ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ຜູ້ແທນຊາວຫນຸ່ມກະຊວງການຕ່າງປະເທດ

20200110-youth1

20200110-youth2

ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມກະຊວງ​ການ​ຕ່າງປະ​ເທດ ​ໄດ້​ດຳ​ເນີນກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ຕົນຂຶ້ນຢ່າງເປັນທາງການໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 10 ມັງກອນ 2020, ທີ່​ຫ້ອງ​ປະຊຸມ​ໃຫຍ່ກະຊວງ​ການ​ຕ່າງປະ​ເທດ, ​ໂດຍພາຍໃຕ້​ການ​ເປັນ​ປະ​ທານ​ຂອງ​ ສະຫາຍ ​ອານຸພາບ ວົງໜໍ່ແກ້ວ, ກຳມະການ​ສູນ​ກາງ​ຊາວ​ຫນຸ່ມ​ປະຊາຊົນປະຕິວັດ​ລາວ, ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມກະຊວງ​ການ​ຕ່າງປະ​ເທດ ແລະ ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​, ລັດຖະມົນຕີ​​​ກະຊວງ​ການ​ຕ່າງປະ​ເທດ, ສະຫາຍ ອາລຸນໄຊ ສຸນນະລາດ, ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຊິກສະພາແຫ່ງຊາດຊຸດທີVIII,  ໂດຍມີ​ຄະນະພັກກະຊວງ, ເລຂາຫນ່ວຍພັກ ແລະ ຕາງຫນ້າຫນ່ວຍພັກຈາກຫ້ອງການ ແລະ ບັນດາກົມຕ່າງໆອ້ອມຂ້າງກະຊວງ, ​ອົງການ​ຈັດ​ຕັ້ງ​ມະຫາຊົນ​, ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ, ສະມາຊິກຊາວ​ຫນຸ່ມກະຊວງການຕ່າງປະເທດ ແລະ ບັນດາ​ແຂກ​ຖືກ​ເຊີນຈາກສູນກາງຊາວຫນຸ່ມ ແລະ ກະຊວງອ້ອມຂ້າງຈຳນວນຫນຶ່ງ ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

ກອງ​ປະຊຸມ​​ຄັ້ງໃຫຍ່​ນີ້ ​ໄດ້​ໄຂ​ຂຶ້ນ​ໃນທ່າມກາງບັນຍາກາດ ແຫ່ງການອອກແຮງຕັ້ງໜ້າເພື່ອທົບທວນຄືນຜົນຂອງການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຜູ້ແທນຊາວໜຸ່ມທົ່ວປະເທດ ກໍ່ຄືຂະບວນການກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໃນປີ 2020 ແລະ ສໍາຄັນແມ່ນພາຍຫລັງທີ່ ຄະນະຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຮັບທຸງໄຊນໍາໜ້າໃນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ. ກອງ​ປະຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວກັບ​ການຈັດ​ຕັ້ງ​ປະຕິບັດວຽກງານຊາວຫນຸ່ມ ຂອງຄະນະ​ຊາວ​ຫນຸ່ມກະຊວງການຕ່າງປະ ເທດ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ການວາງ​ແຜນ​ການທິດ​ທາງ​ໃນຕໍ່ໜ້າຂອງ ຄະນະບໍລິຫານງານຊາວຫນຸ່ມກະຊວງການຕ່າງປະ ເທດ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນເຖິງຜົນສໍາເລັດຫລາຍຢ່າງ ທີ່ຊາວຫນຸ່ມຂະແຫນງການຕ່າງປະເທດສາມາດຍາດມາໄດ້ ໃນຕະຫລອດໄລຍະ 5 ປີ ຜ່ານມາ, ພ້ອມທັງຕີລາຄາຄືນຈຸດດີ ທີ່ຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.

