈ່າຍຫຼາຍເທົ່າຕົວ, ໂດຍສະເພາະການເດີນທາງຢູ່ເຂດພາກ   ເໜືອຂອງລາວທີ່ມີຄວາມຫຍຸ້ງຍາກ ຍ້ອນມີພູຜາສູງຊັນ, ເຊິ່ງຈະຊ່ວຍສົ່ງເສີມໃຫ້ມີກິດຈະກໍາການຄ້າຂາຍ, ການລົງທຶນ, ການທ່ອງທ່ຽວ, ການໄປມາຫາສູ່ ແລະ ແລກປ່ຽນວັດທະນະທໍານໍາກັນຫຼາຍຂຶ້ນ. ໝາຍວ່າ ເສັ້ນທາງລົດໄຟ ລາວ-ຈີນ ຈະເປັນຂົວຕໍ່ໃຫ້ແກ່ການພົວພັນກັນໃນທຸກໆດ້ານ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ຂະຫຍາຍອອກສູ່ລວງກວ້າງ. ທັງໝົດນີ້ຈະປະກອບ ສ່ວນຊຸກຍູ້ໃຫ້ເສດຖະກິດຂອງລາວ ແລະ ຈີນ ກໍຄື ຂອງພາກພື້ນມີການຂະຫຍາຍຕົວ.

ພິເສດ, ໃນຊ່ວງໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດປອດອັບເສບສາຍພັນໃໝ່ (ໂຄວິດ-19), ລາວ-ຈີນ ກໍໄດ້ເຂົ້າຮ່ວມໂຄງການຮ່ວມມືດ້ານສາທາລະນະສຸກພາຍໃຕ້ຂອບການຮ່ວມມືຂອງອົງການອະນາໄມໂລກ (WHO) ຫຼື ໂຄງການໂຄແວັກ (COVAX FACILITY GAVI)ເພື່ອຮັບປະກັນໃຫ້ບັນດາປະເທດ ທີ່ມີລາຍຮັບຕໍ່າສາມາດເຂົ້າເຖິງວັກແຊັງໄດ້ຢ່າງທົ່ວເຖິງ. ອີງຕາມອົງການອະນາໄມໂລກ ມາຮອດປັດຈຸບັນ, ໂຄງການດັ່ງກ່າວ ໄດ້ວາງແຜນແຈກຢາຍວັກແຊັງ ເປັນຈໍານວນເຖິງ 2.000 ລ້ານຫຼອດ ໃຫ້ແກ່ 92 ປະເທດທົ່ວໂລກໃຫ້ທົ່ວເຖິງ ໃນທ້າຍປີ 2021 ນີ້. ພ້ອມດຽວກັນນີ້, ຈີນ ຍັງໄດ້ປະກາດໃຫ້ການຊ່ວຍເຫຼືອແກ່ອົງການອະນາໄມໂລກ ເປັນຈໍານວນເງິນ 2.000 ລ້ານໂດລາສະຫະລັດ (ວັນທີ 07 ມີນາ 2020). ໃນຂອບອາຊຽນ+1, ສປ ຈີນ ກໍໄດ້ມອບເງິນຊ່ວຍເຫຼືອເຂົ້າກອງທຶນຮັບມືກັບການລະບາດຂອງພະຍາດໂຄວິດ-19 ຂອງອາຊຽນ ຈໍານວນ 1 ລ້ານໂດລາສະຫະລັດ. ນອກຈາກນີ້, ຈີນ ກໍຍັງໄດ້ໃຫ້ ການຊ່ວຍເຫຼືອອຸປະກອນການແພດ, ຜ້າອັດປາກອັດດັງ, ນໍ້າຢາຂ້າເຊື້ອແລະ ນໍ້າຢາລ້າງມື ໃຫ້ແກ່ຫຼາຍປະເທດ ເພື່ອຮ່ວມກັນສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19. ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບການຊ່ວຍເຫຼືອດ້ານສາທາລະນະສຸກ ທັງໃນຂອບຫຼາຍຝ່າຍ ແລະ ສອງຝ່າຍ. ສະເພາະໃນຂອບສອງຝ່າຍ, ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຫຼາຍລາຍການ, ໃນນັ້ນມີທັງວັກແຊັງ ຈໍານວນ 1,1 ລ້ານກວ່າຫຼອດ (ງວດທີ 1 ຈໍານວນ 3 ແສນຫຼອດ ແລະ ງວດຫຼ້າສຸດຈໍານວນ 8 ແສນຫຼອດ) ແລະ ອຸປະກອນການແພດຮັບໃຊ້ໃຫ້ແກ່ການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ອັນໄດ້ປະກອບສ່ວນເຮັດໃຫ້ ສປປ ລາວ ຫຼຸດຜ່ອນຄວາມສ່ຽງຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19. ສະນັ້ນ, ປັດຈຸບັນ ກໍຄື ອະນາຄົດ ການປະ ກອບສ່ວນຮ່ວມມືກັນ ເພື່ອເສີມຂະຫຍາຍການຮ່ວມມືໃນຂອບຫຼາຍຝ່າຍ ແມ່ນມີຄວາມສໍາຄັນດ້ວຍການແບ່ງປັນ ລະ ຫວ່າງປະເທດໃຫຍ່ແລະປະເທດນ້ອຍ, ປະເທດພັດທະນາແລະດ້ອຍພັດທະນາ, ເພື່ອຕື່ມເຕັມຄວາມຮູ້ເລື່ອງເຕັກ ນິກ-ວິທະຍາສາດ ທີ່ທັນສະໄໝເຊິ່ງກັນແລະກັນ. ເວົ້າສະເພາະນັບແຕ່ນີ້ໄປ ສອງຊາດ ລາວ-ຈີນ ຕ້ອງໄດ້ເພິ່ມທະວີການຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຮ່ວມກັນຊອກຫາມາດຕະການຟື້ນຟູເສດຖະກິດ ກໍຄື ເຊື່ອມຕໍ່ຄືນຕ່ອງໂສ້ການຜະລິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.

ສປປ ລາວ ແຕ່ໃດມາແມ່ນໄດ້ຍຶດໝັ້ນຫຼັກການຢູ່ຮ່ວມກັນໂດຍສັນຕິ,ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນແລະກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ອີງໃສ່ນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍໃນການພົວພັນກັບປະເທດຕ່າງໆ, ບໍ່ສະເພາະແຕ່ກັບ ສປ ຈີນ ເທົ່ານັ້ນ ແຕ່ຍັງມີການຮ່ວມມື ແລະ ຍາດແຍ່ງເອົາການຊ່ວຍເຫຼືອດ້ານທຶນຮອນ, ວິທະຍາສາດ ແລະ ເຕັກໂນໂລຊີຈາກເພື່ອນມິດຍູດທະສາດ ແລະ ຄູ່ຮ່ວມພັດທະນາອື່ນໆລວມທັງ ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາຣີ, ຣັດເຊຍແລະ ສ. ອາເມຣິກາເພື່ອເປັນກໍາລັງແຮງຍູ້ໜູນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ແນໃສ່ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 202ກໍຄື ເພື່ອບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງ ໃນປີ 2030.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480345
ມື້ນີ້3
ມື້ວານ172
ອາທິດນີ້743
ເດືອນນີ້6576