ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສໍາມະນາຂອງຊາວໜຸ່ມກະຊວງການຕ່າງປະເທດ ກ່ຽວກັບ ບັນຫາພົ້ນເດັ່ນຂອງພາກພື້ນ ແລະ ສາກົນ

20200828zaonoomA

 

20200828zaonoomB

 

20200828zaonoomD

20200828zaonoomE

 

ເພຶື່ອເປັນການຂໍ່ານັບຮັບຕ້ອນໃຫ້ແກ່ ກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງການຕ່າງປະເທດ ທີ່ຈະໄຂຂຶ້ນໃນມໍ່ໆນີ້, ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ຈຶ່ງໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບ ບັນຫາພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນຂອງກະຊວງການຕ່າງປະເທດ, ມີຕາງໜ້າຈາກຫ້ອງວ່າການສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະມາຊິກຊາວໜຸ່ມກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງກັນ ຫຼາຍກວ່າ 300 ສະຫາຍ.

 

ຈຸດປະສົງຂອງກອງປະຊຸມສໍາມະນາດັ່ງກ່າວ ກໍເພື່ອເປັນການສ້າງໂອກາດໃຫ້ແກ່ຊາວໜຸ່ມຂອງກະຊວງການຕ່າງປະເທດ ກໍຄື ນັກການທູດໜຸ່ມນ້ອຍ ໄດ້ແລກປ່ຽນທັດສະນະ ແລະ ຂໍ້ມູນຂ່າວສານຮ່ວມກັນ ຊຶ່ງໄດ້ຈັດໃນຮູບແບບຂອງເວທີໃນການປຶກສາຫາລື ໂດຍມີວິທະຍາກອນຈາກບັນດາໜ່ວຍຊາວໜຸ່ມກົມທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ ຂຶ້ນນໍາສະເໜີບົດໃນຫົວຂໍ້ຕ່າງໆ ທີ່ເປັນບັນຫາພົ້ນເດັ່ນຂອງພາກພື້ນ ແລະ ສາກົນ. ທັງນີ້, ກໍເພື່ອແນ່ໃສ່ໃນການເສີມສ້າງຄວາມຮູ້ຄວາມສາມາດ ແລະ ພັດທະນາທັກສະ ໃນການວິເຄາະວິໄຈບັນຫາໃຫ້ມີິຄວາມເລິກເຊິ່ງ,ຮອບດ້ານ ແລະ ເປັນການເສີມສ້າງຄວາມກ້າຫານ ໃນການສະແດງຄວາມຄິດເຫັນ. ຄຽງຄູ່ກັນນັ້ນ, ກໍເປັນການປະກອບສ່ວນໃນການຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນ ກໍຄືຊາວໜຸ່ມ ທີ່ຈະກາຍມາເປັນພະນັກງານສືບທອດຂອງກະຊວງການຕ່າງປະເທດ ໃນຕໍ່ໜ້າ. ນອກນັ້ນ, ທ່ານປະທານ ກໍຍັງໄດ້ຍົກໃຫ້ເຫັນຜົນສໍາເລັດ ແລະ ຄວາມສໍາຄັນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ຕາມແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດຖະບານໃນໄລຍະໃໝ່ ເພື່ອແນ່ໃສ່ໃນການສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ.

 

ກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ດໍາເນີນໄປພາຍໃຕ້ບັນຍາກາດອັນຟົດຟື້ນ ແລະ ໄດ້ຮັບໝາກຜົນເປັນຢ່າງດີ, ຜູ້ເຂົ້າຮ່ວມມີຄວາມສົນໃຈຮັບຟັງການບັນລະຍາຍ ແລະ ແລກປ່ຽນຄໍາຄິດຄໍາເຫັນກັນຢ່າງຕັ້ງໜ້າ.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480417
ມື້ນີ້75
ມື້ວານ172
ອາທິດນີ້815
ເດືອນນີ້6648