ປັດຈຸບັນ,ຄະນະ​ບໍລິຫານງານຊາວ​ໜຸ່ມ​ກະຊວງ​ການ​ຕ່າງປະ​ເທດ ມີໜ່ວຍຊາວຫນຸ່ມຮາກຖານພາຍໃນຂຶ້ນກັບ ລວມມີ ​17 ຫນ່ວຍ, ມີສະມາຊິກທັງໝົດ 462 ສະຫາຍ, ຍິງ 203 ສະຫາຍ ແລະ ໜ່ວຍຊາວໜຸ່ມທີ່ຂຶ້ນກັບບັນດາສຳນັກງານການທູດ ຂອງ ສປປ ລາວ ຢູ່ຕ່າງປະເທດ ອີກ ຈຳນວນ 173 ໜ່ວຍ ແລະ 8 ຮາກຖານ ເຊິ່ງ ໃນນີ້, ມີຈໍານວນ​ສະມາຊິກຊາວໜຸ່ມລວມທັງໝົດ 4.728 ສະຫາຍ, ຍິງ 1.924 ສະຫາຍ. ​ຄະນະ​ບໍລິຫານ​ງານ​ຊາວໜຸ່ມ ໄດ້​ຖື​ເອົາ​ວຽກງານ​ໂຄສະນາ​ສຶກສາ​ອົບຮົມ​ວຽກງານການ​ເມືອງ-ແນວ​ຄິດ ແລະ ຄຸນສົມບັດ​ໃຫ້​ແກ່​ ສະມາຊິກ​ຊາວໜຸ່ມ​ຂອງ​ຕົນເປັນບູລິມະສິດສູງສຸດ ໄປຄຽງຄູ່ກັບ​ການ​ເຄື່ອນ​ໄຫວ​ວຽກງານວິຊາສະເພາະ​ຂອງຕົນ ແລະ ​ຖື​ເອົາ​ຂໍ້​ແຂ່ງຂັນ 4 ບຸກ ທີ່ ​ຄະນະ​ບໍລິຫານ​ງານ ສູນ​ກາງຊາວໜຸ່ມປະຊາຊົນ​ ປະຕິວັດ​ລາວ ​ວາງ​ອອກ​ເປັນຄາດໝາຍສູ້ຊົນ. ຕະຫລອດໄລຍະຜ່ານມາ, ຊາວໜຸ່ມຂະແຫນງການຕ່າງປະເທດ ໄດ້ຮັບນາມມະຍົດເປັນຊາວໜຸ່ມ ປປລ 4 ບຸກ ເຖິງ 3 ສະໄຫມຕິດຕໍ່ກັນ ແລະ ໄດ້ຮັບທຸງໄຊນຳຫນ້າໃນຂະບວນການແຂ່ງຂັນ 4 ບຸກ ຈາກ ຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນ ປະຕິວັດລາວ ໃນວັນທີ 8 ມັງກອນ 2020 ທີ່ຜ່ານມາ.

ກອງ​ປະຊຸມ​ຄັ້ງນີ້ ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອ​ກເອົາຄະນະບໍລິຫານ​ງານ​ຊາວໝຸ່ມຊຸດໃໝ່ຈໍານວນ 17 ສະຫາຍ, ໃນນັ້ນເພດຍິງ 03 ສະຫາຍ, ເພື່ອ​ສືບຕໍ່ຊີ້ນຳ-ນຳພາ​ວຽກງານ​ການຈັດ​​ຕັ້ງ​ປະຕິບັດ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ຂອງ​ຄະນະ​ບໍລິ​ຫານ​ງານ​ຊາວໜຸ່ມກະຊວງ​ການ​ຕ່າງປະ​ເທດ ກໍຄືວຽກງານຂອງຊາວໜຸ່ມຂະແຫນງການຕ່າງປະເທດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ໃນ​ກອງ​ປະຊຸມຜູ້​ແທນ​ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ ສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​, ລັດຖະມົນຕີ​​​ກະຊວງ​ການ​ຕ່າງປະ​ເທດ ແລະ ສະຫາຍ ອາລຸນໄຊ ສຸນນະລາດ, ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຊິກສະພາແຫ່ງຊາດຊຸດທີVIII, ເພື່ອເປັນເຂັັມຊີ້ທິດເຍືອງທາງ ແລະ ເປັນບ່ອນອີງສໍາຄັນ ໃຫ້ແກ່ຂະບວນການເຄື່ອນໄຫວຂອງຊາວໜຸ່ມຂະແຫນງ​ການ​ຕ່າງປະ​ເທດໃນຕໍ່ໜ້າ ມີຜົນສໍາເລັດໃຫມ່, ທັງປະກອບສ່ວນເປັນກໍາລັງແຮງໃນການຈັດຕັ້ງປະຕິບັດ ມະຕິຂອງກອງປະຊຸມໃຫຍ່ວຽກງານການຕ່າງປະເທດ ຄັ້ງທີ 14 ພາຍໃຕ້ຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດສ້າງສາ ແລະ ພັດທະນາປະເທດຊາດ”.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480325
ມື້ນີ້155
ມື້ວານ157
ອາທິດນີ້723
ເດືອນນີ້6556