ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ຫາລືກຽມຄວາມພ້ອມ ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ຄັ້ງທີ 49

pre 49th amm1  pre 49th amm2

ກົມອາຊຽນ, ກະຊວງການຕ່າງປະເທດ,ໄດ້ຈັດກອງປະຊຸມ ປືກສາຫາລືແລະອະທິບາຍ ກ່ຽວກັບ ການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມກ່ຽວຂ້ອງເຊຶ່ງຈະໄດ້ຈັດຂຶ້ນ ວັນທີ 21-26 ກໍລະກົດ 2016 ນີ້, ທີ່ນະຄອນຫລວງວຽງຈັນ,ໃຫ້ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ທີ່ມີສໍານັກງານ ສະຖານທູດຢູ່ ສປປ ລາວ, ບາງກອກ, ຮ່າໂນ່ຍ ແລະ ກົວລາລໍາເປີ ໃຫ້ຮັບຮູ້, ເຂົ້າໃຈແຈ້ງຕື່ມ.     ເພື່ອປະສານງານ ໄປຍັງປະເທດຂອງຕົນ ກ່ຽວກັບການກະກຽມຄວາມພ້ອມ ໃນດ້ານຕ່າງໆ ເປັນຕົ້ນແມ່ນ ດ້ານພະລາທິການ, ດ້ານພິທີການ, ການຮັກສາ ຄວາມປອດໄພ, ການຄຸ້ມຄອງບັນດາສື່ມວນຊົນ ຕ່າງປະເທດແລະດ້ານອື່ນໆ.

ອ່ານເພີ່ມເຕີມ... 

ກອງປະຊຸມສໍາມະນາ ເພື່ອດຶງດູດນັກທຸລະກິດຍີ່ປຸ່ນເຂົ້າມາລົງທຶນ ຢູ່ແຂວງບໍ່ແກ້ວ

JP Semina1 JP Semina2

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ໄດ້ຮ່ວມມືກັບ​ ສູນ​ອາ​ຊຽນ-ຍີ່ປຸ່ນ​ ຈັດ​ຕັ້ງກອງປະຊຸມເພື່ອຊຸກຍູ້ສົ່ງເສີມການລົງທຶນ ແລະ ການທ່ຽວທ່ຽວ ຢູ່ ສປປ ລາວ ພາຍໃຕ້ຫົວຂໍ້ “ແຂວງບໍ່ແກ້ວ ເປັນທາງເລືອກທີ່ດີຂອງນັກລົງທຶນ ແລະ ນັກທ່ອງທ່ຽວ” ຂຶ້ນ, ທີ່ສໍານັກງານຂອງສູນອາຊຽນ-ຍີ່ປຸ່ນ ທີ່ ໂຕກຽວ, ໃນຕອນແລງຂອງວັນທີ 28 ມິຖຸນາ 2016, ​ໂດຍ​ມີ ທ່ານ ເຄນທອງ ນວນທະສິງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ; ທ່ານ ມາຊາຕາກະ ຟູຈິຕະ, ​ເລຂາ​ທີ​ການ​ໃຫຍ່ ສູນ​ອາ​ຊຽນ-ຍີ່ປຸ່ນ, ພ້ອມດ້ວຍນັກທຸລະກິດຍີ່ປຸ່ນ ແລະ ພະນັກງານສະຖານທູດລາວ ທີ່ ໂຕກຽວ ເຂົ້າຮ່ວມຫລາຍກ່ວາ 180 ຄົນ.

ອ່ານເພີ່ມເຕີມ... 

ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ຕີມໍ ເລັດສະເຕ

am phavun timor

   ໃນຕອນເຊົ້້າຂອງວັນທີ 15 ມິຖຸນາ 2016, ທີ່ ນະຄອນຫຼວງດິລິ, ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ, ທ່ານ ນາງ ພາວັນ ນວນທະສິງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ເຕົາ ມາເຕັນ ຣຸອັກ (Taur Matan RUAK), ປະທານາທິບໍດີ ແຫ່ງ ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສະທາລະນະລັດ ປະຊາທິປະໄຕ ຕີມໍ ເລັດສະເຕ ໂດຍມີສຳນັກງານຕັ້ງຢູ່ ນະຄອນຫຼວງຈາກາຕາ, ສະທາລະນະລັດ ອິນໂດເນເຊຍ.

ອ່ານເພີ່ມເຕີມ... 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490683
ມື້ນີ້3
ມື້ວານ233
ອາທິດນີ້208
ເດືອນນີ້4076