ໃນວັນທີ 04 ກຸມພາ 2020, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ເຜີຍແຜ່, ເຊື່ອມຊຶມຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານງານ ຂອງສະຫະພັນກໍາມະບານລາວ ຄັ້ງທີ 5 ສະໄໝທີ VII ແລະ ທັງເປັນການລະນຶກເຖິງມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວ, ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 64ປີ (01 ກຸມພາ 1956 – 01 ກຸມພາ 2020) ແລະ ເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງສະຫະພັນກໍາມະບານກະຊວງການຕ່າງປະເທດ, ໂດຍການໃຫ້ກຽດປາຖະກະຖາຂອງ ທ່ານ ສີມູນ ອຸ່ນລາສີ, ຮອງປະທານສູນກາງສະຫະພັນກຳມະບານລາວ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ສະມາຊິກກໍາມະບານກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ສີມູນ ອຸ່ນລາສີ, ຮອງປະທານສູນກາງສະຫະພັນກຳມະບານລາວ ໄດ້ເລົ່າຄືນມູນເຊື້ອ ແລະ ປະຫວັດຄວາມເປັນມາຂອງວັນສໍາຄັນດັ່ງກ່າວໂດຍໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການກຳມະບານລາວໃນໄລຍະ 64 ປີ ຜ່ານມາ, ນັບຕັ້ງແຕ່ໄລຍະຂອງການຕໍ່ສູ້ປົດປ່ອຍຊາດ ຕ້ານພວກຈັກກະພັດລ່າເມືອງຂຶ້ນໃນທ້າຍສະຕະວັດທີ 19 ຈົນເຖິງປະຈຸບັນ ແລະ ທິດທາງແຜນການໃນຕໍ່ໜ້າ. ໃນທ່າມກາງການຕໍ່ສູ້ກູ້ຊາດຕ້ານກັບພວກຈັກກະພັດຕ່າງດ້າວ, ໃນວັນທີ 01 ກຸມພາ 1956, ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກຳມະບານລາວ ຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນແຂວງຫົວພັນ ເພື່ອເປັນຕົວແທນໃນການໂຄສະນາຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານລາວ, ປະຊາຊົນບັນດາເຜົ່າ ໃຫ້ມີຄວາມຕື່ນຕົວຕໍ່ການປະຕິວັດ, ມີນ້ຳໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນ, ເສີມຂະຫຍາຍລະບອບປະຊາທິປະໄຕ, ມີລະບຽບແບບແຜນການດຳລົງຊີວິດ, ເປັນພົນລະເມືອງທີ່ດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ກາຍເປັນກຳລັງແຮງຢ່າງຕັ້ງໜ້າໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 02 ທັນວາ 1975 ເປັນຕົ້ນມາ, ສະຫະພັນກຳມະບານລາວ ທີ່ເປັນອົງການຕາງໜ້າໃຫ້ແກ່ຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນໃນໄລຍະປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ໄດ້ເອົາໃຈໃສ່ໃນການສຶກສາອົບຮົມຖັນແຖວສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ຮ່ຳຮຽນທິດສະດີຂອງລັດທິມາກ-ເລນິນ, ແນວຄິດຮັກຊາດ, ຮັກລະບອບໃໝ່, ຮ່ຳຮຽນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດ ຄັ້ງທີ VIII, ບັນດາກົດໝາຍ ແລະ ນິຕິກຳຕ່າງໆຂອງພັກ-ລັດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນສະຫະພັນກຳມະບານລາວ ທົ່ວປະເທດ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມະບານລາວ.
ປັດຈຸບັນ ສະຫະພັນກໍາມະບານລາວ ມີທັງໝົດ 18 ສະຫະພັນກໍາມະບານແຂວງ ແລະ ນະຄອນຫຼວງວຽງຈັນ, 40 ສະຫະພັນກໍາມະບານກະຊວງ ແລະ ອົງການ, 145 ສະຫະພັນກໍາມະບານເມືອງ, 3 ສະຫະພັນກໍາມະບານນະຄອນ, 4.726 ກໍາມະບານຮາກຖານ, ມີສະມາຊິກກໍາມະບານທັງໝັດ 229.137 ສະຫາຍ, ຍິງ 100.384 ສະຫາຍ. ໃນນັ້ນ ສະມາຊິກສະຫະພັນກໍາມະບານກະຊວງການຕ່າງປະເທດ ມີທັງໝົດ 697 ສະຫາຍ, ຍິງ 300 ສະຫາຍ.