ພະນະທ່ານAntónio Luís Santos da Costa,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປອກຕຸຍການ
ນະຄອນຫຼວງ ລີສ໌ບອນ
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າສະຫລົດໃຈ ກ່ຽວກັບ ເຫດການໂສກເສົ້າທີ່ເກີດຈາກໄຟໄໝ້ປ່າ ໃນວັນທີ 17 ມິຖຸນາ 2017 ຢູ່ພາກກາງຂອງປະເທດປອກຕຸຍການ, ອັນໄດ້ເຮັດໃຫ້ມີການສູນເສຍຊີວິດຂອງປະຊາຊົນ ແລະ ມີຜູ້ໄດ້ຮັບບາດເຈັບ ເປັນຈຳນວນຫລວງຫລາຍ.
ນະຄອນຫຼວງວຽງຈັນ,5 ມິຖຸນາ 2017
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄຳຊົມເຊີຍອັນຈິງໃຈ ມາຍັງພະນະທ່ານ ເນື່ອງໃນໂອກາດ ທີ່ ພະນະທ່ານ ຖືກແຕ່ງຕັ້ງດຳລົງຕຳແໜ່ງ ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ.
ນະຄອນຫຼວງວຽງຈັນ, ວັນທີ 31 ພຶດສະພາ 2017
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄຳຊົມເຊີຍອັນຈິງໃຈມາຍັງພະນະທ່ານ ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ.