ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນ ວັນຊາດ ຍີ່ປຸ່ນ

 

ສົມ​ເດັດ ນາຣຸຮິໂຕະ

​ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ

ທີ່ ​ໂຕ​ກຽວ

​ສົມ​ເດັດ,

 

​ໃນໂອກາດວັນສິລິມຸງຄຸນ ແຫ່ງ ວັນພະຣາຊະສົມພົບຂອງ ສົມເດັດ ຄົບຮອບ 64 ພັນສາ ກໍ່ຄືວັນຊາດ ຍີ່ປຸ່ນ, ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີິດມາຍັງ ສົມເດັດ ແລະ ປະຊາຊົນຍີ່ປຸ່ນ ທຸກຖ້ວນໜ້າ.

 

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດພວກເຮົາ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ຂ້າພະເຈົ້າເຊື່ອໝັ້ນເປັນຢ່າງຍິ່ງວ່າ ການຮັດແໜ້ນການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຂົງເຂດຕ່າງໆຈະນຳ​ເອົາ​ຜົນ​ປະ​ໂຫຍດຕົວຈິງມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ​ລາວ ແລະ ຍີ່​ປຸ່ນ, ພ້ອມກັນນັ້ນ ກໍ່ເປັນການ​​ປະກອບສ່ວນອັນສໍາຄັນເຂົ້າ​ໃນ​ການ​ສົ່ງເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ການຮ່ວມມື ​​ເພື່ອ​ການ​ພັດທະນາ ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ​ອວຍພອນ​ໄຊ​ໃຫ້ ສົມເດັດ ພ້ອມດ້ວຍພະລາຊີນີແລະ ພະ​ບໍລົມ​ວົງສາ​ນຸວົງທຸກພະອົງ ຊົງມີ​ພະ​ລາ​ນາ​​ໄມ​ສົມບູນ, ​ພະ​ກະ​ເສມສຳລານ ມີອາຍຸ​ຍິ່ງ​ຍືນນານ ແລະ ປະຊາຊົນຍີ່ປຸ່ນ ພາຍໃຕ້ ພະບໍຣົມໂພທິສົມພານຂອງພະອົງ ຈົ່ງມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນະຖາວອນຍິ່ງໆຂຶ້ນ.

 

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

ທອງ​ລຸນ ສີ​ສຸ​ລິດ

ປະທານ​ປະ​ເທດ ແຫ່ງ ສປປ ລາວ

ນະ​ຄອນຫຼວງ​ວຽງ​ຈັນ, ວັນ​ທີ 23 ກຸມພາ 2024

----------------------------------------------------------

ພະນະ​ທ່ານ ກິຊິດະ ຟູມິໂອະ,

​ນາ​ຍົກ​ລັດຖະມົນຕີ ​ແຫ່ງ ປະເທດຍີ່ປຸ່ນ

ພະນະ​ທ່ານ,

 

​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງວັນ​ພະຣາຊະ​ສົມ​ພົບຂອງ ​ສົມ​ເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 64 ພັນ​ສາ ກໍຄືວັນຊາດຍີ່ປຸ່ນ, ​ໃນນາມລັດຖະບານ ກໍຄື ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ແລະ ໃນນາມສ່ວນຕົວ, ຂ້າພະ​ເຈົ້າ ຂໍ​ຖື​ເປັນ​ກຽດຢ່າງສູງ ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ ​ແລະ ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ມາ​ຍັງ​ ພະນະ​ທ່ານ ແລະ ໂດຍຜ່ານ ​ພະນະ​ທ່ານ​ ໄປ​ຍັງ ຄະນະລັດຖະບານ ແລະ ​ປະຊາຊົນ​ຍີ່ປຸ່ນທຸກຖ້ວນໜ້າ ຈົ່ງ​ມີ​​ຄວາມຈະເລີນ​ຮຸ່ງເຮືອງຕະຫຼອດໄປ.

 

​ຂ້າພະ​ເຈົ້າ ມີ​ຄວາມ​​ປິຕິຍິນດີ​ເປັນ​ຢ່າງ​ຍິ່ງທີ່​ເຫັນ​ວ່າ ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ຈະໄດ້​ຮັບ​ການ​ເສີມຂະ​ຫຍາຍ ແລະ ພັດທະນາຂຶ້ນຢ່າງຕໍ່ເນື່ອງ. ອັນໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ, ການສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ໃນນາມລັດຖະບານ ແລະ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ ຂ້າພະເຈົ້າຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງຍິ່ງ ຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອ ສປປ ລາວ ຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນປີ 2024 ນີ້ ລວມທັງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ.

