ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແນວຄິດການຕ່າງປະເທດ ສີ ຈິ້ນຜິງ ຕໍ່ກັບການພົວພັນກັບປະເທດບ້ານໃກ້ເຮືອນຄຽງ

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ທ່ານ ສີ ຈິ້ນຜິງ, ເລຂາທິ ການໃຫຍ່, ປະທານປະເທດ ສປ ຈີນ ໄດ້ກຳແໜ້ນທ່າຂະຫຍາຍຕົວຂອງ ສປ ຈີນ ແລະ ຂອງໂລກໃນໄລຍະໃຫມ່, ຕໍ່ສະພາບການຂອງພາກພື້ນ ແລະ ໂລກ ທີ່ມີການຜັນແປໄປຢ່າງໄວວາ ແລະ ສະຫລັບສັບຊ້ອນ ທ່ານ ສີ ຈິ້ນຜິງ ໄດ້ຄົ້ນຄິດທິດສະດີ ແລະ ພຶດຕິກຳທີ່ສຳຄັນຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການວາງຍຸດທະສາດ ແລະ ແນວ ທາງການຕ່າງປະເທດ ກາຍມາເປັນ ແນວຄິດການຕ່າງປະເທດ ສີ ຈິ້ນຜິງ. ແນວຄິດການຕ່າງປະເທດ ສີ ຈິ້ນຜິງ ເກີດມາຈາກການສົມທົບກັນຢ່າງກົມກຽວ ແລະ ວິທະຍາສາດ ລະຫວ່າງ ຫລັກມູນພື້ນຖານຂອງທິດສະດີມາກ ແລະ ບົດຮຽນຈາກພຶດຕິກໍາຕົວຈິງຂອງການທູດປະເທດໃຫຍ່ຕາມສີສັນສະເພາະຂອງຈີນ. ແນວຄິດການຕ່າງປະເທດ ສີ ຈິ້ນຜິງ ໄດ້ສືບທອດມູນເຊື້ອທາງດ້ານທິດສະດີການຕ່າງປະເທດຂອງ ສປ ຈີນ, ພ້ອມທັງພັດທະນາ ແລະ ປະດິດຄິດຄົ້ນຂຶ້ນໃຫມ່ ໂດຍອີງໃສ່ສະພາບການຂອງຍຸກສະໄໝ. ນອກນັ້ນ, ຈຸດພິເສດ ແລະ ຄວາມມັກຮັກສ່ວນຕົວຂອງ ທ່ານ ສີ ຈິ້ນຜິງ ເປັນປັດໃຈສຳຄັນເຮັດໃຫ້ເກີດມີແນວຄິດການຕ່າງປະເທດ ສີ ຈິ້ນຜິງ, ທ່ານ ສີ ຈິ້ນຜິງ ເປັນຄົນທີ່ມັກອ່ານ ແລະ ຄົ້ນຄວ້າຮໍ່າຮຽນເຮັດໃຫ້ເພິ່ນມີຄວາມຮູ້ທີ່ກວ້າງຂວາງ ແລະ ເລິກ ເຊິ່ງ, ສາມາດນໍາມາຫມູນໃຊ້ເຂົ້າໃນໜ້າທີ່ວຽກງານ ແລະ ຊີວິດປະຈຳວັນຂອງເພິ່ນໄດ້ເປັນຢ່າງດີ.

 

  

ແນວຄວາມຄິດການຕ່າງປະເທດ ສີ ຈິ້ນຜິງ, ກາຍເປັນບ່ອນອີງທາງດ້ານທິດສະດີ ແລະ ພຶດຕິກໍາອັນສຳຄັນໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປ ຈີນ.  ເພາະແນວຄິດດັ່ງກ່າວ ສາມາດຕອບຄໍາຖາມກ່ຽວກັບບັນຫາສຳຄັນຕ່າງໆທີ່ເກີດຂຶ້ນໃນໂລກປັດຈຸບັນ, ພ້ອມທັງຄາດຄະເນທ່າອ່ຽງລວມຂອງຍຸກສະ    ໄໝໄດ້ຢ່າງຖືກຕ້ອງ, ພາວະວິໃສ ແລະ ແບບວິທະຍາສາດ. ນອກຈາກນັ້ນ, ແນວຄວາມຄິດການຕ່າງປະເທດ ສີ ຈິ້ນຜິງ ຍັງໄດ້ກໍານົດທິດທາງການພັດທະນາ ສປ ຈີນ ໃນຕໍ່ໜ້າຢ່າງຖືກຕ້ອງ ແລະ ໄດ້ວາງຍຸດທະສາດທີ່ສຳຄັນ ທີ່ພົວພັນເຖິງອະນາຄົດ ແລະ ໂຊກຊະຕາຂອງປະຊາຊາດຈີນ, ໄດ້ວາງບັນດາຫລັກການ ແລະ ທິດນໍາໃນການພົວພັນກັບປະເທດຕ່າງໆຢູ່ໃນໂລກ ລວມທັງປະເທດບ້ານໃກ້ເຮືອນຄຽງ ທີ່ ສປ ຈີນ ໃຫ້ຄວາມສໍາຄັນເປັນພິ ເສດ.  

