ໃນວັນທີ 4 ທັນວາ 2020 ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດງານລ້ຽງນໍ້າຊາພົບປະສັງສັນ ປະຈໍາປີ 2020 ຂຶ້ນ ທີ່ສູນການຮ່ວມມືສາກົນແລະຝຶກອົບຮົມ (ICTC), ໂດຍໄດ້ຮັບກຽດເປັນປະທານ ຂອງທ່ານນາງອາລຸນີ ກົມມະສິດ, ພັນລະຍາ ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ຊຶ່ງມີບັນດາເອກອັກຄະລັດຖະທູດເພດຍິງ, ນັກການທູດເພດຍິງ, ພັນລະຍາທູຕານຸທູດ ປະຈໍາຢູ່ ສປປ ລາວ, ບັນດາພັນລະຍາຂອງຄະນະນໍາ ແລະ ຄະນະກົມ ພາຍໃນກະຊວງການຕ່າງປະເທດ, ຜູ້ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ ແລະສະຫະພັນແມ່ຍິງຂອງບັນດາກະຊວງອ້ອມຂ້າງສູນກາງ ລວມທັງສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຂົ້າຮ່ວມງານດັ່ງກ່າວ, ລວມຜູ້ເຂົ້າຮ່ວມ ທັງໝົດ ປະມານ 400 ທ່ານ.
ງານລ້ຽງນໍ້າຊາດັ່ງກ່າວ ແມ່ນງານພົບປະສັງສັນໂດຍປົກກະຕິ ທີ່ເປັນປະເພນີຈັດຂຶ້ນທຸກປີ ລະຫວ່າງ ວົງຄະນາຍາດ ນັກການທູດຍິງ ແລະ ພັນລະຍານັກການທູດ ຢູ່ ສປປ ລາວ, ຊຶ່ງການຈັດງານຄັ້ງນີ້ ແມ່ນກິດຈະກຳເຄື່ອນໄຫວປະຈຳປີ ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ເພື່ອພົບປະສັງສັນ, ທໍາຄວາມຮູ້ຈັກສະໜິດສະໜົມ, ເຕົ້າໂຮມຄວາມສາມັກຄີ ແລະ ແລກປ່ຽນວັດທະນະທໍາ ທາງດ້ານການສະແດງສິນລະປະ, ການວາງສະແດງເຄື່ອງຫັດຖະກໍາ ແລະ ອາຫານທີ່ເປັນເອກະລັກຂອງຊາດ ລະຫວ່າງ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ກໍຄື ພະນັກງານນັກການທູດເພດຍິງ ຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ນັກການທູດເພດຍິງ, ພັນລະຍາທູຕານຸທູດ ຂອງສໍານັກງານຜູ້ຕາງໜ້າຕ່າງປະເທດ ປະຈໍາຢູ່ ສປປ ລາວ.
ໃນພິທີເປີດງານດັ່ງກ່າວ, ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາ ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ໃຫ້ກຽດກ່າວຕ້ອນຮັບ ບັນດາຜູ້ເຂົ້າຮ່ວມທັງໝົດ ຢ່າງ ອົບອຸ່ນ ແລະ ໄດ້ກ່າວເປີດງານຢ່າງເປັນທາງການ, ຊຶ່ງໄດ້ຍົກໃຫ້ເຫັນບົດບາດຄວາມສໍາຄັນຂອງເອື້ອຍນ້ອງແມ່ຍິງ ໃນຂົງເຂດວຽກງານການຕ່າງປະເທດ ກໍຄື ວຽກງານການທູດ ທັງຜູ້ຮັບຜິດຊອບວຽກງານການທູດໂດຍກົງ ແລະ ທັງຜູ້ສະໜັບສະໜູນວຽກງານການທູດທາງອ້ອມ ພ້ອມທັງຍັງເປັນແມ່ພິມໜຶ່ງຂອງຊາດ ໃນການຮັກສາສິນລະປະວັດທະນະທໍາ, ຮີດຄອງປະເພນີ ບໍ່ວ່າ ການນຸ່ງຖື, ພາສາ, ມາລະຍາດໃນການປາກເວົ້າ ແລະ ອາຫານການກິນ ເພື່ອສືບຕໍ່ສົ່ງເສີມຄວາມເປັນເອກກະລັກຂອງຊາດຕົນ. ພາຍໃນງານຄັ້ງນີ້, ໄດ້ມີການສະແດງສິນລະປະ, ມີການວາງສະແດງເຄື່ອງຫັດຖະກໍາ, ເຄື່ອງທີ່ລະນຶກ ແລະ ຜະລິດຕະພັນທີ່ຫຼາກຫຼາຍ, ມີການຊິມອາຫານ ແລະ ຈໍາໜ່າຍອາຫານທີ່ເປັນເອກະລັກສະເພາະຂອງແຕ່ລະຊາດ ຈາກເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ບັນດາສະຖານທູດຕ່າງປະເທດ ປະຈໍາຢູ່ ສປປ ລາວ, ຊຶ່ງໄດ້ສ້າງບັນຍາກາດທີ່ຟົດຟື້ນ, ມ່ວນຊື່ນ, ອົບອຸ່ນ ໄປດ້ວຍໄມຕີຈິດມິດຕະພາບ ແລະ ສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ເຂົ້າຮ່ວມງານດັ່ງກ່າວ ພ້ອມທັງຍັງໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນຄວາມສາມັກຄີ ແລະ ການພົວພັນຮ່ວມມືທີ່ດີ ພາຍໃນວົງຄະນາຍາດນັກການທູດເພດຍິງ ແລະ ພັນລະຍາທູຕານຸທູດ ຢູ່ ສປປ ລາວ ອີກດ້ວຍ.