ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄວາມຈະເລີນຮຸ່ງເຮືອງຂອງຮົງກົງ ພາຍໃຕ້ການປົກຄອງແບບ “ປະເທດດຽວ ສອງລະບອບ” ຂອງ ສປ ຈີນ

 

ໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ

 

ພາຍຫຼັງ ສາທາລະນະລັດ ປະຊາຊົນ ຈີນ ໄດ້ຮັບການສະຖາປະນາ ໃນປີ 1949 ເປັນຕົ້ນມາ, ພັກ ແລະ ລັດຖະບານຈີນ ໄດ້ໝູນໃຊ້ຮູບແບບການປົກຄອງທີ່ແທດເໝາະກັບສະພາບ ແລະ ເງື່ອນໄຂຕົວຈິງຂອງ ສປ ຈີນ ທີ່ມີເນື້ອທີ່ອັນກວ້າງໃຫຍ່ໄພສານ, ມີປະຊາກອນຈໍານວນຫຼວງຫຼາຍ ເຊິ່ງປະກອບດ້ວຍຫຼາຍຊົນຊາດ, ຊົນເຜົ່າ ທີ່ມີວັດທະນະທໍາ ແລະ ຮີດຄອງປະເພນີທີ່ແຕກຕ່າງກັນ ແນໃສ່ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ສົ່ງເສີມຄວາມກົມກຽວພາຍໃນສັງ ຄົມ ແລະ ຄວາມເປັນເຈົ້າຕົນເອງໃນລະດັບສູງ ທີ່ໄດ້ກຳນົດໄວ້ໃນລັດຖະທໍາມະນູນມາດຕາ 31 ກ່ຽວກັບ ການສ້າງຕັ້ງເຂດປົກຄອງພິເສດ, ໂດຍປະຕິບັດຕາມລະບຽບກົດໝາຍກ່ຽວຂ້ອງຂອງ ສປ ຈີນ ທີ່ຖືກຮັບຮອງຈາກສະພາຜູ້ແທນປະຊາຊົນຈີນ.

 

ທ່ານ ເຕິ້ງ ສ່ຽວຜິງ, ຜູ້ນຳ ສປ ຈີນ ໄດ້ສະເໜີແນວຄິດໃນການປົກຄອງແບບ “ປະເທດດຽວ ສອງລະບອບ” ຂຶ້ນ ແລະ ໄດ້ຖືກນຳມາໃຊ້ເຂົ້າໃນການແກ້ໄຂບັນຫາຮົງກົງ ແລະ ໝ່າເກົາ ເຊິ່ງໄດ້ລົງນາມໃນຖະແຫຼງການຮ່ວມ ຈີນ-ສະຫະລາດຊະອານາຈັກ (Sino – British Joint Declaration) ໃນວັນທີ 19 ທັນວາ 1984, ສອງຝ່າຍ ເຫັນດີເປັນເອກະພາບໃນການອະນຸຍາດໃຫ້ຮົງກົງ ຮັກສາລະບອບການປົກຄອງແບບເກົ່ານັບແຕ່ປີ 1997 ເປັນຕົ້ນໄປ ຈົນຄົບກຳນົດ 50 ປີ ຫຼັງຈາກທີ່ກັບມາຂຶ້ນກັບແຜ່ນດິນແມ່, ບົດຮຽນໃນການແກ້ໄຂບັນຫາຮົງກົງ ກໍຖືກນຳມາໃຊ້ອີກຄັ້ງໃນການແກ້ໄຂບັນຫາໝ່າເກົາ ພາຍຫຼັງໝ່າເກົາ ກັບຄືນສູ່ແຜ່ນດິນແມ່ໃນ ປີ 1999. ມາຮອດປັດຈຸບັນນີ້, ສປ ຈີນ ມີ 5 ເຂດປົກຄອງຕົນເອງ, 4 ນະຄອນ ແລະ 2 ເຂດປົກຄອງພິເສດ, ການປົກຄອງທີ່ມີສີສັນສະເພາະຂອງ ສປ ຈີນ ແມ່ນປະສົບຜົນສໍາເລັດເປັນທີ່ສຸດ.

