ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມຂອງຄະນະນຳ

ສະຫາຍ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລະ​ຫານ​ງານ​ສູນ​ກາງ​ພັກ ປ​ປ​ ລາວ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ຢ້ຽມ​ຢາມສັນ​ຖະ​ວະ​ໄມ​ຕີ ​ສ​ສ ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

 

ບົດ​ນຳ

ສະຫາຍ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລະ​ຫານ​ງານ​ສູນ​ກາງ​ພັກ ປ​ປ​ ລາວ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ຢ້ຽມ​ຢາມສັນ​ຖະ​ວະ​ໄມ​ຕີ ​ສ​ສ ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ລະ​ຫວ່າງວັນ​ທີ 19-21/12/2017

ໂດຍຕອບສະໜອງຕາມການ​ເຊື້ອເຊີນຂອງ ສະຫາຍ ຫງວຽນ ຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມ​ມູ​ນິດ ຫວຽດ​ນາມ ແລະ ສະຫາຍ ເຈິ່ນ ດ້າຍ ກວາງ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານປະເທດ ແຫ່ງ ຫວຽດນາມ, ໃນ​ຕອນ​ເຊົ້າ​ຂອງວັນ​ທີ 19 ທັນ​ວາ 2017 ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະ​ນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດລາວ, ປະທານປະເທດ ແຫ່ງ ລາວ ພ້ອມດ້ວຍ ​ຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສາທາລະນະລັດ ປະທິປະໄຕ ປະຊາຊົນລາວ ໄດ້​ເລີ່ມຢ້ຽມາມສັນຖະວະໄມຕີ ສ​ສ ຫວຽດ​ນາມ ຢ່າງເປັນທາງການ ​ເຊິ່ງ​ການ​ຢ້ຽມ​ຢາມ​ຈະ​ດຳ​ເນີນ​ໄປແຕ່ວັນທີ 19-21 ​ທັນວາ 2017.

ອ່ານເພີ່ມເຕີມ... 

ສູນທອນພົດ ຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ກ່າວໃນພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ(ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ

speech by

        ຮຽນ: ບັນ​ດາ​ສະ​ຫາຍ​ການ​ນຳ ພັກ ແລະ ລັດ ລາວ​ທີ່​ນັບ​ຖື!

ຮຽນ: ສະ​ຫາຍ ນາງ ຕ່ອງທິຝອງ, ກຳມະການກົມການເມືອງສູນກາງພັກ, ຮອງປະທານຜູ້​ປະ​ຈໍາການສະພາແຫ່ງຊາດ ສສ ​ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະ​ທີ່​ນັບ​ຖື!

-      ບັນ​ດາ​ສະ​ຫາຍ​ ແລະ ເພື່ອນ​ມິດ ທີ່​ຮັກ​ແພງ!

-      ຊາວ​ນະ​ຄອນຫຼວງວຽງ​ຈັນ ແລະ ພີ່​ນ້ອງ​ຮ່ວມ​ຊາດ ທີ່​ຮັກ​ແພງ​ທັງຫຼາຍ.

ອ່ານເພີ່ມເຕີມ... 

ຜົນງານ 71 ປີການທູດລາວ ແມ່ນໝາກຜົນແຫ່ງ ການຕໍ່ສູ້ໃນແນວຮົບຕ່າງປະເທດຂອງປວງຊົນລາວທັງຊາດ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດ ພ້ອມກັນອອກແຮງແຂ່ງຂັນ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ຢ່າງຟົດຟື້ນແລະມີໄຊນີ້, ວຽກງານການຕ່າງປະເທດກໍສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ຕື່ມອີກກ້າວໜຶ່ງ, ໃນໂອກາດ ຄົບຮອບ 71 ປີວັນການທູດລາວ ແລະ ເປັນປີທີ່ ສປປລາວ ພວກເຮົາພວມຮັບກຽດຮັບພາລະເປັນປະທານໝູນວຽນ ອາຊຽນ ແລະ ກໍຫາກໍ່ມີຜົນສຳເລັດຢ່າງສະຫງ່າງາມໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະກອງປະຊຸມສຸດ​ຍອດກ່ຽວຂ້ອງອື່ນໆ ທີ່ນະຄອນຫຼວງວຽງຈັນ.

ອ່ານເພີ່ມເຕີມ... 

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
422674
ມື້ນີ້8
ມື້ວານ256
ອາທິດນີ້929
ເດືອນນີ້434