ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສອາເຊັມລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືສື່ມວນຊົນອາເຊັມ ວ່າດ້ວຍການເຊື່ອມຈອດ

 

delegate kaung jo

   

ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາເຊັມ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືສື່ມວນຊົນອາເຊັມ ວ່າດ້ວຍການເຊື່ອມຈອດ (ASEM Media Dialogue on Connectivity), ໃນວັນທີ 9-10 ພຶດສະພາ 2016, ທີ່ ກວາງໂຈ, ສປ ຈີນ, ຊຶ່ງຈັດໂດຍ ກະຊວງການຕ່າງປະເທດ, ສະພາແຫ່ງລັດວ່າດ້ວຍຂ່າວສານ ແລະ ລັດຖະບານນະຄອນ ກວາງໂຈ. ຈູດປະສົງຂອງກອງປະຊຸມດັ່ງກ່າວ ເພື່ອປຶກສາຫາລື, ລະດົມ ແລະ ແລກປ່ຽນຄໍາຄິດຄຳເຫັນ ຂອງບັນດານັກຂ່າວ, ນັກຄົ້ນຄວ້າ, ໜ່ວຍງານຄັງສະໜອງ ແລະ ວິຊາການດ້ານສື່ມວນຊົນ ຈາກ ທະວີບ ອາຊີ-ເອີຣົບ ເພື່ອຊຸກຍູ້ ແລະ ຜັນຂະຫຍາຍບົດບາດຂອງສື່ມວນຊົນ ດ້ານການເຊື່ອມຈອດອາເຊັມ ໃນຍຸກນະວັດຕະກຳເທັກໂລຊີ ແລະ ພ້ອມທັງການໂຄສະນາເຜີຍແຜ່ຄວາມເຂົ້າໃຈ ກ່ຽວກັບ ການເປັນຄູ່ຮ່ວມມືຮອບ ດ້ານຂອງອາເຊັມ.

 

ໃນກອງປະຊຸມດັ່ງກ່າວ, ຫົວໜ້າເຈົ້າໜ້າທີ່ອາວູໂສອາເຊັມລາວ ໄດ້ປະກອບຄຳເຫັນໃນວາລະຄົບຄະນະ (Plenary session: ASEM Connectivity Today and Tomorrow), ກ່ຽວກັບ ບົດບາດຄວາມສຳຄັນຂອງການເຊື່ອມຈອດ ໃນການສົ່ງເສີມການຮ່ວມມືເສດຖະກິດ ແລະ ການພັດທະນາແບບຍືນຍົງ, ບົດບາດຂອງສື່ມວນຊົນ ໃນການຮ່ວມມືລະຫວ່າງສອງທະວີບດ້ານການເຊື່ອມຈອດ ແລະ ໃນການສົ່ງເສີມຄວາມເຂັ້ມແຂງການຮ່ວມມືຂອງອາເຊັມທີ່ມີໜາກຜົນຕົວຈິງ ໃນອະນາຄົດ ໂດຍຜ່ານບັນດາແຜນງານ ແລະ ຂໍ້ລິເລີ່ມດ້ານການເຊື່ອມຈອດທີ່ມີປະສິດທິພາບ ຂອງສອງພາກພື້ນອາຊີ-ເອີຣົບ. ພ້ອມດຽວກັນນັ້ນ, ຕາງໜ້າຈາກຂະແໜງການສື່ມວນຊົນຂອງລາວ ກໍ່ໄດ້ປະກອບຄຳເຫັນປຶກສາຫາລືໃນວາລະທີ 1 ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງສື່ມວນຊົນ ຕໍ່ພາກເອກະຊົນ.

 

ນອກຈາກນີ້, ທ່ານຫົວໜ້າເຈົ້າໜ້າທີ່ອາວຸໂສອາເຊັມ ສປປ ລາວ ໄດ້ພົບປະສອງຝ່າຍກັບເຈົ້າໜ້າທີ່ອາວຸໂສອາເຊັມ ສປ ຈີນ ແລະ ປາກີສະຖານ ເພື່ອປຶກສາຫາລື ບັນຫາຕ່າງໆທີ່ກ່ຽວຂ້ອງກັບການກະກຽມເນື້ອໃນ ສຳລັບກອງປະຊຸມສຸດຍອດອາເຊັມ ຄັ້ງທີ 11 ຊຶ່ງຈະຈັດຂຶ້ນໃນເດືອນ ກໍລະກົດ 2016.

 

ຜົນສຳເລັດຂອງກອງປະຊຸມປຶກສາຫາລືສື່ມວນຊົນດັ່ງກ່າວ ແມ່ນຂໍ້ລິເລີ່ມໃນການກຳນົດວິໄສທັດ ແລະ ທິດທາງດ້ານການຮ່ວມມືສື່ມວນຊົນອາເຊັມ ວ່າດ້ວຍການເຊື່ອມຈອດ ເພື່ອປະກອບສ່ວນໃຫ້ການສະເຫລີມສະຫລອງ ການສ້າງຕັ້ງອາເຊັມ ຄົບຮອບ 20 ປີ ແລະ ນຳໄປລາຍງານຮັບຮອງເອົາໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາເຊັມ ທີ່ ມົງໂກລີ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484572
ມື້ນີ້88
ມື້ວານ188
ອາທິດນີ້1010
ເດືອນນີ້3877