 

ແນວທາງນະໂຍບາຍ “ປະເທດດຽວ ສອງລະບອບ” ແມ່ນການສະໜັບສະໜູນ, ຊຸກຍູ້ ແລະ ສົ່ງເສີມ ຮົງກົງ ແລະ ໝ່າເກົາ ໃຫ້ສືບຕໍ່ພັດທະນາ ແລະ ດໍາເນີນການບໍລິຫານເຂດປົກຄອງພິເສດ ຢ່າງເປັນອິດສະຫຼະ, ມີຄວາມເປັນປະຊາທິປະໄຕ ແລະ ເປັນເຂດເສດຖະກິດສາກົນ ທີ່ສໍາຄັນຂອງ ສປ ຈີນ. ນອກຈາກນີ້, ການປະຕິບັດນະໂຍບາຍກະ ຈາຍອຳນາດສູ່ທ້ອງຖິ່ນ ຍັງເຮັດໃຫ້ບັນດາເຂດປົກຄອງຕົນເອງ ເຊັ່ນ: ຊິນຈຽງ-ອຸ່ຍກູ່, ກວາງຊີ, ຊາງຮ່າຍ ແລະ ແຫ່ງອື່ນໆ ໃນທົ່ວປະເທດ ມີຄວາມຈະເລີນຮຸ່ງເຮືອງ, ມີຄວາມເຂັ້ມແຂງທາງດ້ານເສດຖະກິດ, ປະຊາຊົນ ມີຄວາມສາມັກຄີກົມກຽວ.

 

ຕະຫຼອດໄລຍະ 25 ປີ ທີ່ຮົງກົງ ໄດ້ກັບຄືນສູ່ແຜ່ນດິນແມ່, ອຳນາດການປົກຄອງຮົງກົງ ໄດ້ມີການວາງແຜນນະໂຍບາຍທີ່ຮັດກຸມ ແລະ ມີແບບແຜນບໍລິຫານ ທີ່ສອດຄ່ອງກັບສະພາບຈຸດພິເສດຂອງຮົງກົງ ໂດຍໄດ້ເນັ້ນໃສ່ການຄ້າສາກົນເປັນຕົ້ນຕໍ ເພື່ອເປັນສູນກາງຂົນສົ່ງສິນຄ້າ ຫຼື Logistics, ການເງິນ, ການທ່ອງທ່ຽວ ແລະ ການລົງທຶນ ເພື່ອຂະຫຍາຍເສດຖະກິດຂຶ້ນສູ່ລະດັບສາກົນ. ຄຽງຄູ່ກັນນີ້, ຊີວິດການເປັນຢູ່ຂອງປະຊາຊົນ ກໍໄດ້ຮັບການຍົກລະດັບເປັນກ້າວໆມາ, ປະຊາຊົນ ສາມາດເຂົ້າເຖິງລະບົບການສຶກສາ ທີ່ທັນສະໄໝ, ລະບົບສາທາລະນະສຸກ ແລະ ການຄໍ້າປະກັນທາງດ້ານສຸຂະພາບ ທີ່ໄດ້ມາດຕະຖານສາກົນ ພ້ອມທັງສາມາດຫຼຸດຜ່ອນຄວາມແຕກໂຕນທາງສັງຄົມໄດ້ເປັນຢ່າງດີ. ພາຍໃຕ້ການນໍາພາຂອງລັດຖະບານສູນກາງ ກໍຄື ພັກຄອມມູນິດຈີນ ໄດ້ວາງເປົ້າໝາຍ ທີ່ຈະສ້າງໃຫ້ ສປ ຈີນ ມີເສດຖະກິດທີ່ຈະເລີນກ້າວໜ້າ ແລະ ຍືນຍົງ, ຮົງກົງ ຈຶ່ງໄດ້ກາຍເປັນອົງປະກອບທີ່ສໍາຄັນໃນການປະກອບສ່ວນຊ່ວຍໃຫ້ ສປ ຈີນ ສາມາດຂັບເຄື່ອນການພັດທະນາ ຈາກພາກພື້ນ ໄປສູ່ສາກົນ ໃນທົ່ວທຸກມຸມໂລກ.

