ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດວັນສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 5 ປີ

 HE Saleumxay Ed

 

ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ມີນາ 2016 ເຊິ່ງມາຮອດປະຈຸບັນ ຄົບຮອບ 5 ປີ, ໂດຍປະກອບດ້ວຍ 6 ປະເທດສະມາຊິກຄື: ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ແລະ ສປ ຈີນ ເຊິ່ງມີເປົ້າຫມາຍສົ່ງເສີມ ແລະ ຮັດແຫນ້ນການຮ່ວມມື ເພື່ອການພັດທະນາເສດຖະກິດ-ສັງຄົມ ບົນພື້ນຖານການຄວາມສະເໝີພາບ, ມີຜົນປະໂຫຍດຮ່ວມກັນ ແລະ ເປັນຈິດຫນຶ່ງໃຈດຽວໃນການສ້າງຂົງເຂດພາກພື້ນແມ່ນໍ້າຂອງ ໃຫ້ມີຄວາມຈະເລີນ ແລະ ສົມບູນພູນສຸກ. ຂອບການຮ່ວມມືດັ່ງກ່າວໄດ້ຂະຫຍາຍຕົວໂດຍປິ່ນອ້ອມ 3 ເສົາຄໍ້າຄື: ການເມືອງ-ຄວາມຫມັ້ນຄົງ, ເສດຖະກິດ-ການພັດທະນາແບບຍືນຍົງ, ສັງຄົມ-ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ເຊິ່ງໃນນີ້ ໄດ້ສຸມໃສ່ 5 ຂົງເຂດບູລິມະສິດເຊັ່ນ: ການເຊື່ອມຈອດ, ສົ່ງເສີມກຳລັງການຜະລິດ, ເສດຖະກິດຂ້າມຊາຍແດນ, ການຄຸ້ມຄອງແຫລ່ງຊັບພະຍາກອນນໍ້າ, ກະສິກໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ.

ຕະຫລອດໄລຍະ 5 ປີທີ່ຜ່ານມາ, ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ​ສອດ​ຄ່ອງ​ກັບຈຸດ​ພິ​ເສດ ​ແລະ ລັກສະນະສະເພາະ​ຂອງການພັດທະນາຢູ່ໃນພາກພື້ນແມ່ນໍ້າຂອງ​​ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍ. ບັນດາກົນໄກການຈັດຕັ້ງປະຕິບັດຂອງປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນເປັນຕົ້ນ ການສ້າງຕັ້ງ 6 ໜ່ວຍງານວິຊາການຮ່ວມຂອງຂະແໜງການບູລິມະສິດ, ສ້າງຕັ້ງກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ ສປ ຈີນ ປະກອບທຶນ 300 ລ້ານໂດລາສະຫະລັດ ເພື່ອສະຫນັບສະຫນູນໂຄງການຕ່າງໆ ແລະ ການສ້າງຕັ້ງກອງເລຂາແຫ່ງຊາດຂອງບັນດາປະເທດສະມາຊິກ ເພື່ອອຳນວຍຄວາມສະດວກ ແລະ ປະສານງານກັບຂະແຫນງການກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດບັນດາຖະແຫຼງການ, ແຜນປະຕິບັດງານຕ່າງໆ ທີ່ຜູ້ນຳໄດ້ຮັບຮອງເອົາໃຫ້ປະກົດຜົນເປັນຮູບປະທຳຕົວຈິງ. ນອກນັ້ນ, ຍັງໄດ້ສ້າງຕັ້ງບັນດາສູນຮ່ວມມືຕ່າງໆ ເພື່ອສະຫນັບສະຫນູນວຽກງານຕົວຈິງໃນ 5 ຂະແຫນງການບູລິມະສິດ ເຊັ່ນ: ສູນຮ່ວມມືການຄຸ້ມຄອງຊັບພະຍາກອນນໍ້າ, ສູນຮ່ວມມືການຄຸ້ມຄອງສິ່ງແວດລ້ອມ, ສູນຮ່ວມມື ແລະ ແລກປ່ຽນຊາວຫນຸ່ມ, ສູນຝຶກວິຊາຊີບ, ສູນຮ່ວມມືດ້ານກະສິກຳ ແລະ ສູນສາກົນເພື່ອການສຶກສາແມ່ນໍ້າຂອງ.

ສປປລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເປັນສະມາຊິກກໍ່ຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ຕະຫຼອດ​​ໄລຍະ5ປີຜ່ານມາ, ສປປລາວໄດ້ເຄື່ອນໄຫວວຽກງານຂອບຮ່ວມມືດັ່ງກ່າວຢ່າງຕັ້ງຫນ້າໃນທຸກໆຂົງເຂດການຮ່ວມມືອັນສໍາຄັນ, ສປປລາວ ໄດ້ປະຕິບັດພັນທະການເປັນປະທານຮ່ວມກັບ ສປ ຈີນ ຕາມວາລະ 2 ປີ (2018-2020) ດ້ວຍຜົນສໍາເລັດອັນຈົບງາມ, ເຊິ່ງໃນວາລະເປັນປະທານຮ່ວມດັ່ງກ່າວ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ແລະ ຄັ້ງທີ 5 ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ພາຍໃຕ້ຄຳຂວັນ: “ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ” ໃນຮູບແບບກອງປະຊຸມທາງໄກ ເຊິ່ງໄດ້ຮັບຮອງເອົາຖະແຫຼງການວຽງຈັນ ແລະ ຖະແຫຼງການປະທານຮ່ວມກອງປະຊຸມ ວ່າດ້ວຍການເຊື່ອມສານຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ແລວການຄ້າສາກົນໃໝ່ ທາງບົກ-ທາງທະເລ.

ນອກຈາກຜົນສໍາເລັດທີ່ໄດ້ເປັນປະທານຮ່ວມ ແລະ ເປັນເຈົ້າພາບກອງປະຊຸມດັ່ງກ່າວ ທີ່ໄດ້ຍົກຖານະບົດບາດຂອງສປປລາວໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນແລະສາກົນ ແລ້ວ, ສປປ ລາວ ຍັງໄດ້ຮັບຜົນປະໂຫຍດ ທີ່ເປັນຮູບປະທຳຈາກການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ເປັນຕົ້ນແມ່ນຈາກການຈັດຕັ້ງປະຕິບັດໂຄງການເຫັນຜົນໄວ ເຊັ່ນ: ໂຄງການທົດລອງແກ້ໄຂຄວາມທຸກຍາກລາວ-ຈີນ ທີ່ມີມູນຄ່າ 33 ລ້ານຢວນ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ທີ່ຫາກໍ່ສໍາເລັດໃນປີ 2020 ຜ່ານມາ ເຊິ່ງໄດ້ສ້າງພື້ນຖານໂຄງລ່າງຂະໜາດນ້ອຍຄື: ສ້າງສຸກສາລາ, ຫໍພັກຄູ-ອາຈານ, ສູນບຳບັດຂີ້ເຫຍື້ອ, ແລະ ຝຶກອົບຮົມການເຮັດກະສິກຳສະອາດໃຫ້ຊາວບ້ານ ເພື່ອເປັນການສ້າງລາຍຮັບໃຫ້ຊາວບ້ານໃນເຂດດັ່ງກ່າວ. ຕັ້ງແຕ່ປີ 2017 ເປັນຕົ້ນມາ, ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສປປ ລາວ ໄດ້ຮັບໂຄງການທັງຫມົດຈໍານວນ 46 ໂຄງການ, ຄິດເປັນມູນຄ່າລວມ 12 ລ້ານກວ່າໂດລາສະຫະລັດ. ມາເຖິງປະຈຸບັນປະຕິບັດສໍາເລັດແລ້ວ 8 ໂຄງການ, ກໍາລັງຈັດຕັ້ງປະຕິບັດຢູ່ 29 ໂຄງການ ແລະ ກໍາລັງຈະເລີ່ມຈັດຕັ້ງປະຕິບັດອີກ 9 ໂຄງການ. ບັນດາໂຄງການເຫລົ່ານັ້ນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຫລວງຫລາຍ.

