ພະນະທ່ານ ນາງ Theresa May,
ນາຍົກລັດຖະມົນຕີ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ
ທີ່ ນະຄອນຫຼວງ ລອນດອນ
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າສະຫລົດໃຈ ກ່ຽວກັບ ເຫດການສະຫຍອງຂັວນທີ່ເປັນຍ້ອນລະເບີດແຕກ ໃນຕອນແລງ ວັນທີ 22 ພຶດສະພາ 2017, ທີ່ ເມືອງແມນເຊສ໌ເຕີ, ຊື່ງຖືກຕີລາຄາວ່າເປັນການກະທຳຂອງກຸ່ມກໍ່ການຮ້າຍ ອັນໄດ້ເຮັດໃຫ້ມີການສູນເສຍຊີວິດຂອງປະຊາຊົນຜູ້ບໍລິສຸດຈຳນວນໜຶ່ງ ແລະ ມີຜູ້ໄດ້ຮັບບາດເຈັບເປັນຈຳນວນຫລວງຫລາຍ.
ນະຄອນຫຼວງວຽງຈັນ, ວັນທີ 20 ພຶດສະພາ 2017
ພະນະທ່ານ,
ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ເນື່ອງໃນໂອກາດ ວັນຄົບຮອບ 15 ປີ ແຫ່ງ ການຟື້ນຟູຄວາມເປັນເອກະລາດຄືນໃຫມ່ ຂອງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ.
ນະຄອນຫຼວງວຽງຈັນ, ວັນທີ 21 ພຶດສະພາ 2017
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປີຕີຍີນດີສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ແຫ່ງ ຕີມໍ-ເລສເຕ.