 

ຮົງກົງ ແມ່ນເປັນເຂດທີ່ມີການຂະຫຍາຍຕົວທາງດ້ານເສດຖະກິດສູງ ແລະ ມີລວມຍອດຜະລິດຕະພັນພາຍໃນ ຫຼື GDP ເປັນອັນດັບຕົ້ນໆຂອງປະເທດຈີນ, ແຕ່ທ່າມກາງສະພາບການຂອງໂລກໃນປັດຈຸບັນ ທີ່ມີການປ່ຽນແປງຕະຫຼອດເວລາຕາມຍຸກສະໄໝ, ຮົງກົງກໍໄດ້ຮັບຜົນກະທົບຈາກສະພາບການດັ່ງກ່າວເຊັ່ນກັນ ໃນການພັດທະນາທັງປະສິດທິພາບ ແລະ ຄຸນນະພາບທາງເສດຖະກິດ ລວມໄປເຖິງ ການເປັນຢູ່ຂອງປະຊາຊົນ, ທັງນີ້ກໍຍ້ອນການເຂົ້າມາຂອງນັກລົງທຶນຕ່າງຊາດ, ການແຂ່ງຂັນພາຍໃນທີ່ນັບມື້ນັບສູງຂຶ້ນ, ອັນເຮັດໃຫ້ລາຍຮັບທາງດ້ານເສດຖະກິດຫຼຸດລົງ, ຄ່າຄອງຊີບສູງຂຶ້ນ, ຈໍານວນຜູ້ຫວ່າງງານເພີ່ມຂຶ້ນສູງສຸດໃນຮອບທົດສະວັດ, ເຮັດໃຫ້ຄວາມໜ້າເຊື່ອຖືຈາກນັກລົງທຶນຕ່າງປະ ເທດຫຼຸດລົງ ເຊິ່ງມັນໄດ້ສົ່ງຜົນກະທົບຫຼາຍສົມຄວນ ຕໍ່ເປົ້າໝາຍພັດທະນາແບບຍືນຍົງຂອງ ສປ ຈີນ. ດັ່ງນັ້ນ, ສປ ຈີນ ກໍຄື ລັດຖະບານຮົງກົງ ຮັບຮູ້ ແລະ ຍຶດໝັ້ນຕໍ່ຫຼັກການ ການປົກຄອງແບບ “ປະເທດດຽວ ສອງລະບອບ” ຄືການຮັກສາສະຖຽນລະພາບ, ອະທິປະໄຕ, ດິນແດນ ແລະ ຄວາມວັດທະນາຖາວອນ, “ໜຶ່ງປະເທດ” ແມ່ນພື້ນຖານຂອງ “ສອງລະບອບ” ແລະ “ສອງລະບອບ” ແມ່ນຢູ່ພາຍໃຕ້ “ໜຶ່ງປະເທດ” ເຊິ່ງເປັນຫຼັກການທີ່ບໍ່ສາມາດທໍາລາຍໄດ້. ຈຶ່ງໄດ້ເລີ່ມມີການປັບປຸງລະບຽບກົດໝາຍປ້ອງກັນຊາດ ໃນປີ 2020, ເພື່ອເຮັດໃຫ້ພື້ນຖານຂອງກົດໝາຍນັ້ນ ມີຄວາມເຂັ້ມແຂງ ຮັບປະກັນໃຫ້ແກ່ການຮັກສາສະຖຽນລະພາບ ອັນສູງສຸດຂອງປະເທດຊາດ.