ສປປ ລາວ ຕີລາຄາສູງຕໍ່ໝາກຜົນການຮ່ວມມືພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ບົນຈິດໃຈການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ, ສາມັກຄີປອງດອງ ແລະ ເປັນຈິດຫນຶ່ງໃຈດຽວ ໃນການພັດທະນາຂົງເຂດພາກພື້ນແມ່ນໍ້າຂອງກໍ່ຄືການສົ່ງເສີມການຮ່ວມມື ໃຫ້ນັບມື້ນັບແຫນ້ນແຟ້ນ ແລະ ຂະຫຍາຍໄປສູ່ລວງກວ້າງ ແລະ ລວງເລິກ ຢ່າງມີປະສິດທິຜົນ. ສປປ ລາວ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແຫ່ງ ສປ ຈີນ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ສະຫນັບສະຫນູນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຕະຫລອດມາ ໂດຍສະເພາະ ການສະຫນັບສະຫນູນທຶນຊ່ວຍເຫລືອ ເຂົ້າໃນກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງໄດ້ຊ່ວຍເຮັດໃຫ້ບັນດາໂຄງການຮ່ວມມືຕ່າງໆໃນພາກພື້ນແມ່ນໍ້າຂອງໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຫມາກຜົນ ແລະ ເປັນຮູບປະທຳ.

ໃນໂອກາດຄົບຮອບ 5 ປີ ຂອງການສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຂ້າພະເຈົ້າ ເຊື່ອໝັ້ນວ່າຂອບການຮ່ວມມືດັ່ງກ່າວ ຈະສືບຕໍ່ພັດທະນາຢ່າງຕໍ່ເນື່ອງ ແລະ ສົ່ງເສີມການຮ່ວມມື ລະຫວ່າງປະເທດແມ່ນ້ຳຂອງ ແລະ ສປ ຈີນ ໃຫ້ມີການຂະຫຍາຍຕົວຂຶ້ນເລື່ອຍໆ, ປະກອບສ່ວນເຂົ້າໃນການພັດທະນາພາກພື້ນແມ່ນໍ້າຂອງໃຫ້ມີຄຸນນະພາບ ແລະ ຍືນຍົງ ເພື່ອຮັບປະກັນໃຫ້ພາກພື້ນແມ່ນໍ້າຂອງເປັນພາກພື້ນ ທີ່ມີສັນຕິພາບ ແລະ ການພັດທະນາ ແລະ ປະກອບສ່ວນສະໜັບສະໜູນເຂົ້າໃນການສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ເປົ້າໝາຍພັດທະນາແບບຍືນຍົງ ຮອດປີ 2030 ຂອງອົງການສະຫະປະຊາຊາດ. ສປປ ລາວ ໃນຖານະປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບ ສປ ຈີນ ແລະ ປະເທດແມ່ນໍ້າຂອງ ແລະ ປະກອບສ່ວນເຂົ້າຮ່ວມກິດຈະກຳຕ່າງໆ ກໍຄື ການຮ່ວມຈັດຕັ້ງປະຕິບັດໂຄງການພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢ່າງຫ້າວຫັນ ເພື່ອເຮັດໃຫ້ຂອບການຮ່ວມມືດັ່ງກ່າວເຕີບໃຫຍ່ຂະຫຍາຍຕົວຕໍ່ໄປ ແລະ ມີໝາກຜົນຕົວຈິງແກ່ປະເທດສະມຊິກທັງໝົດ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480300
ມື້ນີ້130
ມື້ວານ157
ອາທິດນີ້698
ເດືອນນີ້6531