 

ຂ້າພະ​ເຈົ້າ ຫວັງ​ຢ່າງ​ຍິ່ງ​ວ່າ ສາຍ​ພົວພັນມິດຕະພາບ ແລະ ​ການຮ່ວມ​ມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ຈະ​​ສືບຕໍ່ໄດ້ຮັບ​ການສົ່ງເສີມ ແລະ ຂະຫຍາຍຕົວ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ໂດຍສະເພາະການກະກຽມສະເຫຼີມສະຫຼອງ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 10 ປີ ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃນປີ 2025 ໃຫ້ໄດ້ມີຄວາມໝາຍສໍາຄັນ ແລະ ປະສົບຜົນສໍາເລັດ ເພື່ອ​​ນຳ​ເອົ​າ​ຜົນ​ປະ​ໂຫຍດ​ຕົວຈິງມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດພວກເຮົາ​ ກໍ່ຄື​ການປະກອບສ່ວນ​ເຂົ້າໃນ​ການ​ສ້າງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​​ເພື່ອ​ການພັດທະນາ​ຢູ່ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

ທ້າຍສຸດນີ້ ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.

 

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

 

ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ

ນະ​ຄອນ​ຫຼວງ​ວຽງ​ຈັນ, ວັນ​ທີ 23 ກຸມພາ 2024

----------------------------------------------------------

ພະນະ​ທ່ານ ນາງ ຄາມິກາວະ ໂຢໂກະ,

​ລັ​ດ​ຖະ​ມົນ​ຕີກະຊວງຕ່າງປະ​ເທດ ແຫ່ງ ປະເທດຍີ່ປຸ່ນ

ທີ່ ນະຄອນຫຼວງ​ໂຕ​ກຽວ

ພະນະ​ທ່ານ,

​ເນື່ອງ​ໃນ​ໂອກາດ​ວັນ​ພະຣາຊະ​ສົມ​ພົບຂອງ ​ສົມ​ເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ຄົບຮອບ 64 ພັນ​ສາ ກໍ່ຄືວັນຊາດຍີ່ປຸ່ນ, ​ຂ້າພະ​ເຈົ້າ ຂໍ​ຖື​ເປັນ​ກຽດສົ່ງ​ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ ​ພະນະ​ທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງ ບັນ​ດາ​ການ​ນຳ ແລະ ພະ​ນັກ​ງານກະ​ຊວງ​​ຕ່າງ​ປະ​ເທດ​ຍີ່​ປຸ່ນ ທຸກຖ້ວນໜ້າ ຈົ່ງປະສົບຜົນສໍາເລັດ ແລະ ມີຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ.

 

​ຂ້າພະ​ເຈົ້າ ມີ​ຄວາມ​​ປິຕິຍິນ​ດີ​ເປັນ​ຢ່າງ​ຍິ່ງທີ່​ເຫັນ​ວ່າ ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືອັນດີງາມທີ່ມີມາແຕ່ດົນນານ ກໍ່ຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ສືບຕໍ່ໄດ້​ຮັບ​ການເສີມ​ຂະ​ຫຍາຍ ຢ່າງກວ້າງຂວາງໃນຊຸມປີຜ່ານ​ມາ, ເຊິ່ງສະແດງອອກໃນ​ການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງ, ຮ່ວມມືຢ່າງໃກ້ຊິດ, ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກໍ່ຄື ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ. ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ຕີລາຄາສູງ ພ້ອມທັງຂໍສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕໍ່ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍຂົງເຂດ, ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ພິເສດແມ່ນ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ນີ້.

 

ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ການຮ່ວມມືຢ່າງໃກ້ຊິດຂອງພວກເຮົາ ກໍ່ຄືສອງກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການເພີ່ມທະວີຮັດແໜ້ນໃນຊຸມປີຕໍ່ໜ້າ ໂດຍສະເພາະການກະກຽມສະເຫຼີມສະຫຼອງ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 10 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ໃນປີ 2025 ໃຫ້ມີຄວາມໝາຍສໍາຄັນ ແລະ ປະສົບຜົນສໍາເລັດ.

 

ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ພະນັກງານກະຊວງການຕ່າງປະເທດທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດ ຂອງ ພວກທ່ານ.

 

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

 

ສະ​ເຫຼີມໄຊ ກົມ​ມະ​ສິດ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ນະ​ຄອນຫຼວງ​ວຽງ​ຈັນ, ວັນ​ທີ 23 ກຸມພາ 2024

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486102
ມື້ນີ້18
ມື້ວານ215
ອາທິດນີ້1138
ເດືອນນີ້5407