ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດຊຸດຝຶກອົບຮົມພະນັກງານການທູດ ແລະ ພະນັກງານຊ່ວຍວຽກ ກ່ອນໄປປະຈຳການ ປະຈໍາປີ 2020

202087-pit-training

ໃນວັນທີ 07 ສິງຫາ 2020,ທີ່ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ມີພິທີປິດ ຊຸດຝຶກອົບຮົມພະນັກງານການທູດ ແລະ ພະນັກງານຊ່ວຍວຽກ ກ່ອນໄປປະຈຳການ ປະຈໍາປີ 2020,ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ຂອງກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮັບການຝຶກອົບຮົມ ລວມທັງໝົດຫຼາຍກວ່າ 60 ທ່ານ.ເຊິ່ງຊຸດຝຶກອົບຮົມໄດ້ດຳເນີນມາເປັນເວລາ 10ວັນ, ນັບແຕ່ວັນທີ 27 ກໍລະກົດ 2020 ເປັນຕົ້ນມາ.

ໃນພິທີດັ່ງກ່າວ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດໄດ້ຂື້ນອ່ານບົດສະຫຼຸບລາຍງານຜົນສໍາເລັດຂອງການຝຶກອົບຮົມ ຊຶ່ງທ່ານໄດ້ກ່າວວ່າຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຜ່ານການຮຽນຮູ້​​ພື້ນຖານທາງດ້ານວຽກງານການທູດ ເຊິ່ງກວມເອົາຄວາມຮູ້ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ນະໂຍບາຍການຕ່າງປະເທດ ຂອງພັກ ແລະ ລັດຖະບານ ໃນແຕ່ລະໄລຍະ, ການພົວພັນການທູດສອງຝ່າຍແລະຫຼາຍຝ່າຍ​, ວຽກງານຊາຍແດນ, ວຽກງານກົງສຸນ, ວຽກງານພິທີການ ແລະອື່ນໆ. ຕະຫລອດໄລຍະເວລາດັ່ງກ່າວໄດ້ມີອາຈານຮັບເຊີນ ຈາກຫຼາຍພາກສ່ວນມາຂຶ້ນຫ້ອງບັນຍາຍເປັນຕົ້ນ: ກະຊວງອຸດສາຫະກຳ ແລະ ການຄ້າ,ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທູດອາວຸໂສບຳນານ ແລະ ກົມຕ່າງໆພາຍໃນກະຊວງການຕ່າງປະເທດ. ນອກຈາກນັ້ນ, ກໍໄດ້ຮັບຟັງປາຖະກະຖາ ຈາກຄະນະນຳກະຊວງການຕ່າງປະເທດ ໃນຫົວຂໍ້: ​"ການເພີ່ມທະວີການຈັດຕັ້ງປະຕິບັດວຽກງານການຕ່າງປະເທດ ໃຫ້ເປັນຮູບປະທໍາ ຕາມແບບຢ່າງ ປະທານ ໄກສອນ ພົມວິຫານ" ໂດຍໄດ້ຮັບກຽດຂຶ້ນຫ້ອງບັນຍາຍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ.

ການຝຶກອົບຮົມໃນເທື່ອນີ້ໄດ້ຮັບຜົນສຳເລັດເປັນຢ່າງດີ ກໍຍ້ອນມີການຊີ້ນຳຢ່າງໃກ້ຊິດຈາກ ຄະນະພັກ, ຄະນະນໍາກະຊວງການຕ່າງປະເທດ, ສາມາດບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ທັງເປັນການເສີມສ້າງຂີດຄວາມສາມາດທາງດ້ານການເຮັດວຽກການທູດ ໃນການພັດທະນາທັກສະການເຈລະຈາການທູດ ແລະ ການແລກປ່ຽນບົດຮຽນ ຈາກປະສົບການຕົວຈິງຂອງການເຄື່ອນໄຫວການທູດ. ພ້ອມທັງ, ຍົກລະດັບຄວາມຮັບຮູ້ຂອງພະນັກງານການທູດ ໃຫ້ເຂົ້າໃຈເຖິງໜ້າທີ່, ພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງການເປັນພະນັກງານການທູດທີ່ປະສົບຜົນສໍາເລັດ ແລະ ສາມາດສ້າງຊື່ສຽງໃຫ້ແກ່ປະເທດຊາດ.

       ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດກໍ່ໄດ້ໃຫ້ກຽດໂອ້ລົມ, ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດການຈັດຕັ້ງຊຸດຝຶກອົບຮົມ ແລະ ໃຫ້ທິດຊີ້ນຳແກ່ຜູ້ເຂົ້າຮັບການຝຶກອົບຮົມຈົ່ງເອົາໃຈໃສ່ ແລະ ສືບຕໍ່ນຳເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມຄັ້ງນີ້ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນການເຄື່ອນໄຫວການທູດ ເພື່ອຍາດແຍ່ງການພົວພັນຮ່ວມມືກັບສາກົນ, ດຶງດູດເອົາການລົງທຶນຈາກພາຍນອກໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ພ້ອມທັງ, ສະກັດກັ້ນ ແລະ ຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນ ເພື່ອພ້ອມກັນປະຕິບັດແນວທາງ ຂອງພັກປະຊາຊົນປະຕິວັດລາວ ໃຫ້ມີຜົນສຳເລັດຢ່າງຈົບງາມ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485325
ມື້ນີ້26
ມື້ວານ227
ອາທິດນີ້361
ເດືອນນີ້4630