       

ສປ ຈີນ ເປັນປະເທດທີ່ມີເນື້ອທີ່ກວ້າງໃຫຍ່ໄພສານ ຈັດຢູ່ໃນອັນດັບທີ 3 ຂອງໂລກ ແລະ ມີຊາຍແດນຕິດກັບ 20 ປະເທດ. ໃນນັ້ນ, ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານທາງບົກ 14 ປະເທດ ແລະ ມີຊາຍແດນທາງທະເລກັບ 6 ປະເທດ. ໃນຈຳນວນປະເທດເພື່ອນບ້ານ 20 ປະເທດ, ແຕ່ລະປະເທດມີສະພາບຄວາມແຕກຕ່າງກັນທາງດ້ານເສດຖະກິດ, ການປົກຄອງ, ວັດທະນາທຳ ແລະ ຮີດຄອງປະເພນີ, ບາງປະເທດມີຄວາມກ້າວໜ້າທາງດ້ານເສດຖະກິດ-ສັງຄົມ, ແຕ່ບາງປະເທດຍັງມີຄວາມຫຍຸ້ງຍາກສັບສົນ ເນື່ອງຈາກໄດ້ຮັບຜົນສະທ້ອນຈາກສົງຄາມ, ຈາກບັນຫາການເມືອງພາຍໃນ, ລັດທິກໍ່ການຮ້າຍ ແລະ ການແຊກແຊງຈາກປະເທດອື່ນ. ສະນັ້ນ, ສະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລຂອງປະເທດບ້ານໃກ້ເຮືອນຄຽງ ແມ່ນເປັນຄວາມປາດຖະໜາຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ, ສິ່ງດັ່ງກ່າວເປັນປັດໃຈພາຍນອກທີ່ສຳຄັນໃນການສ້າງສາພັດທະນາປະເທດຊາດຂອງ ສປ ຈີນ. ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານຈີນ ໄດ້ໃຫ້ຄວາມສໍາຄັນໃນການພົວພັນຮ່ວມມືກັບປະເທດບ້ານໃກ້ເຮືອນຄຽງ, ຖືເອົາການພົວພັນກັບປະເທດບ້ານໃກ້ເຮືອນຄຽງເປັນບູລິມະສິດ ໃນການເຄື່ອນໄຫວວຽກງານຕ່າງປະເທດຂອງ ສປ ຈີນ. ທິດນໍາຂອງແນວຄິດການຕ່າງປະເທດ ສີ ຈິ້ນຜິງ ຕໍ່ກັບການພົວພັນຮ່ວມມືກັບປະເທດບ້ານໃກ້ເຮືອນຄຽງ ສະແດງອອກໃນການຊຸກຍູ້ສົ່ງເສີມສ້າງຄູ່ຮ່ວມຊະຕາກໍາ ກັບບັນດາປະເທດບ້ານໃກ້ເຮືອນຄຽງ ເພື່ອໃຫ້ກາຍເປັນເພື່ອນມິດທີ່ດີ, ສະຫາຍທີ່ດີ, ເປັນຄູ່ຮ່ວມມືທີ່ດີ ແລະ ບ້ານໃກ້ເຮືອນຄຽງທີ່ດີ. ພະຍາຍາມສ້າງບັນຍາກາດການພົວພັນກັບປະເທດເພື່ອນບ້ານ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນພ້ອມກັນພັດທະນາກ້າວຂຶ້ນສູ່ຄວາມຈະເລີນຮຸ່ງເຮືອງ ພາຍໃຕ້ຫລັກການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມີຄວາມຈິງໃຈ, ມີການຜ່ອນສັ້ນຜ່ອນຍາວ, ມີຄວາມສະເໜີພາບຕາມ 5 ຫລັກການຢູ່ຮ່ວມກັນໂດຍສັນຕິ. ຄຽງຄູ່ກັນນັ້ນ, ສປ ຈີນ ໄດ້ເອົາໃຈໃສ່ຍົກສູງປະສິດທິພາບຂອງການພົວພັນກັບປະເທດບ້ານໃກ້ເຮືອນຄຽງ, ຈາກທິດສະດີໄປສູ່ພຶດຕິກຳຕົວຈິງ, ເຮັດໃຫ້ມູນຄ່າການຄ້າ ແລະ ການລົງທຶນຂອງ ສປ ຈີນ ຢູ່ປະເທດບ້ານໃກ້ເຮືອນຄຽງມີຈໍານວນເພີ່ມຂຶ້ນເລື້ອຍໆ, ການໄປມາຫາສູ່ກັນຂອງປະຊົນກໍນັບມື້ນັບຫລາຍ, ມູນຄ່າ ແລະ ປະລິມານການຊ່ວຍເຫລືອປະເທດເພື່ອບ້ານກໍສູງຂຶ້ນ, ເປັນຕົ້ນແມ່ນການຊ່ວຍເຫລືອປະເທດບ້ານໃກ້ເຮືອນຄຽງໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ.