 

ການຮັບຮອງຮ່າງກົດໝາຍດັ່ງກ່າວ ມີຂຶ້ນໃນຍຸກສະໄໝການບໍລິຫານປະເທດຂອງ ປະທານ ສີ ຈິ້ນຜິງ ທີ່ໄດ້ມີທິດທາງ, ຫຼັກໝັ້ນ ແລະ ການຕັດສິນໃຈທີ່ເດັດດ່ຽວແບບມີເຫດແລະຜົນ, ມີເປົ້າໝາຍ, ເປັນທໍາບົນພື້ນຖານຄວາມເຂົ້າໃຈ, ເຄົາລົບ ແລະ ເອກະສັນກັນໃນກອງປະຊຸມສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໃນການຮັກສາຄວາມໝັ້ນຄົງຂອງປະເທດຈີນ. ນອກຈາກນີ້, ລັດຖະບານກາງ ຍັງໄດ້ເສີມຂະຫຍາຍການຮ່ວມມືຍຸດທະສາດ ແລະ ຂໍ້ລິເລີ່ມ ທີ່ຈະນໍາເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ເຮັດໃຫ້ເສດຖະກິດຂອງຈີນແຜ່ນດິນໃຫຍ່ ແລະ ຈີນຮົງກົງ ກໍຄື ລັດຖະບານສູນກາງ ແລະ ອໍານາດການປົກຄອງຮົງກົງ ໄດ້ໃກ້ຊິດກັນຂຶ້ນກວ່າເກົ່າ ເພື່ອພ້ອມກັນພັດທະນາ ແລະ ປ້ອງກັນການແຊກແຊງຈາກພາຍນອກ. ອີກດ້ານໜຶ່ງ, ຮົງກົງ ຍັງໄດ້ຮັບຜົນປະໂຫຍດຈາກນະໂຍບາຍ ເປີດປະຕູສູ່ພາຍນອກຂອງ ສປ ຈີນ ໂດຍສະເພາະການສົ່ງເສີມຮົງກົງ ໃຫ້ເປັນຈຸດເຊື່ອມຕໍ່ສໍາຄັນໃນການຂົນສົ່ງສິນຄ້າອຸດສາຫະກໍາ ແລະ ກະສິກໍາ ທີ່ທັນສະໄໝ, ກ້າວໜ້າ ແລະ ມີຄຸນນະພາບ ເປັນທີ່ຍອມຮັບ, ທັງໄດ້ຮັບຄວາມໄວ້ວາງໃຈຈາກສາກົນ. ປັດຈຸບັນ ເສດຖະກິດຮົງກົງ ໄດ້ມີການວາງແຜນການຈັດຕັ້ງຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນຕົ້ນປີ 2022 ມີມູນຄ່າສູງເຖິງ 2,400 ຕື້ຢວນ (ຂໍ້ມູນຈາກເວັບໄຊຂອງຈີນ: www.sohu.com), ມີການສ້າງສິ່ງແວດ ລ້ອມອ້ອມຮອບທີ່ສະດວກສະບາຍ  ເພື່ອຮອງຮັບການຈະເລີນເຕີບໂຕຂອງ ສປ ຈີນ ໃນການເປັນທ່າເຮືອສົ່ງອອກສິນຄ້າທີ່ດີທີ່ສຸດໃນພາກພື້ນ ແລະ ຂອງໂລກ.

 

