ພະນະທ່ານ ມາເຣຍ ເຟີນານດາ ເອັສປີໂນສາ ກາຣເຊສ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເອກົວດໍ
ທີ່ ກີໂຕ
ພະນະທ່ານ,
ເນື່ອງໃນໂອກາດທີ່ ພະນະທ່ານ ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເອກົວດໍ ຄົນໃໝ່, ຂ້າພະເຈົ້າຂໍຖືເປັນກຽດສະແດງຄວາມຍິນດີ ແລະ ສົ່ງຄໍາຊົມເຊີຍອັນອົບອຸ່ນ ມາຍັງພະນະທ່ານ.
ພະນະທ່ານ ໄມຕຣີປາລາ ສິຣິເສນາ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ
ໂກລົມໂບ
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວ ເຫດການໄພນໍ້າຖ້ວມທີ່ເກີດຂຶ້ນຢູ່ ທາງພາກຕາເວັກຕົກສຽງໃຕ້ຂອງ ສີລັງກາ, ຊຶ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນຈຳນວນຫລວງຫລາຍ
ພະນະທ່ານ ເດີມີຕຼີ ເມດເວຍເດບ,
ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ
ທີ່ ນະຄອນຫຼວງມົດສະກູ
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມໂສກເສົ້າຢ່າງໃຫຍ່ຫຼວງ ຕໍ່ເຫດການລົມພະຍຸ ທີ່ໄດ້ພັດຜ່ານນະຄອນຫຼວງມົດສະກູ, ໃນຕອນແລງ ວັນທີ 29 ພຶດສະພາ 2017, ອັນໄດ້ເຮັດໃຫ້ປະຊາຊົນຈຳນວນໜຶ່ງສູນເສຍຊີວິດ ແລະ ໄດ້ຮັບບາດເຈັບຈຳນວນຫລວງຫລາຍ.