ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດຂຶ້ນ ໃນວັນທີ 7 ກຸມພາ 2020, ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ມີ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ, ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ພ້ອມດ້ວຍບັນດາແຂກມີກຽດທີ່ຖືກເຊີນ ແລະ ເອື້ອຍນ້ອງສະມາຊິກແມ່ຍິງ ເຂົ້າຮ່ວມຢ່າງພ້ອມພຽງ ຈໍານວນ 300 ສະຫາຍ.
ກອງປະຊຸມຄັ້ງນີ້ ໄດ້ຕີລາຄາຄືນສະພາບການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII ແລະ ມະຕິກອງປະຊຸມໃຫຍ່ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຄັ້ງທີ X (2014) ໃນໄລຍະ 5 ປີ ຜ່ານມາ (2014-2019), ໂດຍສະເພາະໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນຫຼາຍດ້ານທີ່ເອື້ອຍນ້ອງແມ່ຍິງຍາດມາໄດ້ ເປັນຕົ້ນແມ່ນ ດ້ານການສຶກສາອົບຮົມການເມືອງ-ແນວຄິດ ຂອງເອື້ອຍນ້ອງແມ່ຍິງ; ວຽກງານການປັບປຸງການຈັດຕັ້ງ; ການກໍ່ສ້າງພະນັກງານ ແລະ ນະໂຍບາຍ; ວຽກງານປົກປ້ອງສິດຜົນປະໂຫຍດ ຂອງແມ່ຍິງ-ເດັກນ້ອຍ; ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ; ການພັດທະນາຊີວິດການເປັນຢູ່ຂອງເອື້ອຍນ້ອງຍິງ; ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ; ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ ວຽກງານກວດກາ, ສິ່ງດັ່ງກ່າວເປັນການປະກອບສ່ວນອັນສໍາຄັນ ໃນການເຄື່ອນໄຫວວຽກງານການຕ່າງປະເທດ ຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ເວົ້າລວມ, ເວົ້າສະເພາະກໍແມ່ນການປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ປະຈຸບັນ ກະຊວງການຕ່າງປະເທດ ແມ່ນເປັນກະຊວງແດງ, ເຊິ່ງເອື້ອຍນ້ອງແມ່ຍິງທຸກສະຫາຍ ໄດ້ເຂົ້າເປັນສະມາຊິກສະຫະພັນແມ່ຍິງລາວ. ອັນພົ້ນເດັ່ນ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ພ້ອມກັນຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ເລກທີ 211/ສຍລ, ລົງວັນທີ 19 ເມສາ 2014 ກໍຄືການເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ແລະ ສາມາດຍາດໄດ້ທຸງໄຊ ຈາກສູນກາງສະຫະພັນແມ່ຍິງລາວ 1 ຄັ້ງ ແລະ ຄາດໝາຍສູ້ຊົນ ຈະໃຫ້ໄດ້ທຸງໄຊເທື່ອທີ 2. ກອງປະຊຸມຍັງໄດ້ມີການຄັດເລືອກເອື້ອຍນ້ອງຜູ້ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານຕະຫຼອດໄລຍະ 5 ປີທີ່ຜ່ານມາ ສາມາດສະຫຼຸບໄດ້ດັ່ງນີ້, ສະເພາະຢູ່ພາຍໃນປະເທດ ປະເພດດີເດັ່ນມີ 168 ສະຫາຍ, ປະເພດດີ 72 ສະຫາຍ ແລະ ປະເພດກາງ 3 ສະຫາຍ.
ໄດ້ຕີລາຄາຄືນ ຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ກໍໄດ້ກໍານົດທິດທາງ ແລະ ແຜນການໃນຊຸມປີຕໍ່ໜ້າ ເປັນຕົ້ນແມ່ນສືບຕໍ່ເອົາໃຈໃສ່ນໍາພາດ້ານການເມືອງ-ແນວຄິດ ໃຫ້ເອື້ອຍນ້ອງແມ່ຍິງ ເຊື່ອມຊຶມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ໂດຍຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງຕ່າງໆ ຂອງພັກ ແລະ ສສຍລ ວາງອອກ ໄປຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະຂອງຕົນ ກໍຄືວຽກງານການຕ່າງປະເທດ ໂດຍຍຶດໝັ້ນແນວທາງນະໂຍບາຍການຕ່າງປະເທດ: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື”.
ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ຈໍານວນ 11 ສະຫາຍ, ໃນນັ້ນ ສະຫາຍ ນາງ ຟອງສະຫມຸດ ອັ່ນລາວັນ ເປັນປະທານ, ສະຫາຍ ນາງ ໄກມະນີ ອໍລະບູນ ເປັນຮອງປະທານຜູ້ທີ I ພ້ອມທັງເປັນປະທານກວດກາ, ສະຫາຍ ນາງ ຂັນມາລາ ພັນດານຸວົງ ເປັນຮອງປະທານຜູ້ທີ 2 ແລະ ສະຫາຍ ນາງ ສອນນາລີ ໄຊສົມແພງ ເປັນຮອງປະທານກວດກາ.
ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຂອງປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ ເພື່ອເປັນທິດຊີ້ນໍາ ແລະ ເປັນບ່ອນອີງໃຫ້ແກ່ການນໍາພາຈັດຕັ້ງຜັນຂະຫຍາຍມະຕິ ຂອງກອງປະຊຸມໃຫຍ່ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຄັ້ງທີ XI ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມນັ້ນ, ຍັງໄດ້ຮັບຟັງ ການໂອ້ລົມຂອງສະຫາຍເລຂາພັກປະຈໍາກະຊວງການຕ່າງປະເທດ ທີ່ຊີ້ໃຫ້ເຫັນຄວາມເອົາໃຈໃສ່ ຂອງຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ ໃນການຍົກສູງບົດບາດ ຍິງ-ຊາຍ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ໃຫ້ທິດຊີ້ນໍາເອື້ອຍນ້ອງແມ່ຍິງ ໃນການຍົກສູງຄວາມຫ້າວຫັນ, ຄວາມກະຕືລືລົ້ນ ແລະ ຍົກລະດັບວິຊາສະເພາະຂອງຕົນ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານການຕ່າງປະເທດ ໃນໄລຍະໃໝ່.