        

ໃນໄລຍະຜ່ານມາ, ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ຍາມໃດກໍຖືສໍາຄັນການພົວພັນຮ່ວມມືກັບປະເທດບ້ານໃກ້ເຮືອນຄຽງ ແລະ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ເອົາໃຈ ໃສ່ຊຸກຍູ້ສົ່ງເສີມສ້າງຄູ່ຮ່ວມຊະຕາກຳກັບປະເທດບ້ານໃກ້ເຮືອນຄຽງ ເຊິ່ງເປັນອົງປະກອບທີ່ສໍາຄັນໃນການສ້າງປະຊາຄົມຄູ່ຮ່ວມຊະຕາກຳຂອງມວນມະນຸດ. ການສ້າງຄູ່ຮ່ວມຊະຕາກໍາກັບບັນດາປະເທດບ້ານໃກ້ເຮືອນຄຽງ ແມ່ນມີເນື້ອໃນອຸດົມສົມບູນທີ່ສຸດ. ໃນນັ້ນ, ຂໍ້ລິເລີ່ມໃນການສ້າງ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ”​ ແມ່ນມາດຕະການທີ່ສໍາຄັນ ໃນການເຮັດໃຫ້ການສ້າງຄູ່ຮ່ວມຊະຕາກໍາມວນມະນຸດ ແລະ ຄູ່ຮ່ວມຊະຕາກໍາກັບປະເທດບ້ານໃກ້ເຮືອນຄຽງເປັນຮູບປະທຳ ແລະ ເກີດດອກອອກຜົນ. ພາຍຫລັງທີ່ຂໍ້ລິເລີ່ມ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ”​ ໄດ້ຖືກຍົກຂຶ້ນໂດຍ ທ່ານ ປະທານປະເທດ ສີ ຈິ້ນຜິງ ໃນປີ 2013, ຕະຫລອດໄລຍະ 9 ປີຜ່ານມາຂໍ້ລິເລີ່ມດັ່ງກ່າວສາມາດໄດ້ຮັບຜົນສຳເລັດຫລາຍຢ່າງ; ຮອດວັນທີ 19 ເມສາ 2022, ສປ ຈີນ ໄດ້ເຊັນສັນຍາຮ່ວມມືກັນສ້າງ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ”​ ກັບ 149 ປະເທດ, 32 ອົງການຈັດຕັ້ງສາກົນ, ລວມທັງໝົດ 200 ກວ່າສະບັບ. ການສ້າງ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ໄດ້ປະກອບສ່ວນອັນສຳຄັນເຮັດໃຫ້ ສປ ຈີນ ມີການເຊື່ອມຈອດກັບປະເທດບ້ານໃກ້ເຮືອນຄຽງທາງດ້ານນະໂຍບາຍ, ພື້ນຖານໂຄງລ່າງ, ການຄ້າ-ການລົງທຶນ, ການເງິນ ແລະ ການໄປມາຫາສູ່ກັນ. ຄຽງຄູ່ກັນນັ້ນ, ອົງການຮ່ວມມືຊາງໄຮ້ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ແມ່ນຫມາກຜົນທີ່ສໍາຄັນຂອງການສ້າງຄູ່ຮ່ວມຊະຕາກຳກັບປະເທດບ້ານໃກ້ເຮືອນຄຽງ. ໃນໄລຍະ 20 ກວ່າປີຜ່ານມາ, ອົງການດັ່ງກ່າວໄດ້ປະ ກອບສ່ວນສຳຄັນໃນການສົ່ງເສີມການພົວພັນຮ່ວມມື, ໄມຕີຈິດມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ສປ ຈີນ ແລະ ປະເທດບ້ານໃກ້ເຮືອນຄຽງ.

