ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຈັດປາຖະກະຖາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ

 

20200727 WomenUnion1

20200727 WomenUnion2

20200727 WomenUnion3

 

ໃນວັນທີ 27 ກໍລະກົດ 2020 ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ (20 ກໍລະກົດ 1955 -20 ກໍລະກົດ 2020) ທັງເປັນການສະເຫຼີມສະຫຼອງຍ້ອນຫຼັງວັນທີ 8 ມີນາ ວັນແມ່ຍິງສາກົນ ຄົບຮອບ 110 ປີ ແລະ ເປັນໜຶ່ງໃນກິດຈະກໍາ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ, ໂດຍໄດ້ຈັດປາຖະກະຖາ ຂຶ້ນ ທີ່ ກະຊວງການຕ່າງປະເທດ ເພື່ອເຜີຍແຜ່ເນື້ອໃນເອກະສານສໍາຄັນ 2 ສະບັບ ຄື: ປະຫວັດຄວາມເປັນມາຂອງຂະບວນການກໍາເນີດເກີດຂຶ້ນວັນທີ 20 ກໍລະກົດ ແລະ ການກໍ່ສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ. ໃຫ້ກຽດເຂົ້າຮ່ວມໃນພິທີປາຖະກະຖາຄັ້ງນີ້ ມີ ທ່ານ ນາງ ບັນດິດ ປະທຸມວັນ, ຮອງປະທານສູນກາງສະຫະພັນແມ່ຍິງລາວ,ທ່ານ ທອງສະຫວັນ ພົມວິຫານ, ຄະນະປະຈໍາພັກ,ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ອາລຸນນີ ກົມມະສິດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ມີຄະນະບໍລິຫານງານສະຫະພັນ       ກໍາມະບານ ແລະ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງການຕ່າງປະເທດ, ບັນດາຄະນະໜ່ວຍພັກ-ຄະນະກົມ,​    ພັນລະຍາການນໍາປັດຈຸບັນ ແລະ ພັນລະຍາອະດີດການນໍາກະຊວງການຕ່າງປະເທດ ພ້ອມທັງພະນັກງານບໍານານອາວຸໂສເພດຍິງ ແລະ ບັນດາພະນັກງານແມ່ຍິງກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ໃນພິທີດັ່ງກ່າວ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ກໍາມະການຄະນະພັກກະຊວງ, ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ໃຫ້ກຽດກ່າວຕ້ອນຮັບ ຄະນະຜູ້ແທນທັງໝົດ ຢ່າງອົບອຸ່ນ ແລະ ໄດ້ເປີດກອງປະຊຸມຢ່າງເປັນທາງການ. ທ່ານ ນາງ ບັນດິດ ປະທຸມວັນ, ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດເລົ່າເຖິງມູນເຊື້ອການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງ   ອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 65 ປີ. ພ້ອມດຽວກັນນັ້ນ, ກໍໄດ້ຍົກໃຫ້ເຫັນບົດບາດຄວາມສໍາຄັນ ຂອງພາລະກິດການພັດທະນາແມ່ຍິງລາວ ໃນຂອບເຂດທົ່ວປະເທດ, ໂດຍສະເພາະ ການສະຫຼຸບຕີລາຄາ ກ່ຽວກັບ ວຽກງານການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ແລະ ການກໍານົດທິດທາງວຽກງານຈຸດສຸມ ໃນໄລຍະປີ 2018-2020 ເພື່ອສືບຕໍ່ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຮັບປະກັນການປະຕິບັດ ຄວາມສະເໝີພາບຍິງ-ຊາຍ ທາງດ້ານການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມ.

ໃນໂອກາດອັນມີຄວາມໝາຍສໍາຄັນນີ້, ທ່ານ ທອງສະຫວັນ ພົມວິຫານ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມ, ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ ເອື້ອຍນ້ອງແມ່ຍິງລາວ ແລະ ໄດ້ເນັ້ນໜັກເຖິງຄວາມເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຂອງພັກ-ລັດຖະບານ ຕໍ່ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ໂດຍສະເພາະ ຄະນະພັກ-ຄະນະນໍາ ກະຊວງການຕ່າງປະເທດ ຍາມໃດກໍໄດ້ຖືສໍາຄັນການຍົກສູງບົດບາດ ຂອງພະນັກງານເພດຍິງ ໃຫ້ສູງເດັ່ນຂຶ້ນ ໃນການປະກອບສ່ວນເປັນກໍາລັງແຮງທີ່ສໍາຄັນ ເຂົ້າໃນການເຄື່ອນໄຫວວຽກງານການເມືອງ- ການທູດ ໃນໄລຍະໃໝ່, ຊຶ່ງໄດ້ຊີ້ນໍາໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ສືບຕໍ່ກໍ່ສ້າງພະນັກງານເພດຍິງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້-ຄວາມສາມາດ ໃນລະດັບທີ່ແນ່ນອນ ແລະ ມີແບບແຜນວິທີນໍາພາທີ່ໜັກແໜ້ນ ແລະ ຮອບດ້ານ.

ພິທີປາຖະກະຖາຄັ້ງນີ້ ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ, ຊຶ່ງໃນຕອນທ້າຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ກໍາມະການຄະນະພັກກະຊວງ, ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈ ຕໍ່ ຄະນະປະທານ ແລະ ຄະນະຜູ້ແທນທັງໝົດ ພ້ອມທັງຮັບເອົາບັນດາທິດຊີ້ນໍາ ແລະ ຄໍາຄິດເຫັນຕ່າງໆ ເພື່ອຈະນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ ໃນຂະແໜງການຕ່າງປະເທດ.

 

20200727 WomenUnion420200727 WomenUnion5  ນອກຈາກນັ້ນ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ຈັດກິດຈະກຳໄປຢ້ຽມຊົມຫ້ອງມູນເຊື້ອແມ່ຍິງລາວ ແລະ ຫ້ອງວາງສະແດງສິ້ນສາຍໄໝ ລວມທັງໄດ້ປະກອບສ່ວນເຂົ້າຮ່ວມບັນດາກິດຈະກິດຂອງສູນກາງສະຫະພັນແມ່ຍິງລາວ ທີ່ໄດ້ຈັດຕັ້ງຂຶ້ນ ເພື່ອຊົມເຊີມວັນສໍາຄັນດັ່ງກ່າວອີກດ້ວຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485584
ມື້ນີ້89
ມື້ວານ196
ອາທິດນີ້620
ເດືອນນີ້4889