ໃນໄລຍະທີ່ຜ່ານມາ, ຍ້ອນທຸກພາກພື້ນ ແລະ ມົນທົນຕ່າງໆຂອງຈີນ ມີການພັດທະນາຢ່າງບໍ່ຢຸດຢັ້ງ ເປັນຕົ້ນແມ່ນ ເຂດກວາງຊີ, ຊາງຮ່າຍ ແລະ ຂົງເຂດອື່ນໆ ອັນໄດ້ເຮັດໃຫ້ເສດຖະກິດທົ່ວປະເທດຂອງຈີນ ມີການຂະຫຍາຍຕົວແບບສະເໝີຕົ້ນສະເໝີປາຍ ແລະ ທົ່ວເຖິງ ຈຶ່ງເຮັດໃຫ້ ສປ ຈີນ ປະກາດເປັນປະເທດທີ່ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສົມບູນ ໃນປີ 2021. ເຫດການດັ່ງກ່າວ ໄດ້ກາຍເປັນປະຫວັດສາດ ຂອງ ສປ ຈີນ ໃນການບັນລຸພາລະກິດສໍາຄັນ ທີ່ ພັກຄອມມູນິດຈີນ ໄດ້ວາງເປົ້າໝາຍໄວ້ ກໍຄື ເຫດການ 100 ປີ ທໍາອິດ ໃນການສ້າງສັງຄົມນິຍົມທີ່ອີ່ມໜໍາສໍາລານ (1921-2021). ນອກຈາກນີ້, ສປ ຈີນ ຍັງໄດ້ສືບຕໍ່ພັດທະນາປະເທດຂອງຕົນ ໃຫ້ຂຶ້ນສູ່ເປົ້າໝາຍເຫດການ 100 ປີທີສອງ ທີ່ຈະສ້າງ ສປ ຈີນ ໃຫ້ເປັນລະບອບສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງຮອບດ້ານ ແລະ ສະຫງ່າຜ່າເຜີຍ ໃນປີ 2049.

 

ສິ່ງເຫຼົ່ານີ້, ໄດ້ພິສູດໃຫ້ຊາວໂລກ ເຫັນແລ້ວວ່າ ການປົກຄອງໃນຮູບແບບ “ປະເທດດຽວ ສອງລະບອບ” ຂອງພັກຄອມມູນິດຈີນ ເຖິງວ່າຈະມີອຸປະສັກຫຼາຍເທົ່າໃດກໍຕາມ, ແຕ່ສິ່ງທີ່ເຮັດໃຫ້ປະຊາຊົນເຊື່ອໝັ້ນ ແລະ ສັດທາ ຕໍ່ການບໍລິຫານປະເທດຂອງຜູ້ນໍາ ໃນແຕ່ລະຍຸກແຕ່ລະສະໄໝ ກໍຄື ການຍຶດໝັ້ນໃນການນໍາພາປະຊາຊົນຈີນ ສ້າງປະເທດສັງຄົມນິຍົມ ຕາມສີສັນຂອງປະເທດຈີນ, ສັງຄົມມີຄວາມສະຫງົບສຸກ, ມີສະຖຽນລະພາບທາງດ້ານການເມືອງ, ເສດຖະ ກິດມີການຂະຫຍາຍຕົວ ແລະ ປະຊາຊົນຢູ່ດີກິນດີ.

 

ສປປ ລາວ ໃນຖານະເປັນປະເທດ ທີ່ມີອຸດົມການສັງຄົມນິຍົມດຽວກັນ, ທັງຍັງເປັນຄູ່ຮ່ວມມືຍຸດທະສາດ, ຮອບດ້ານ ໝັ້ນຄົງ ຍາວນານ ແລະ ຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນ ໄດ້ມີການພົວພັນທີ່ດີຮ່ວມກັນຕະຫຼອດໄລຍະ 61 ປີ ຜ່ານມາ, ຮັບຮູ້ ແລະ ສືບຕໍ່ສະໜັບສະໜູນ “ປະເທດດຽວ ສອງລະບອບ” ຂອງພັກຄອມມູນິດຈີນ ໂດຍການເຄົາລົບອະທິປະໄຕ ແລະ ບໍ່ແຊກແຊງເຂົ້າໃນກິດຈະການພາຍໃນຂອງກັນ ແລະ ກັນ, ພາຍໃຕ້ລະບຽບຫຼັກການ ແລະ ກົດໝາຍສາກົນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485299
ມື້ນີ້227
ມື້ວານ169
ອາທິດນີ້335
ເດືອນນີ້4604