ໃນວັນທີ 19 ມີນາ 2016 ທີ່ຜ່ານມາ, ທີ່ ສໍານັກງານສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ໄດ້ດໍາເນີນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII, ເຂດ 1 ນະຄອນຫຼວງວຽງຈັນຂຶ້ນ.
ໃນຕອນບ່າຍຂອງວັນທີ 16 ມີນາ 2016, ທີ່ ສະຖານເອກອັກຄະລັດຖະທູດ ຟີລິບປີນ, ທ່ານ ບຸນທົງ ຈັນທະປະເສີດ, ຮອງຫົວຫນ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາຄະນະກົມຂອງກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ຄະນະນຳກະຊວງການຕ່າງປະເທດ ເຊັນປື້ມໄຫວ້ອາໄລແກ່ດວງວິນຍານຂອງ ທ່ານ Antonio L.Cabangon-Chua, ອາດີດເອກອັກຄະລັດຖະທູດ ແຫ່ງ ສ.ຟີລິບປີນ ປະຈຳ ສປປ ລາວ ແລະ ທັງເປັນປະທານສະພາທຸລະກິດ ຟີລິບປີນ-ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 11 ມີນາ 2016, ທີ່ ນະຄອນຫລວງ ມານີລາ ດ້ວຍໂລກຊະລາ ລວມອາຍຸໄດ້ 81 ປີ.
ໃນວັນທີ 29 ກຸມພາ 2016, ທ່ານ ນາງ ວັນດີ ບຸດທະສະວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ສີ ຈິນຜິີງ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ຢູ່ ຫໍສະພາປະຊາຊົນຈີນ, ທີ່ ນະຄອນຫຼວງປັກກິ່ງ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ປະຊາຊົນຈີນ. ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ສີ ຈິນຜີງ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ວັນດີ ບຸດທະສະວົງ ທີ່ໄດ້ຮັບກຽດມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ ແລະ ອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານ.