ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ອວຍພອນໄຊ ອັນປະເສີດມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ ແລະ ປະຊາຊົນລາວຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.
ຮາມຈັນທຣາ ພໍຣເດວ
ປະທານາທິບໍດີ ແຫ່ງ ເນປານ
-----------------------------------------------
ພະນະທ່ານ ສອນໄຊ ສີພັນດອນ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນນາມລັດຖະບານ ແລະ ປະຊາຊົນເນປານ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນລາວ.
ຂ້າພະເຈົ້າຂໍອວຍພອນໄຊມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ ແລະ ປະຊາຊົນລາວຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.
ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດຈະສຶບຕໍ່ຂະຫຍາຍຂຶ້ນເລື້ອຍໆໃນຊຸມປີຕໍ່ໜ້າ.
ພຸດສ໌ປາ ຄາມາ ດາຮາ ປຣະຈັນດາ
ນາຍົກລັດຖະມົນຕີ ແຫ່ງ ເນປານ