ນະຄອນຫຼວງວຽງຈັນ, ວັນທີ 15 ມິຖຸນາ 2017
ພະນະທ່ານ ເຊັກ ຮາສີນາ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ
ດາກາ
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຊາບຂ່າວ ເຫດການດິນຖະລົ່ມ ແລະ ນ້ຳຖ້ວມ ຢູ່ ທາງພາກຕາເວັກຕົກສຽງໃຕ້ຂອງ ບັງກະລາເທດ, ຊຶ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນເປັນຈຳນວນຫລວງຫລາຍ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ, ໂດຍສະເພາະຕໍ່ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພທຳມະຊາດ ໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນ ບັງກະລາເທດ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຈາກໄພທຳມະຊາດ ໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ໃນພື້ນທີ່ດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ.
ທອງລຸນ ສີສຸລິດ
ນາຍົກລັກຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