        

ພ້ອມນັ້ນ, ການຍຶດຫມັ້ນ ການພັດທະນາຢ່າງສັນຕິຂອງ ສປ ຈີນ ເປັນຄໍາຫມັ້ນສັ້ນຍາ ແລະ ສິ່ງຄໍ້າປະ ກັນໃຫ້ແກ່ການສ້າງຄູ່ຮ່ວມຊະຕາກຳກັບປະເທດບ້ານໃກ້ເຮືອນຄຽງ, ບົນພື້ນຖານຄວາມສະເໝີພາບ, ຖືເອົາການເຈລະຈາ, ແກ້ໄຂບັນຫາໂດຍສັນຕິວິທີ ເປັນຫລັກການໃນການແກ້ໄຂບັນຫາຂໍ້ຂັດແຍ່ງທາງຊາຍແດນກັບປະເທດບ້ານໃກ້ເຮືອນຄຽງ.  ຮອດປັດຈຸບັນ, ສປ ຈີນ ໄດ້ສໍາເລັດການແກ້ໄຂບັນ ຫາຊາຍແດນກັບ 12 ປະເທດທີ່ມີຊາຍແດນຕິດຈອດກັນທາງບົກ ໃນຈຳນວນທັງຫມົດ 14 ປະເທດ.

        

ແນວຄິດການຕ່າງປະເທດ ສີ ຈິ້ນຜິງ ໄດ້ກາຍເປັນເຂັມຊີ້ທິດເຍືອງທາງໃນການເຄື່ອນໄຫວວຽກງານຕ່າງປະເທດຂອງ ສປ ຈີນ, ເຮັດໃຫ້ວຽກງານດັ່ງກ່າວດຳເນີນໄປຢ່າງຄ່ອງແຄ້ວ. ເຖິງວ່າສະພາບການຂອງໂລກມີການຜັນປ່ຽນໄປຢ່າງສະຫລັບສັບຊ້ອນກໍຕາມ, ສປ ຈີນ ສາມາດຮັກສາໄດ້ ສິດ ແລະ ຜົນປະໂຫຍດຂອງປະ ເທດຊາດ ແລະ ປະຊາຊົນຈີນ, ບົດບາດຂອງ ສປ ຈີນ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ບັນ ດາຂໍ້ສະເໜີ ແລະ ຂໍ້ລິເລີ່ມຕ່າງໆ ທີ່ພັກ ແລະ ລັດຖະບານຈີນຍົກຂຶ້ນ ແມ່ນໄດ້ຮັບການສະໜັບສະໜູນຈາກວົງຄະນະຍາດສາກົນເປັນຢ່າງດີ.

       

ແນວຄິດການຕ່າງປະເທດ ສີ ຈິ້ນຜິງ ໄດ້ກາຍເປັນເອກະສານທີ່ສໍາຄັນທາງດ້ານທິດສະດີ ແລະ ພຶດຕິກຳ ທີ່ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ນັກຄົ້ນຄວ້າ, ຕະຫລອດຮອດ ປວງຊົນຊາວຈີນທົ່ວໄປ ນຳໄປຄົ້ນຄວ້າຮໍ່າຮຽນເພື່ອໃຫ້ເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງເພື່ອນໍາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ ໂດຍສະເພາະແມ່ນການເຄື່ອນໄຫວວຽກງານຕ່າງປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນ. ປັດຈຸບັນ, ມີຫລາຍໆປະເທດໃນໂລກນຳເອົາ ແນວຄິດການຕ່າງປະເທດ ສີ ຈິ້ນຜິງ ໄປສຶກສາຄົ້ນ ຄວ້າເພື່ອເຂົ້າໃຈແຈ້ງກ່ຽວກັບວຽກງານຕ່າງປະເທດຂອງ ສປ ຈີນ ຊ່ວຍເຮັດໃຫ້ກໍາແໜ້ນທາດແທ້ ແລະ ປະກົດການຂອງສະພາບການພາກພື້ນ ແລະ ສາກົນ ທີ່ເກີດຂຶ້ນໃນໂລກປັດຈຸບັນ ແລະ ທ່າຂະຫຍາຍຕົວໃນຕໍ່ໜ້າ. (ຄົ້ນຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ).

      

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485820
ມື້ນີ້119
ມື້ວານ206
ອາທິດນີ້856
ເດືອນນີ້5125